ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະກໍາປູເຈຍ ຮ່ວມຊ້ອມລົບ ຂະໜາດໃຫຍ່ກັນ ເປັນເວລາສາມວັນ


ແຜນທີ່ປະເທດກໍາປູເຈຍ
ແຜນທີ່ປະເທດກໍາປູເຈຍ

ການ​ຊ້ອມ​ລົບທາງທະຫານເປັນ​ເວລາ​ສາມ​ວັນ ລະຫວ່າງ​ສະຫະລັດ​ແລະ​ກໍາປູ​ເຈຍກໍາລັງ
ດໍາ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້ ​ໂດຍ​ມີ​ທະຫານ​ເຮືອ ​ແລະໜ່ວຍ​ນາວິກກະໂຍທິນ​ຂອງສະຫະລັດ
ຈໍານວນປະມານ 1,700 ຄົນ​ໄດ້​ເລີ່​ມການຊ້ອມ​ລົບ​ຂະໜາດ​ໃຫຍ່ຮ່ວມ​ກັບທະຫານ​ກໍາປູ
ເຈຍ​ເຊັ່ນການ​ເຝິກ​ແອບ​ກ່ຽວ ກັບການປະ​ຕິ​ບັດງານ​ທາງດ້ານການແພດ ການ​ຮັບ​ມື​ກັບ
ຈໍານວນ​ທະຫານ​ບາດ​ເຈັບ​ລົ້ມ​ຕາຍເປັນຈຳນວນຫຼວງຫຼາຍ ​ແລະ​ການ​ເຄຶ່ອນ​ຍ້າຍ​ກໍາລັງ​ພົນ.

ການ​ຊ້ອມ​ລົບ​ສາມ​ວັນ ໄດ້ມີຂຶ້ນລຸນຫຼັງການຊ້ອມ​ລົບ​ສິບ​ວັນ​ທີ່​ຜ່ານ​ມາ​ນັ້ນ ຊຶ່ງສ່ວນ​ໃຫຍ່
ແມ່ນ​ໃຊ້​ລະບົບ​ຄອມ​ພິວ​ເຕີ. ທ່ານ Jeff Daigle ອຸບ​ປະ​ທູດ​ສະຫະລັດປະ​ຈໍາ​ກໍາປູ​ເຈຍ​
ເອີ້ນ​ການ​ຊ້ອມລົບ​ກັນ​ຄັ້ງ​ນີ້ວ່າ ​ເປັນ​ຕົວຢ່າງໃຫ້​ເຫັນ​ອີກ​ອັນ​ນຶ່ງ​ທີ່ສະແດງໃຫ້ເຫັນວ່າ​ກໍາ
ລັງທະຫານ​ສະຫະລັດ​ແລະ​ກໍາ​ປູ​ເຈຍ​ສາມາດ​ປະຕິບັດ​ງານ​ຮ່ວມ​ກັນ​ຢ່າງ​ໃດ.

ກໍາປູ​ເຈຍ ​ແລະ​ສະຫະລັດ​ໄດ້​ເພີ່ມການ​ຮ່ວມມືທາງ​ທະຫານ​ຫລາຍ​ຂຶ້ນ ສ່ວນ​ໃຫຍ່​ແມ່ນ​ຢູ່​
ພາຍ​ໃຕ້​ການປະຕິບັດງານຮັກສາ​ສັນຕິພາບ ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ ​ທັງໆທີ່ການ
ຊ່ວຍ​ເຫລືອ​ດ້ານ​ທະຫານ​ຈາກ​ຈີນ​ກໍ​ເພີ່ມ​ຂຶ້ນ. ທ່ານ Phay Siphan ​ໂຄສົກ​ລັດຖະບານ
ກໍາປູເຈຍ​ກ່າວ​ວ່າ ການ​ຊ້ອມ​ລົບ​ທີ່ວ່ານີ້ ພິສູດ​ໃຫ້​ເຫັນ​ວ່າ ກໍາປູ​ເຈຍກາຍ​ເປັນ​ຈຸດ​ເພ່ງ​ເລັງ​ທີ່
ສຳຄັນຂອງ​ພວກ​ປະ​ເທດຕາ​ເວັນ​ຕົກແລະຕາເວັນອອກ.

XS
SM
MD
LG