ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ໃສ່ຜູ້ລ່ວງລະເມີດ ການຢຸດຍິງຊົ່ວຄາວ ໃນ ຊູດານ


ປະຊາຊົນຍ່າງຜ່ານຕຶກສູນການແພດທີ່ເຕັມໄປດ້ວຍຮູລູກປືນຢູ່ເມືອງ ຊຸກ ຊິດຕາ, ໃນພາກໃຕ້ຂອງນະຄອນຫຼວງ ຄາທູມ, ຊູດານ, 1 ມິຖຸນາ 2023.
ປະຊາຊົນຍ່າງຜ່ານຕຶກສູນການແພດທີ່ເຕັມໄປດ້ວຍຮູລູກປືນຢູ່ເມືອງ ຊຸກ ຊິດຕາ, ໃນພາກໃຕ້ຂອງນະຄອນຫຼວງ ຄາທູມ, ຊູດານ, 1 ມິຖຸນາ 2023.

ສະຫະລັດ ໄດ້ອອກມາດຕະການລົງໂທດທາງເສດຖະກິດ ແລະ ການເດີນທາງຕໍ່ກຳ​ລັງ​ສູ້​ລົບ ທີ່ລ່ວງລະເມີດຂໍ້ຕົກລົງການຢຸດຍິງ ໃນ ຊູດານ ເມື່ອວັນພະຫັດວານນີ້, ໂດຍວາງຂໍ້ຫ້າມຕໍ່ການອອກວີຊາ ແລະ ຕັດແຫຼ່ງທີ່ມາທາງການເງິນຕໍ່​ທັງ​ກອງ​ທັບຊູດານ ແລະ ກອງກຳລັງສະໜັບສະໜູນວ່ອງໄວທີ່ RSF.

ໃນຖະແຫຼງການສະບັບນຶ່ງ, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ເຈກ ຊຸລລີວານ ໄດ້ກ່າວວ່າ, ເຖິງແມ່ນວ່າຈະມີຂໍ້ຕົກລົງການຢຸດຍິງໃນ ປັດຈຸບັນນີ້ກໍ່ຕາມ, “ຄວາມຮຸນແຮງທີ່ຂາດຄວາມຮູ້ສຶກແມ່ນໄດ້ສືບຕໍ່ມີຂຶ້ນໃນທົ່ວປະເທດ, ຂັດຂວາງການນຳສົ່ງການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ສົ່ງຜົນກະທົບຕໍ່ຜູ້ທີ່ມີຄວາມຕ້ອງການທີ່ສຸດ.”

ທັງສອງພັກຝ່າຍໄດ້ຖິ້ມໂທດໃສ່ກັນສຳລັບການລ່ວງລະເມີດການຢຸດ​ຍິງຊົ່ວຄາວ 7 ວັນ ທີ່ຖືກໄກ່ເກ່ຍໂດຍ ສະຫະ ລັດ ແລະ ຊາອຸດີ ອາຣາເບຍ ທີ່ເຂົາເຈົ້າໄດ້ເຊັນໃນວັນທີ 20 ພຶດສະພາ. ການຢຸດຍິງດັ່ງກ່າວແມ່ນຖືກອອກແບບມາເພື່ອອະນຸຍາດໃຫ້ມີການນຳສົ່ງການຊ່ວຍເຫຼືອດ້ານມະນຸດສະທຳ ຫຼັງຈາກການຕໍ່ສູ້, ເຊິ່ງໄດ້ສັງຫານຫຼາຍກວ່າ 850 ຄົນ ແລະ ບາດເຈັບຫຼາຍພັນຄົນ, ເລີ່ມຕົ້ນໃນກາງເດືອນເມສາທີ່ຜ່ານມາ. ເຂົາເຈົ້າໄດ້ຕົກລົງທີ່ຈະຕໍ່ເວລາ 5 ວັນໄປຈົນຮອດ ວັນທີ 29 ພຶດສະພາທີ່ຜ່ານມາ.

ດ້ວຍການຖິ້ມໂທດໃສ່ທັງສອງພັກຝ່າຍ, ທຳນຽບຂາວ ແລະ ກະຊວງການເງິນ ໃນວັນພະຫັດວານນີ້ໄດ້ປະກາດມາດຕະການລົງໂທດໃສ່ທຸລະກິດທີ່ເຊື່ອມໂຍງ ກັບພວກຜູ້ນຳຂອງທັງສອງກອງກຳລັງຄື ຜູ້​ບັນ​ຊາ​ການກອງ​ທັບ ນາຍພົນ ອັບແດລ ຟັດທາ ອາລ-ເບີຮານ ແລະ ຜູ້ນຳ​ກຳ​ລັງ RSF ນາຍພົນ ໂມຮາເມັດ ຮຳດານ ດາກາໂລ. ທັງສອງຄົນເຄີຍເປັນອະດີດພັນທະມິດ, ຜູ້ທີ່ໄດ້ທຳການກໍ່ລັດຖະປະຫານຮ່ວມກັນ ໃນເດືອນຕຸລາ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG