ສະຫະລັດໃຫ້ການຊ່ອຍເຫລືອເປັນມູນຄ່າເກືອບ 1 ລ້ານ 5 ແສນໂດລາແກ່ກໍາປູເຈຍເພື່ອ
ນໍາໄປແກ້ໄຂຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຕ່າງໆກ່ຽວກັບເລື່ອງນໍ້າດື່ມ ສຸຂະອະນາ
ໄມ ການກະເສດແລະການດໍາລົງຊີວິດຂອງປະຊາຊົນຢູ່ໃນຂົງເຂດທີ່ໄດ້ຮັບຄວາມເສຍ
ຫາຍຈາກໄພນໍ້າຖ້ວມນັ້ນ.
ສະຖານທູດສະຫະລັດທີ່ກຸງພະນົມເປັນອອກຖະແຫລງການສະບັບນຶ່ງໃນວັນອັງຄານວານ
ນີ້ວ່າ ການຊ່ອຍເຫລືອດັ່ງກ່າວຈະດໍາເນີນໄປໂດຍຜ່ານພະແນກການໃຫ້ຄວາມຊ່ອຍເຫຼືອ
ກ່ຽວກັບໄພພິບັດຕ່າງປະເທດຂອງອົງການພັດທະນາລະຫວ່າງຊາດສະຫະລັດ.
ເງິນຊ່ອຍເຫລືອກ້ອນນີ້ຈະມອບໃຫ້ພວກອົງການຊ່ອຍເຫລືອບັນເທົາທຸກຕ່າງໆທີ່ເຮັດ
ວຽກຢູ່ໃນກໍາປູເຈຍນັ້ນກໍຄື ອົງການ Save the Children ແລະ World Vision ນັ້ນ.
ຖະແຫລງການຂອງສະຖານທູດສະຫະລັດເວົ້າວ່າ ສອງອົງການນີ້ຈະເຂົ້າຫາພວກປະຊາ
ຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຫຼາຍເກືອບ 60 ພັນຄົນໃນໄລຍະ 6 ເດືອນຂ້າງ
ໜ້ານີ້.
ອົງການ Save the Children ໄດ້ຮບເງິນຊ່ອຍເຫລືອ 50 ພັນໂດລາແລ້ວຈາກ
ລັດຖະບານສະຫະລັດໃນເດືອນແລ້ວນີ້ ແລະຈະໄດ້ຮັບເງິນຊ່ອຍເຫລືອລ້າຕື່ມອີກ
750 ພັນໂດລາ.
ເງິນຊ່ອຍເຫລືອບັນເທົາທຸກດັ່ງກ່າວຈະຖືກນໍາໄປໃຊ້ຈ່າຍໃນ 3 ແຂວງທີ່ໄດ້ຮັບຜົນກະ
ທົບຫລາຍທີ່ສຸດ ຄືໃນແຂວງກໍາປອງຈາມ ແຂວງກໍາປົງທົມແລະແຂວງກັນດາລ.
ນັບຕັ້ງແຕ່ເດືອນກໍລະກົດເປັນຕົ້ນມາ ຝົນຕົກໜັກໄດ້ພາໃຫ້ເກີດນໍ້າຖ້ວມໃນທົ່ວພາກ
ພື້ນເອເຊຍຕາເວັນອອກສຽງໃຕ້ ອັນມີໄທ ກໍາປູເຈຍແລະຫວຽດນາມ ຊຶ່ງກໍາລັງໄດ້ຮັບ
ຜົນກະທົບຫລາຍກວ່າໝູ່. ອົງການຊ່ອຍເຫລືອສະຫະລັດຫລື USAID ກ່າວວ່າ ປະຊາ
ຊົນຈໍານວນຫລາຍກວ່າ 800 ຄົນໃນຂົງເຂດໄດ້ເສຍຊີວິດໄປແລະປະມານຕື່ມອີກ 10
ລ້ານຄົນໄດ້ຮັບຜົນກະທົບຈາກອຸທົກກະໄພທີ່ວ່ານີ້.
ໜັງສືພິມ Phnom Penh Post ແຈ້ງໃຫ້ຊາບໃນວັນອັງຄານວານນີ້ວ່າ ລັດຖະບານ
ປະເທດເດັນມາກໄດ້ເພີ້ມການຊ່ອຍເຫລືອຂອງຕົນຂຶ້ນເປັນສອງເທົ່າໂຕໃຫ້ແກ່ພວກປະ
ສົບໄພນໍ້າຖ້ວມໃນເຂດຊົນນະບົດຂອງກໍາປູເຈຍຄື 60 ພັນໂດລາເປັນເງິນຊ່ອຍເຫລືອ
ລ້າແກ່ອົງການພັດທະນາຊົນນະບົດຫລື Life With Dignity. ເງິນຊ່ອຍເຫລືອລ້າກ້ອນ
ນີ້ມີວັດຖຸປະສົງເພື່ອຊ່ອຍເຫລືອປະຊາຊົນປະມານ 7 ແສນຄົນໃນແຂວງກໍາປົງ. ນໍ້າ
ຖ້ວມໄດ້ທໍາລາຍເນື້ອທີ່ປູກເຂົ້າຂອງປະຊາຊົນປະມານ 60 ສ່ວນຮ້ອຍໃນແຂວງພາກ
ກາງຂອງກໍາປູເຈຍ.