ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະສົ່ງທູດພິເສດ ໄປກໍາປູເຈຍ ແລະຫວຽດນາມ


ແຜນທີ່ກໍາປູເຈຍ
ແຜນທີ່ກໍາປູເຈຍ

















ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ສົ່ງ​ທູດ​ພິ​ເສດ​ໄປ​ຍັງ​ກໍາປູ​ເຈຍ​ແລະ​ຫວຽດນາມ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ຮັບ​ເອົາ​ລູກ​ບຸນ​ທໍາ​ທີ່ໄດ້​ຢຸດ​ໄປ​ຈາກ​ທັງ​ສອງ​ປະ​ເທດ​ນັ້ນ.

ທີ່​ປຶກສາ​ພິ​ເສດ​ວ່າ​ດ້ວຍ​ເລື້ອງ​ເດັກນ້ອຍ ​ເອກ​ອັກຄະ​ລັດຖະທູດ Susan Jacobs ຈະ​ໄປ​ຢ້ຽມ​ປະ​ເທດ​ທັງສອງ​ເພື່ອທໍາ​ການ​ພົບ​ປະ ໂອ້ລົມ ເປັນ​ເວລາ 1 ສັບປະດາ ​ເລີ້ມ​ແຕ່​ວັນ​ພຸດ​ມື້​ອື່ນ​ນີ້​ເປັນ​ຕົ້ນ​ໄປ.

ທີ່​ກໍາປູ​ເຈຍ​ນັ້ນ ທ່ານ​ນາງ​ຈະ​ທໍາ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ບັນດາ​ກຸ່ມຮັບ​ລູກ​ບຸນ​ທໍາ​ທີ່ບໍ່​ພົວພັນ​ກັບ​ລັດຖະບານ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ວ່າຈະ​ເຮັດ​ວິທີ​ໃດ​ດີ​ທີ່​ສະຫະລັດ​ຈະ​ສາມາດ​ໃຫ້ການ​ສະໜັບສະໜຸນ​ແກ່​ຄວາມ​ພະຍາຍາມ​ຂອງ​ກໍາປູ​ເຈຍ​ໄດ້​ ໃນ​ການຈັດ​ຕັ້ງປະຕິບັດ​ກົດໝາຍ​ລະຫວ່າງ​ຊາດ​ວ່າ​ດ້ວຍ​ການ​ຮັບເອົາ​ລູກ​ບຸນ​ທໍາ​ລະຫວ່າງ​ປະ​ເທດ​ສະບັບ​ໃໝ່ນັ້ນ.

ທີ່​ຫວຽດນາມ ທ່ານ​ນາງ Jacobs ກໍານົດ​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວກັບເປົ້າ​ໝາຍ​ຂອງ​ລັດຖະບານ​ທີ່​ຈະ​ກາຍ​ເປັນ​ພາກສ່ວນ​ນຶ່ງ​ຂອງ ກົດໝາຍ​ລະຫວ່າງ​ຊາດ​ວ່າ​ດ້ວຍ​ການ​ຮັບເອົາ​ລູກ​ບຸນ​ທໍາ​ນັ້ນ.

ການຮັບເອົາລູກ​ບຸ​ນທໍາ​ຈາກກຳປູເຈຍ ໄດ້​ຖືກໂຈະຫຼືຢຸດ​ລົງ​ໃນ​ປີ 2001 ​ແລະ​ຈາກຫວຽດ
ນາມໃນ​ປີ 2008.

XS
SM
MD
LG