ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະຫະລັດປ້ອງກັນການສະໜັບ ສະໜູນກອງທັບ ກຳປູເຈຍ


ນັກການ​ທູດ​ອາວຸ​ໂສ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ໄດ້​ກ່າວ​ປ້ອງ​ກັນ​ການ​ສະໜັບ​ສະ​ໜູນ​ຂອງ​ສະຫະລັດ ​ແກ່​ກອງທັບ​ກຳປູ​ເຈຍວ່າ ມີ​ເປົ້າໝາຍ ​ເພື່ອ​ຊ່ວຍ​ປັບປຸງ​ຄວາມ​ສາມາດໃນການ​ຮັກສາ​ສັນຕິພາບ​ຢູ່​ໃນ​ຂົງ​ເຂດ ​ແລະ​ໃນການ​ຊ່ວຍ​ເຫລືອດ້ານ​ມະນຸດສະທຳ.

ທ່ານ William Burns ຮອງ ລມຕ ການ​ຕ່າງປະ​ເທດ​ສະຫະລັດ ຮັບຜິ​ດຊອບ​ເລື້ອງ​ກິດຈະການ​ການ​ເມືອງ ​ໄດ້ຖະ​ແຫລ​ງ​ເຊ່ນ​ນັ້ນ​ໃນ​ວັນອາທິດວານ​ນີ້ ຢູ່​ນະຄອນຫລວງ​ພະນົມ​ເປັນ​ ໃນ​ໂອກາດ​ທີ່​ກຳ​ປູ​ເຈຍຮັບຕ້ອນ​ກອງ​ທະຫານຈາກ​ສະຫະລັດ ​ແລະ 23 ປະ​ເທດຈາກ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ ທີ່​ໄປ​ຮ່ວມ​ໃນ​ການເຝິກຊ້ອມ​ຮັກສາ​ຄວາມສະ​ງົບ​ ​ທີ່​ກຳປູ​ເຈຍ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ.

ທ່ານ Burns ​ໄດ້ຖະ​ແຫລ​ງ ຫລັງ​ຈາກ​ທ່ານນາງ Mu Sochua ຜູ້​ແທນ​ຝ່າຍຄ້ານຂອງ​ກຳປູ​ເຈຍ ​ໄດ້​ຕຳ​ນິຕິ​ຕຽນ​ການ​ສະໜັບສະໜູນ​ຂອງ​ສະຫະລັດ ​ໂດຍ​ກ່າວ​ວ່າ​ການ​ສະໜັບສະໜູນນັ້ນ ​ໄດ້​ຖືກ​ມອບ​ໃຫ້ແກ່ພວກ​ໜ່ວຍ​ທະຫານ​ຂອງ​ກຳປູ​ເຈຍ​ທີ່​ຖື​ກກ່າວ​ຫາ​ວ່າ ​ໄດ້​ທຳ​ການລະ​ເມີດ​ສິດທິ​ມະນຸດ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກໍໄດ້​ກ່າວ​ຄຳ​ຕິຕຽນ​ທຳນອງ​ດຽວ​ກັນ​ເມື່ອ​ຕົ້ນ​ເດືອນ​ນີ້ ​ໂດຍ​ກ່າວ​ຫາ​ພວກ​ທະຫານຈາກ​ໜ່ວຍ​ນຶ່ງ​ຂອງ​ກອງທັບຂະ​ເໝນວ່າ ​ໃຊ້​ລົດ​ຫຸ້ມ​ເກາະ​ໄປ ຍຶດ​ເອົາ​ທີ່​ດິນ​ຈາກ​ພວກຊາວນາ.

ທ່ານ Burns ກ່າວ​ວ່າ ສາຍ​ພົວພັນ​ທາງ​ທະຫານ​ຂອງ​ສະຫະລັດ​ກັບ ໝົດ​ທຸກ​ປະ​ເທດ ​ແມ່ນ​ຖືກຕ້ອງສອດຄ່ອງ​ກັບ​ກົດໝາຍ​ຂອງສະຫະລັດ ​ແລະ​ວ່າ​ທາງ​ວໍ​ຊິງ​ຕັນ​ໄດ້ພິຈາລະນາສຶກສາ​ເບິ່ງ​ພວກ​ປະກອບສ່ວນ​ໃນ​ການ​ເຝິກຊ້ອມຄັ້ງນີ້ ຢ່າງ​ລະອຽດ​ຖີ່​ຖ້ວນ​ທັງໝົດ​ແລ້ວ.

ການ​ເຝິກຊ້ອມ​ປະຕິບັດ​ງານ​ຮັກສາ​ສັນຕິພາບ​ເປັນ​ເວລາ​ສອງ​ອາທິດ​ຄັ້ງນີ້ ​ທີ່ໄດ້​ເລີ່​ມຂຶ້ນ​ເມື່ອ​ວັນ​ທີ 12 ກໍລະກົດ ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ສະຫະລັດ ​ເພື່ອ​ເຝິກ​ແອບ​ໜ່ວຍ​ຮັກສາ​ສັນຕິພາບທົ່ວ​ໂລກ ທີ່​ເອີ້ນ​ວ່າ the Global Peace Operations Initiative ຫລື ​ໂຄງການ​ລິ​ເລີ່​ມປະຕິບັດ​ການຮັກສາ​ສັນຕິພາບ​ໂລກ.

XS
SM
MD
LG