ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງ​ໃຫ້​ ຈີນປ່ອຍ​ໂຕ ທ່ານ Liu Xiaobo


ທ່ານ Liu Xiaobo (ຂວາ) ຜູ້​ທີ່​ໄດ້ຮັບ​ລາງວັນ Nobel ຂະ​ແໜງສັນຕິ​ພາບ ແລະພັນລະຍາ ນາງ Liu Xia
ທ່ານ Liu Xiaobo (ຂວາ) ຜູ້​ທີ່​ໄດ້ຮັບ​ລາງວັນ Nobel ຂະ​ແໜງສັນຕິ​ພາບ ແລະພັນລະຍາ ນາງ Liu Xia
ສະຫະລັດ ຮຽກຮ້ອງ​ໃຫ້​ຈີນ ປ່ອຍ​ໂຕ ທ່ານ Liu Xiaobo ຜູ້​ທີ່​ໄດ້
​ຮັບ​ລາງວັນ Nobel ຂະ​ແໜງສັນຕິ​ພາບ ທີ່​ຍັງ​ຕິດຄຸກ​ຢູ່​ນັ້ນ ຫ້າ​ປີ
ຫລັງ​ຈາກ ຜູ້​ຊ່ຽວຊານ ​ແລະ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດຄົນ
​ນີ້ ​ໄດ້​ຖືກ​ກັກ​ຂັງ.

ລັດຖະມົນຕີຕ່າງປະ​ເທດ ທ່ານ John Kerry ກ່າວ​ໃນ​ວັນ​ຈັນ​ມື້
​ນີ້​ວ່າ ກຸງ​ວໍ​ຊິງ​ຕັນ ຍັງ​ຄົງມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ
ທ່ານ Liu ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ນາງ Liu Xia ​ທີ່​ໄດ້​ຖືກ​ກັກ​
ບໍລິ​ເວນ​ໃຫ້​ຢູ່​ໃນ​ເຮຶອນຂອງ​ລາວ.

ທ່ານ ກ່າວ​ອີກ​ວ່າ ຈີນ​ຄວນຮັບປະກັນໃຫ້​ເຂົາ​ເຈົ້າ​ທັງ​ສອງ ​ແລະ​
ສະມາ ຊິກ​ຄອບຄົວຂອງ​ເຂົາ​ເຈົ້າ ​ໄດ້​ຮັບ​ການປົກ​ປ້ອງ​ດ້ານ​ສິດທິ​ມະນຸດຕ່າງໆ ແລະ​ເສລີ
ພາບ ທັງ​ໝົດທີ່ນາ​ໆ​ຊາດ​ຮັບ​ຮູ້ນັ້ນ.

ທ່ານ Kerry ກ່າວ​ວ່າ ​ໃນ​ຂະນະ​ທີ່ ສະຫະລັດກໍ່ສ້າງສາຍ​ພົວພັນ​ທີ່​ສ້າງສັນ​ກັບ​ຈີນ​ຢູ່ນີ້ ບັນ
ດາ​ຜູ້​ນໍາ​ສະຫະລັດກໍຈະ​ສືບ​ຕໍ່ ຍົກ​ຂຶ້ນ​ມາ​ເວົ້າ​ກັບ​ຝ່າຍ​ຈີນ ​ເລື້ອງຄວາມ​ເປັນ​ຫ່ວງຕ່າງໆ ທີ່​
ພົວພັນ​ກັບ​ການເຄົາລົບ​ນັບຖືການປົກຄອງ​ດ້ວຍ​ຕົວ​ບົດກົດໝາ​ຍ ​ເລື້ອງສິດທິມະນຸດ ​ເສລີ
ພາບ​ທາງ​ສາສະໜາ ​ແລະຫ​ລັກ​ການຕ່າງໆ​ຂອງ​ປະຊາທິປະ​ໃຕ.

ທ່ານ Liu Xiaobo ​ໄດ້​ຖືກ​ຈັບ​ແລະກັງ​ຂັງໃນ​ວັນ​ທີ 8 ​ເດືອນ​ທັນວາ ​ປີ 2008 ​ຍ້ອນ​ໄດ້​ຂຽນ​
ເອກະສານຮ້ອງ​ຂໍໃຫ້​ມີ​ປະຊາທິປະ​ໃຕ. ທ່ານ ​ໄດ້​ຖື​ກດໍາ​ເນີນ​ຄະດີ ​ແລະ​ຖືກ​ຕັດສິນ​ວ່າ​ມີ​
ຄວາມ​ຜິດ​ໃນ​ຂໍ້​ຫາ​ພະຍາຍາມ​ລົ້ມ​ລ້າງລະບອບ​ປົກຄອງ ​ໃນ​ປີ 2009 ​ແລະຖືກໂທດຈໍາ
​ຄຸກ​ 11 ປີ. ທ່ານ​ໄດ້​ຮັບ​ລາງວັນ​ Nobel ຂະ​ແໜງສັນຕິ​ພາບ ​ໃນ​ປີ​ຕໍ່​ມາ ​ແຕ່ບໍ່​ໄດ້ຮັບ​ອະ​ນຸ
ຍາດ​ໃຫ້​ເດີນ​ທາງ​ ໄປຮັບ​ເອົາ​ລາງວັນ​ທີ່ ປ
XS
SM
MD
LG