ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງ ໃຫ້ປະເທດທັງຫຼາຍ ຈົ່ງສືບຕໍ່ ວາງມາດຕະການລົງໂທດ ຕໍ່ເກົາຫຼີເໜືອ


ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຊ້າຍ, ທັກທາຍ ລັດຖະມົນຕີ ວ່າການຕ່າງປະເທດ ຂອງເກົາຫຼີເໜືອ ທ່ານ ຣີ ຢົງ ໂຮ, ວັນທີ 4 ສິງຫາ 2018.
ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຊ້າຍ, ທັກທາຍ ລັດຖະມົນຕີ ວ່າການຕ່າງປະເທດ ຂອງເກົາຫຼີເໜືອ ທ່ານ ຣີ ຢົງ ໂຮ, ວັນທີ 4 ສິງຫາ 2018.

ສະຫະລັດ ໄດ້ຊຸກຍູ້ ໃຫ້ບັນດາປະເທດທັງຫຼາຍ ຈົ່ງເຂັ້ມງວດ ໃນການສືບຕໍ່ປະຕິບັດ
ມາດຕະການລົງໂທດ ຕໍ່ເກົາຫຼີເໜືອ.

ໃນຂະນະດຽວກັນ ພຽງຢາງ ກ່າວວ່າ ຕົນຮູ້ສຶກວິຕົກກັງວົນ ກັບພຶດຕິກຳຕ່າງໆ ຂອງ
ສະຫະລັດ ທີ່ສະແດງອອກ ເມື່ອບໍ່ດົນມານີ້ ແຕ່ຕົນ ຍັງຄົງໝັ້ນໝາຍ ຈະປະຕິບັດຕາມ
ຂໍ້ຕົກລົງນິວເຄລຍ ຕໍ່ໄປ.

ໃນວັນເສົາມື້ນີ້ ລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ
ໄດ້ຮຽກຮ້ອງຕໍ່ ປະເທດທັງຫຼາຍ ໃຫ້ບັງຄັບໃຊ້ມາດຕະກາານລົງໂທດ ຢ່າງເຄັ່ງຂັດ ຕໍ່
ປະເທດທີ່ໂດດດ່ຽວ.

ຄຳເຫັນຂອງທ່ານພອມພຽວ ໄດ້ມີຂຶ້ນ ຫຼັງຈາກທີ່ ສະຫະປະຊາຊາດ ເປີດເຜີຍລາຍງານ
ສະບັບນຶ່ງ ທີ່ເຕືອນວ່າ ເກົາຫຼີເໜືອ ໄດ້ເຫັນຊ່ອງທາງເພື່ອຫລີກລ່ຽງ ມາດຕະການລົງ
ໂທດ ທີ່ໄດ້ວາງໃສ່ ຍ້ອນໂຄງການນິວເຄລຍ ຂອງເກົາຫຼີເໜືອ ນັ້ນ.

ທ່ານພອມພຽວ ໄດ້ເນັ້ນໜັກວ່າ "ຄວາມສຳຄັນຂອງການສືບຕໍ່ຄວາມກົດດັນ ທາງດ້ານ
ການທູດ ແລະ ດ້ານເສດຖະກິດ ຕໍ່ເກົາຫຼີເໜືອ ກໍເພື່ອທີ່ຈະບັນລຸໄດ້ໃນທີ່ສຸດ ການຢັງຢືນ
ຄົບຖ້ວຍຂອງການປົດອາວຸດນິວເຄລຍ ທີ່ ສາທາລະນະລັດ ປະຊາທິປະໄຕ ເກົາຫຼີເໜື ຫຼື
PDRK ໄດ້ຕົກລົງເອົາໄວ້."

ລັດຖະມົນຕີ ວ່າການຕ່າງປະເທດ ຂອງເກົາຫຼີເໜືອ ທ່ານ ຣີ ຢົງ ໂຮ ໄດ້ກ່າວວ່າ ປະເທດ
ຂອງທ່ານ "ຢືນຢູ່ຢ່າງໜັກແໜ້ນ ໃນຄວາມມຸ້ງໝັ້ນຂອງຕົນ ແລະຄວາມໝັ້ນໝາຍ ເພື່ອ
ຈັດຕັ້ງປະຕິບັດ" ຂໍ້ກຳນົດຕ່າງໆ ຂອງການປົດອາວຸດນິວເຄລຍ "ໃນລັກຊະນະທີ່ແບບທີ່
ມີຄວາມຮັບຜິດຊອບ ແລະດ້ວຍຄວາມເຊື່ອຖື."

ອ່ານຂາວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG