ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສ​ຫລ ເອີ້ນ​ການ​ປາບ​ປາມ ທີ່​ຈະ​ຕຸ​ລັດ ທຽນ​ອັນ​ເໝິນ​ວ່າ ກາ​ນ​ສັງ​ຫານ​ໝູ່ ເຕັມ​ອັດ​ຕາ


ຊາຍ​ຈີນ​ຄົນ​ນຶ່ງ ຢືນ​ຕັນ​ລົດ​ຖັງ ທີ່​ພວມແລ່ນ​ໄປ ຕາມ​ຖະໜົນ
Cangan ໃນ​ນະ​ຄອນ​ຫຼວງປັກ​ກິ່ງ ໄປ​ຍັງ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ໃນ​ຕົ້ນ​ເດືອນ​ມິ​ຖຸ​ນາ ປີ 1989.
ຊາຍ​ຈີນ​ຄົນ​ນຶ່ງ ຢືນ​ຕັນ​ລົດ​ຖັງ ທີ່​ພວມແລ່ນ​ໄປ ຕາມ​ຖະໜົນ Cangan ໃນ​ນະ​ຄອນ​ຫຼວງປັກ​ກິ່ງ ໄປ​ຍັງ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ໃນ​ຕົ້ນ​ເດືອນ​ມິ​ຖຸ​ນາ ປີ 1989.

ສະ​ຫະ​ລັດ​ເອີ້ນ​ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ຂອງ​ລັດ​ຖະ​ບານ​ຈີນ ຕໍ່​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ ດ້ວຍ​ຄວາມ​ສະ​ຫງົບ ຢູ່​ໃນ​ບໍ​ລິ​ເວນ​ແລະ​ອ້ອມ​ແອ້ມ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນເມື່ອ​ວັນ​ທີ 4 ມິ​ຖຸ​ນາ ປີ 1989 ນັ້ນວ່າ “ການ​ສັງ​ຫານ​ໝູ່​ເຕັມ​ອັດ​ຕາ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມໍ​ແກນ ໂອ​ເຕ​ເກິ​ສ ກ່າວ​ຕໍ່​ວີ​ໂອ​ເອໃນ​ວັນ​ພະ​ຫັດ​ວານນີ້ ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ສ​ະ​ຫະ​ລັດໄດ້​ຮຽກ​ຮ້ອງ ແລະ​ຈະ​ສືບ​ຕໍ່​ຮຽກ​ຮ້ອງ ດັ່ງ​ດຽວ​ກັນ​ກັບ​ປະ​ເທດ​ອື່ນໆ ໃນ​ປະ​ຊາຄົມ​ນາໆ​ຊາດ ເພື່ອ​ໃຫ້​ມີ​ການ​ຮັບ​ຜິດ​ຊອບ​ໂດຍ​ເຕັມກ່ຽວ​ກັບ​ພວກ​ທີ່​ຖືກ​ຂ້າ​ຕາຍຈັບ​ກຸມ​ຄຸມ​ຂັງ ແລະ​ຫາຍ​ສາບ​ສູນ.”

ທ່​ານ​ໂອ​ເຕ​ເກີ​ສ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຢາກ​ໃຫ້​ປ່ອຍ ​ພວກທີ່​ຖືກຄຸມ​ຂັງ​ໃນ​ຄຸກ ຍ້ອນ​ສູ້​ຊົນ​ຢາກ​ໃຫ້​ມີ​ການ​ລະ​ນຶກ​ເຖິງ​ເຫດ​ການ​ຢູ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ແລະຢຸດ​ເຊົາ​ການ​ສືບ​ຕໍ່​ຮາ​ວີ​ລົບ​ກວນ ພວກ​ທີ່​ເຄີຍ​ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນ​ປະທ້ວງ ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ.”

ເມື່ອ 30 ປີ​ຜ່ານ​ມາ​ແລ້ວ ການປະ​ທ້ວງຮຽກ​ຮ້ອງ​ເອົາ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພວກ​ນັກ​ຮຽນ​ນັກ​ສຶກ​ສາ ທີ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ ຊຶ່ງ​ການ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ໝູ່​ພວກ​ຜູ້​ນຳຂັ້ນ​ສູງ ແມ່ນຂໍ້​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ອັນ​ນຶ່ງ​ຂອງ​ພວກ​ເດີນ​ຂະ​ບວນ. ນອກນັ້ນ​ແລ້ວ ພວກ​ປະທ້ວງ​ຍັງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບ​ທາງ​ການ​ເມືອງ ຕະ​ຫຼອດ​ທັງ​ໃຫ້​ມີ​ສັງ​ຄົມ ທີ່​ຍຸ​ຕິ​ທຳ ​ແລະ​ເປີດກວ້າງ​ຫຼາຍ​ຂຶ້ນ. ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ເຊື່ອ​ວ່າ​ມີ ອາດ​ມີ​ ຫຼາຍ​ຮ້ອຍ ຫາ​ຫຼາຍ​ພັນ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ເວ​ລາ​ລົດ​ຖັງ​ໄດ້​ແລ່ນ​ເຂົ້າໄປ​ທັບ​ມ້າງ ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ທີ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ.

ອີ​ງ​ຕາມ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ແລ້ວ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜານມານີ້ ຕຳ​ຫຼວດ​ຈີນ​ໄດ້​ເລີ້ມ​ຈັບ​ກຸມ​ຄຸມ​ຂັງ ກັກ​ບໍ​ລິ​ເວນ ຫຼື​ຂົ່ມ​ຂູ່​ພວກ​ນັກ​ເຄື່ອນໄຫວ​ຫຼາຍ​ສິບ​ຄົນ ທີ່​ຢາກ​ໃຫ້​ຈັດ​ວັນ​ຄົບ​ຮອບ​ທີ 4 ມິ​ຖຸ​ນາ ຕະ​ຫຼອດ​ທັງ​ພວກຍາດ​ພີ່​ນ້ອງ​ຂອງ​ພວກ​ທີ່​ເສຍ​ຊີ​ວິດ.

ທ່ານ​ໂອ​ເຕ​ເກີ​ສ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ລາຍ​ງານ​ເຫຼົ່າ​ນີ້ ມັນ​ອາດ​ຈະ​ມີ​ບັນ​ຫາ ຫຼາຍກວ່ານັ້ນ ພວກ​ເຮົາ​ບໍ່​ຄວນ​ຫຼົງ​ລືມ​ເລື້ອງນີ້ ນີ້​ແມ່ນ​ການ​ສັງ​ຫານ​ໝູ່ ​ແບ​ບ​ເຕັມ​ອັດ​ຕາ.”

ຈີນ​ແຜ່ນ​ດິນ​ໃຫຍ່​ໄດ້​ຫ້າມ​ຢ່າງ​ເຄັ່ງ​ຄັດ ບໍ່​ໃຫ້​ຈັດ​ພິ​ທີ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG