ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເອີ້ນຣັດເຊຍ ວ່າ ຫຼິ້ນບົດບາດ ເປັນ "ຄົນຈູດໄຟ ແລະ ນັກດັບເພີງ" ໃນ ຊີເຣຍ


ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ກ່າວຄຳປາໄສຕໍ່ກອງກຳລັງທະຫານ ທີ່ຖານທັບອາກາດ ຮີເມມີມ "Hemeimeem" ໃນປະເທດ ຊີເຣຍ. 11 ທັນວາ, 2017.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ກ່າວຄຳປາໄສຕໍ່ກອງກຳລັງທະຫານ ທີ່ຖານທັບອາກາດ ຮີເມມີມ "Hemeimeem" ໃນປະເທດ ຊີເຣຍ. 11 ທັນວາ, 2017.

ນາຍພົນລະດັບສູງ ສະຫະລັດ ຄົນນຶ່ງ ໄດ້ກ່າວຫາ ຣັດເຊຍ ກ່ຽວກັບ ການແຜ່ກະຈາຍ
ຄວາມບໍ່ໝັ້ນຄົງໃນປະເທດ ຊີເຣຍ ແລະ ໃນທົ່ວພາກພື້ນຕາເວັນອອກາງ, ເຊິ່ງເປັນ
ສ່ວນນຶ່ງໃນການສືບຕໍ່ຄວາມພະຍາຍາມທີ່ຈະຂະຫຍາຍອິດທິພົນຂອງເຂົາເຈົ້າ ເພື່ອ
ສ້າງຄວາມເສຍຫາຍໃຫ້ແກ່ ສະຫະລັດ ແລະ ປະຊາຊົນນາໆຊາດ.

ຜູ້ບັນຊາການກຳລັງ ສະຫະລັດ ໃນພາກຕາເວັນອອກກາງ ນາຍພົນ ໂຈເຊັຟ ໂວແທລ
“Joseph Votel” ໄດ້ກ່າວຕໍ່ບັນດາສະມາຊິກສະ ພາໃນວັນອັງຄານວານນີ້ວ່າ “ຣັດເຊຍ
ໄດ້ຫຼິ້ນບົດບາດ ເປັນທັງຜູ້ຈູດໄຟ ແລະ ນັກດັບເພີງ, ບໍ່ວ່າຈະໃນທາງການທູດ ແລະ
ໃນທາງສົງ ຄາມ, ເພື່ອສ້າງຄວາມເຄັ່ງຕຶງ ໃນທຸກພັກທຸກຝ່າຍ ໃນ ຊີເຣຍ.”

ທ່ານ ໂວແທລ ໄດ້ກ່າວຫາ ຣັດເຊຍ ຕໍ່ໄປວ່າ ເຄີິຍສະເໜີເປັນຜູ້ໄກ່ເກ່ຍໃນຄວາມພະ
ຍາຍາມທີ່ຈະ “ທຳລາຍ ແລະ ເຮັດໃຫ້ສະພາບໃນການຕໍ່ລອງຂອງແຕ່ລະຝ່າຍອ່ອນ
ແອລົງ.”

ໃນການວິພາກວິຈານ, ເຖິງວ່າຈະຖືກເວົ້າຮຸນແຮງກວ່າໃນອະດີດນັ້ນ, ແມ່ນສອດຄ່ອງ
ກັບການຕັກເຕືອນກ່ອນໜ້ານີ້ຈາກ ສະຫະລັດ ແລະ ບັນດາເຈົ້າໜ້າທີ່ສືບລັບປະເທດ
ຕາເວັນຕົກ, ຜູ້ທີ່ໄດ້ກ່າວວ່າ ຣັດເຊຍ ເຫັນ ຊີເຣຍ ເປັນໂອກາດທີ່ຈະຢໍ້າຈຸດໃຈກາງ
ຂອງ ມົສກູ ໃນເວທີໂລກ.

ນອກນັ້ນ ຍັງໄດ້ສະທ້ອນໃຫ້ເຫັນຄວາມເປັນຫ່ວງຕ່າງໆ ທີ່ໄດ້ກ່າວໄວ້ໃນແຜນຍຸດທະ
ສາດ ການຮັກສາຄວາມປອດໄພແຫ່ງຊາດ ສະຫະລັດ ສະບັບຫຼ້າສຸດ, ເຊິ່ງໄດ້ເອີ້ນ
ຣັດເຊຍ ວ່າເປັນ “ມະຫາລັດທິແກ້” ທີ່ມີເຈຕະນາໃນການທຳລາຍຄວາມເປັນລະບຽບ
ຂອງສາກົນໃນປັດຈຸບັນ.

ທ່ານ ໂວແທລ ໄດ້ເວົ້າວ່າ “ມັນເປັນທີ່ຈະແຈ້ງວ່າ ຜົນປະໂຫຍດຂອງ ຣັດເຊຍ ໃນ
ຊີເຣຍ ແມ່ນຜົນປະໂຫຍດຂອງ ຣັດເຊຍ ແລະ ບໍ່ແມ່ນສຳລັບປະຊາຄົມສາກົນທີ່ກວ້າງ
ຂວາງ. ບົດບາດຂອງເຂົາເຈົ້າແມ່ນບໍ່ໝັ້ນຄົງຢ່າງຍິ່ງໃນຈຸດນີ້.”

ແຕ່ຄຳເວົ້າຂອງທ່ານນາຍພົນ ຍັງອາດສະທ້ອນໃຫ້ເຫັນການບໍ່ເຊື່ອມໂຍງກັນເພີ່ມຂຶ້ນ
ກັບລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຮຳ, ເຊິ່ງມັກຈະຫາ
ທາງ ເພື່ອເນັ້ນຂົງເຂດຂອງການຮ່ວມມືຕ່າງໆ.

ໃນຂະນະທີ່ບັນດາເຈົ້າໜ້າທີ່ລັດຖະບານເວົ້າວ່າ ມັນມີຂົງເຂດຕ່າງເຊິ່ງ ການປະຕິບັດ
ການຂອງພວກ ຣັດເຊຍ ແມ່ນກຳລັງເປັນຜົນກະທົບ ຕໍ່ຜົນປະໂຫຍດຂອງ ສະຫະລັດ
ແລະ ອັນທີ່ ສະຫະລັດ ໄດ້ສູ້ດັນກັບຄືນນັ້ນ, ເຂົາເຈົ້າເວົ້າວ່າ ພາກພື້ນຕາເວັນອອກ
ກາງບໍ່ແມ່ນນຶ່ງໃນນັ້ນ.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານໄດ້ກ່າວໂດຍບໍ່ຂໍອອກຊື່ເມື່ອບໍ່ດົນມານີ້ວ່າ “ມັນມີ
ໄພຂົ່ມຂູ່ຕໍ່ພວກເຮົາບໍ, ໄພຂົ່ມຂູ່ໂດຍກົງຕໍ່ພວກເຮົາຈາກ ຣັດເຊຍ ທີ່ເກີດມາຈາກພາກ
ຕາເວັນອອກກາງບໍ? ເຫັນໄດ້ຊັດວ່າ, ໄພຂົ່ມຂູ່ຢູ່ທີ່ນັ້ນແມ່ນການຂົ່ມຂູ່ຂອງພວກກໍ່ການ
ຮ້າຍ ແລະ ອີຣ່ານ.”

ໃນປະເທດ ຊີເຣຍ ນັ້ນ, ສະຫະລັດ ແລະ ຣັດເຊຍ ແມ່ນຢູ່ຄົນລະຝ່າຍໃນຄວາມຂັດ
ແຍ້ງທີ່ກຳລັງດຳເນີນຢູ່ນັ້ນ, ດ້ວຍ ມົສກູ ໃຫ້ການໜູນຫຼັງລັດຖະບານຂອງປະທານາ
ທິບໍດີ ຊີເຣຍ ທ່ານ ບາຊາ ອາລ ອາຊາດ ແລະ ສະຫະລັດ ສະໜັບສະໜູນກອງກຳລັງ
ປະຊາທິປະໄຕ ຊີເຣຍ, ເປັນກຸ່ມຕໍ່ຕ້ານລັດຖະບານຂະໜາດກາງ, ຜູ້ທີ່ໄດ້ເພັ່ງເລັງໃສ່
ຄວາມພະຍາຍາມ ໃນການເອົາຊະນະກຸ່ມກໍ່ການຮ້າຍລັດອິສລາມເປັນສ່ວນໃຫຍ່ໃນ
ເວລານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG