ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ມຽນມາພິສູດ ຄວາມໝາຍໝັ້ນຕໍ່ ການປະຕິຮູບຂອງຕົນ


ທູດພິເສດສະຫະລັດສໍາລັບມຽນມາ ທ່ານ Derek Mitchell ຖະແຫລງຂ່າວ ທີ່ນະຄອນຢາງກຸ້ງ ເມື່ອວັນທີ 14 ກັນຍາ 2011.
ທູດພິເສດສະຫະລັດສໍາລັບມຽນມາ ທ່ານ Derek Mitchell ຖະແຫລງຂ່າວ ທີ່ນະຄອນຢາງກຸ້ງ ເມື່ອວັນທີ 14 ກັນຍາ 2011.

ທ່ານ Derek Mitchell ທູດພິເສດສະຫະລັດສໍາລັບມຽນມາ ໄດ້ຮຽກຮ້ອງໃຫ້ລັດຖະບານ ມຽນມາ ຈົ່ງພິສູດຄວາມໝັ້ນໝາຍຂອງຕົນ ຕໍ່ການປະຕິຮູບທີ່ແທ້ຈິງ ແລະການສ້າງຄວາມ ປອງດອງຊາດ ໂດຍການປ່ອຍພວກນັກໂທດການເມືອງ ແລະທໍາການສືບສວນສອບສວນ ການກະທໍາຮຸນແຮງໃນຂົງເຂດຂອງພວກຊົນເຜົ່ານ້ອຍ. ໃນການໄປຢ້ຽມຢາມມຽນມາເທື່ອ ທໍາອິດຂອງທ່ານນັ້ນ ທ່ານ Mitchell ໄດ້ພົບປະກັບພວກເຈົ້າໜ້າທີ່ຂອງລັດຖະບານພົນລະ ເຮືອນແຕ່ໃນນາມ ພ້ອມທັງທ່ານນາງ ອອງ ຊານ ຊູຈີ ຜູ້ນໍາປະຊາທິປະໄຕ ຜູ້ທີ່ທ່ານ Mitchell ເວົ້າວ່າ ຈະຕ້ອງມີສ່ວນຮ່ວມໃນການດໍາເນີນຄວາມ ພະຍາຍາມທໍາການປະຕິຮູບ ໃດໆ ຖ້າຢາກໃຫ້ເປັນທີ່ໜ້າເຊື່ອຖືໄດ້. ດາຣາມີເລຶ່ອງນີ້ມາສະເໜີທ່ານ.

ທ່ານ Derek Mitchell ຜູ້​ແທນ​ພິ​ເສດ ​ແລະ​ຜູ້​ປະສານ​ງານດ້ານນະ​ໂຍບາຍຂອງ​ສະຫະລັດ ກ່ຽວ​ກັບ​ມຽນມາ ກ່າວ​ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ວໍຊິງ​ຕັນ​ມີ​ຄວາມ​ຍິນ​ດີ​ນໍາ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ ທ່າ​ທີທີ່​ສະ​ແດງ​ອອກໃຫ້ ​ເຫັນ​ເມື່ອ​ໝໍ່ໆ​ມາ​ນີ້ ຂອງ​ລັດຖະບານ​ມຽນມາ ກ່ຽວ​ກັບການ​ປະຕິ​ຮູບ​ແລະ​ສ້າງ​ຄວາມ​ປອງ​ດອງ​ຊາດນັ້ນ.

ທ່ານ Mitchell ​ໄດ້​ຍົກເອົາຫລາຍ​ຕົວຢ່າງ ເຊັ່ນ ການ​ພົບ​ປະຂອງ​ປະທານາທິບໍດີ ທຽນ ສຽນ ​ໃນ​ເດືອນສິງຫາ​ຜ່ານ​ມາ​ກັບ​ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາ​ທິປະ​ໄຕ, ການຈັດ​ຕັ້ງ​ສະພາ​ສິດທິ​ມະນຸດ, ​ການເນັ້ນ​ຍໍ້າ​ໃສ່​ການ​ໂອ້​ລົມ​ສົນທະ​ນາ​ກັນ​ກັບ​ພວກ​ກຸ່ມ​ຊົນ​ເຜົ່ານ້ອຍ ​ແລະການ​ຜ່ອນ​ຜັນການ​ກວດກາພວກ​ສື່​ມ​ວນຊົນ​ລົງ ໃນ​ລະດັບ​ປານ​ກາງ.

ທ່ານນາງ Aung San Suu Kyi ຖ່າຍຮູບກັບປະທານາທິບໍດີມຽນມາ ທ່ານ Thein Sein ກ່ອນການພົບ ປະສົນທະນາກັນ ຢູ່ທໍານຽບປະທາ ນາທິບໍດີ ທີ່ນະຄອນຫລວງ Naypyi- daw, ວັນທີ 19 ສິງຫາ 2011.
ທ່ານນາງ Aung San Suu Kyi ຖ່າຍຮູບກັບປະທານາທິບໍດີມຽນມາ ທ່ານ Thein Sein ກ່ອນການພົບ ປະສົນທະນາກັນ ຢູ່ທໍານຽບປະທາ ນາທິບໍດີ ທີ່ນະຄອນຫລວງ Naypyi- daw, ວັນທີ 19 ສິງຫາ 2011.

ທ່ານ Mitchell ກ່າວ​ຕໍ່​ໄປ​ວ່າ ມຽນມາ​ໄດ້
ເຮັດໃຫ້​ມີຄວາມ​ຄາດ​ໝາຍ​ແລະຄາດຫວັງ
ຕ່າງໆ​ນາໆສໍາລັບ​ການ​ປ່ຽນ​ແປງ ​ແຕ່​ທ່ານ​
ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ສະຫະລັດ​ແລະ​ປະຊາ​ຄົມ
ນາ​ໆຊາດ​ ຍັງ​ຄົງ​ມີ​ຄວາມ​ສົງ​ໃສ​ຢູ່.

ໃນ​ລະຫວ່າງ​ການ​ຖະ​ແຫລ​ງ​ຂ່າວ​ ທີ່​ນະຄອນ
ຢາງ​ກຸ້ງ ​ຕອນ​ສິ້ນສຸດ​ການ​ຢ້ຽມຢາມມຽນມາ​
ຄັ້ງ​ທໍາ​ອິດ​ຂອງທ່ານ​ນັ້ນ ທ່ານ Mitchell
ເວົ້າວ່າ ມັນຂຶ້ນຢູ່​ກັບພວກ​ເຈົ້າ​ໜ້າ​ທີ່​ລັດຖະ
ບານ​ມຽນມາ ທີ່​ຈະ​ພິສູດ​ວ່າ ​ນັ້ນ​ເປັນ​ການ ເຂົ້າ​ໃຈຜິດ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

ເພື່ອ​ເປົ້າ​ໝາຍ​ດັ່ງກ່າວນັ້ນ ຂ້າພະ​ເຈົ້າ
ໄດ້​ຍົກຂຶ້ນ​ມາເວົ້າ ເລື້ອງຄວາມ​ເປັນ​
ຫ່ວງ​ຕ່າງໆກ່ຽວ​ກັບການ​ກັກ​ຂັງພວກ​
ນັກ​ໂທດ​ການ​ເມືອງ​ປະມານ 2,000
ຄົນ, ການຕໍ່ສູ້​ກັນ​ທີ່​ຍັງ​ມີສືບ​ຕໍ່ມາຢູ່ໃນ​
ຫລາຍ​ຂົງ​ເຂດຂອງພວກ​ຊົນ​ເຜົ່າ​ນ້ອຍ​
ທີ່​ຕິດຕາມ​ດ້ວຍ​ລາຍ​ງານ​ຫລາຍກະ​ແສ​ ກ່ຽວ​ກັບການ​ຝ່າຝືນ​ສິດທິ​ມະນຸດ​ຢ່າງ​ຮ້າຍ​
ແຮງ ​ໂຮມ​ທັງ​ການ​ກະທໍາ​ຮຸນ​ແຮງ​ຕໍ່ພວກແມ່ຍິງແລະ​ເດັກນ້ອຍ ​ແລະ​ການຂາດ​
ຄວາມ​ໂປ່​ງ​ໃສ​ ໃນ​ຄວາມ​ສໍາພັນ​ຂອງຝ່າຍ​ທະຫານ​ຂອງ​ລັດຖະບານ​|ກັບສາທາລະ
ນະ​ລັດປະຊາທິປະ​ໄຕ​ປະຊາ​ຊົນເກົາຫລີ ຫລື​ເກົາຫລີ​ເໜືອ​ນັ້ນ.”

ເກົາຫລີ​ເໜືອ​ຖືກ​ກ່າວ​ຫາ​ວ່າ ​ໄດ້​ສະໜອງ​ອາວຸດແລະ​ອຸບປະກອນ​ນີວ​ເຄລຍ​ທີ່​ຕ້ອງ​ຫ້າມ
ໃຫ້​ແກ່​ມຽນມາ ​ແຕ່​ພວກ​ເຈົ້າໜ້າ​ທີ່​ມຽນມາ​ໄດ້​ປະຕິ​ເສດຕໍ່ຂໍ້​ກ່າວ​ຫາ​ດັ່ງກ່າວ ​ແລະ​ບໍ່​ໃຫ້
ຄວາມ​ສໍາຄັນ​ແກ່ຄວາມ​ເປັນ​ຫ່ວງ​ຕ່າງໆ​ກ່ຽວ​ກັບຄວາມ​ສໍາພັນ​ຂອງຕົນ​ກັບ​ເກົາຫລີ​ເໜືອນັ້ນ.

ທ່ານ Mitchell ກ່າວ​ວ່າ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ ມຽນມາ​ຈົ່ງ​ປະຕິບັດຕາມມະຕິ​ຕ່າງໆ​ຂອງ​
ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຫ້າມແຜ່ຜາຍ​ນິວ​ເຄລຍ.

ການບັງຄັບໃຊ້ແຮງງານເດັກຢູ່ມຽນມາ. ເດັກນ້ອຍ ຄົນນີ້ກໍາລັງເຮັດວຽກກໍ່ສ້າງຖະໜົນແຫ່ງນຶ່ງ (AP Photo/Richard Vogel)
ການບັງຄັບໃຊ້ແຮງງານເດັກຢູ່ມຽນມາ. ເດັກນ້ອຍ ຄົນນີ້ກໍາລັງເຮັດວຽກກໍ່ສ້າງຖະໜົນແຫ່ງນຶ່ງ (AP Photo/Richard Vogel)

ທ່ານ Mitchell ກ່າວ​ອີກ​ວ່າ
ນອກ​ນີ້​ ລັດຖະບານ​ມຽນມາ
ຄວນ​ຈະສະ​ແດງໃຫ້​ເຫັນ​ເຖິງ
ຄວາມ​ຈິງ​ໃຈ ​ແລະ​ຄວາມ​ໝັ້ນ
ໝາຍ​ຢ່າງແທ້​ຈິງ​ຕໍ່​ການ​ປະຕິ
ຮູບນັ້ນ ​ໂດຍການ​ປ່ອຍ​ພວກ
ນັກ​ໂທດ​ການ​ເມືອງ​ທັງ​ໝົດ
ຢ່າງ​ບໍ່​ມີ​ເງື່ອນ​ໄຂ ​ແລະ​ຈັດ​ຕັ້ງ
ລະບົບ​ກົນ​ໄກທີ່​ຖືກຕ້ອງ​ຕາມ
ກົດໝາຍ ​ແລະ​ໜ້າ​ເຊື່ອ​ຖື ສໍາ
ລັບ​ການ​ສອບ​ສວນ​ການ​ກະ
ທໍາ​ຮຸນ​ແຮງ​ຕ່າງໆ​ນາໆ ຢູ່​ໃນ
ຂົງ​ເຂດຂອງ​ບັນດາ​ຊົນ​ເຜົ່າ​ ນ້ອຍນັ້ນ.

ເປັນ​ເວລາ​ຫລາຍ​ສິບ​ປີ​ມາ​ແລ້ວ ທີ່​ລັດຖະບານ​ທີ່​ນໍາ​ໂດຍ​ທະຫານ​ຂອງມຽນມາ ​ໄດ້​ສູ້​ລົບ​ກັບ​ກຸ່ມ​ກະບົດ​ຊົນ​ເຜົ່ານ້ອຍທີ່​ຢາກ​ປົກຄອງ​ຕົນ​ເອງ.

ພວກ​ກຸ່ມ​ສິດທິ​ກ່າວ​ວ່າ ກອງທັບ​ມຽນມາ​ໄດ້​ຝ່າຝືນ​ສິດທິ​ມະນຸດຕ່າງໆ​ນາໆ ​ໂຮ​ມທັງການ​ບັງຄັບ​ໃຊ້​ແຮງ​ງານ ການ​ຄາດ​ຕະກໍາ ​ແລະ​ການ​ຂົ່ມຂືນ​ຊໍາ​ເລົາ​.

ທ່ານ Derek Mitchell ພົບປະກັບ ທ່ານນາງ Aung San Suu Kyi.
ທ່ານ Derek Mitchell ພົບປະກັບ ທ່ານນາງ Aung San Suu Kyi.

ທູດ​ພິ​ເສດ​ສະຫະລັດແນະ​ນໍາ​ໃຫ້​ລັດຖະບານ
ມຽນມາ ​ເຂົ້າ​ພົວພັນ​ໃນການ​ສົນທະນາ​ຫາລື​
ຢ່າງ​ມີ​ຄວາມ​ໝາຍກັບ​ພວກຊົນ​ເຜົ່າ​ນ້ອຍ
ແລະ​ພວກ​ຝ່າຍ​ຄ້ານ ​ໂຮມ​ທັງ​ທ່ານ​ນາງ​ອອງ
ຊານ ຊູ​ຈີ ຜູ້​ທີ່​ທ່ານ​ເອີ້ນ​ວ່າ Daw Suu
ໂດຍ​ການ​ໃຊ້​ຄໍາ​ເວົ້າ “Daw” ຂອງ​ມຽນມາ​
ທີ່​ສະ​ແດງ​ຄວາມ​ເຄົາລົບ​ນັບຖືຢ່າງ​ສູງ​ນັ້ນ.

“​ໄດ້​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ທີ່​ເຕືອນ​
ຄວາມ​ຊົງ​ຈໍາ​ຂອງຂ້າພະ​ເຈົ້າ​ ຢູ່​ຕະ
ຫລອດ​ເວລາໃນລະຫວ່າງ​ການ​ຢ້ຽມ
ຢາມ​ຂອງ​ຂ້າພະ​ເຈົ້ານັ້ນ ວ່າ Daw
Suu ຫລື​ທ່ານ​ນາງ​ ອອງຊານ ຊູ​ຈີ ຍັງຄົງມີ​ຄວາມສໍາຄັນ​ຢ່າງ​ເລິກ​ເຊິ່ງຕໍ່​ປະຊາ
ຊົນ​ຂອງ​ປະ​ເທດ​ນີ້ ​ບໍ່​ວ່າ​ຈະ​ເປັນ​ຊາວ​ມຽນມາ​ດັ້ງ​ເດີມ ຫລື​ພວກ​ບັນດາ​ຊົນ​ເຜົ່າ
ນ້ອຍ ແລະ​ວ່າຄວາມ​ພະຍາຍາມ​ໃນການ​ປະຕິ​ຮູບ​ທີ່ໜ້າ​ເຊື່ອ​ຖື​ໃດໆນັ້ນ​ ຈະ​ຕ້ອງ​
ລວມ​ເອົາ​ທ່ານ​ນາງ​ອອງຊານ ຊູ​ຈີ ​ເຂົ້ານໍາ.”

ໃນ​ປີ 2010 ມຽນມາໄດ້​ຈັດການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຂຶ້ນ ​ເປັນຄັ້ງ​ທໍາ​ອິດ​ໃນຮອບ 20 ປີ ​ແລະ​ປະກາດວ່າ ​ພັກ​ທີ່​ໜຸນ​ຫລັງ​ໂດຍ​ຝ່າຍ​ທະຫານເປັນ​ຜູ້ຊະນະ​ການ​ເລືອກ​ຕັ້ງ.

ໃນ​ເດືອນ​ມີນາ​ຂອງ​ປີ​ນີ້ ລັດຖະບານພົນລະ​ເຮືອນແຕ່​ໃນ​ນາມ​ ກໍໄດ້ຂຶ້ນ​ມາ​ແທນ​ທີ່ລັດຖະ
ບານ​ທະຫານ ທີ່​ປົກຄອງ​ປະ​ເທດ​ຢ່າງ​ເປີດ​ເຜີຍ​ນັ້ນ.

ແຕ່​ການ​ເລືອກ​ຕັ້ງ​ດັ່ງກ່າວ​ແມ່ນ​ຖືກ​ປະນາມ​ຢ່າງ​ກວ້າງຂວາງວ່າ ເປັນການເລືອກ​ຕັ້ງທີ່
ຈອມ​ປອມ​ ເພື່ອ​ພຽງ​ສ້າງ​ຄວາມ​ໝັ້ນຄົງ​ຍິ່ງ​ຂຶ້ນ​ໃຫ້​ແກ່​ການ​ປົກຄອງຂອງພວກ​ທະຫານ
ພາຍ​ໃຕ້​ໂສມ​ໜ້າ​ຂອງ​ປະຊາທິປະ​ໄຕ​.

ພັກສັນ​ນິບາດ​ເພື່ອ​ປະຊາທິປະ​ໄຕແຫ່ງ​ຊາດ​ ຫລືພັກ NLD ຂອງທ່ານ​ນາງ ​ອອງ ຊານ
ຊູ​ຈີ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ ​ໄດ້​ຂ້ວາມບາດ ​ບໍ່ເຂົ້າ​ຮ່ວມ​ໃນ​ການ
ເລືອກ​ຕັ້ງ ​ເພາະວ່າ​ທ່ານ​ນາງ​ບໍ່​ໄດ້ຮັບ​ອະນຸຍາດ​ໃຫ້​ສະມັກເລືອກ​ຕັ້ງ​.

ພັກ NLD ຊະ​ນະ​ການ​ເລືອກ​ຕັ້ງ​ຄັ້ງ​ລ່າ​ສຸດໃນ​ປີ 1990 ​ແຕ່​ຝ່າຍ​ທະຫານບໍ່​ຍອມ​ສະລະ
ອໍານາດໃຫ້​.

ທ່ານ Derek Mitchell ໄປຢ້ຽມຢາມ ພວກເປັນໂຣກເອດສ໌ໃນມຽນມາ, ວັນທີ 11 ກັນຍາ 2011.
ທ່ານ Derek Mitchell ໄປຢ້ຽມຢາມ ພວກເປັນໂຣກເອດສ໌ໃນມຽນມາ, ວັນທີ 11 ກັນຍາ 2011.

ສະຫະລັດ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ
ໄດ້​ລົງ​ໂທດ​ຕໍ່​ມຽນມາໃນ​ທາງເສດຖະກິດ
ຍ້ອນການ​ກະທໍາ​ຮຸນ​ແຮງຕໍ່​ພົນລະ​ເຮືອນ
ແລະການ​ລະ​ເມີດ​ສິດທິ​ມະນຸດໂດຍ​ຝ່າຍ
ທະຫານນັ້ນ.

ພວກ​ເຈົ້າໜ້າ​ທີ່​ມຽນມາ ຢາກ​ໃຫ້​ມີ​ການຍົກ
ເລີກ​ການ​ລົງ​ໂທດ ​ແລະ​ພວກ​ນັກ​ວິເຄາະ
ການ​ເມືອງ​ກ່າວ​ວ່າ ນັ້ນ​ຄື​ຈຸດ​ມຸ້ງ​ໝາຍ​ອັນ
ນຶ່ງຂອງ​ການສະ​ແດງ​ທ່າ​ທີ​ຕ່າງໆ ອອກ​
ໃຫ້​ເຫັນ​ເມື່ອ​ໝໍ່ໆ​ມາ​ນີ້.

ທ່ານ Mitchell ບອກ​ວີ​ໂອ​ເອວ່າ ທ່ານ​ໄດ້​
ສົນທະນາ​ເລື້ອງ​ເງື່ອນ​ໄຂ​ຕ່າງໆສໍາລັບ​ການ
ຍົກ​ເລີກ​ການ​ລົງ​ໂທດກັບ​ລັດຖະບານ​ມຽນມາ​. ທ່ານບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງຕື່ມ ​ແຕ່ກໍ
ເວົ້າວ່າ ​ຖ້າ​ຫາກ​ມຽນມາເລິ່ມລົງມືປະຕິບັດການ​ຢ່າງແທ້​ຈິງ​ແລະ​ຢ່າງ​ເປັນ​ຮູບ​ປະ​ທໍາ​ແລ້ວ
ສະຫະລັດ​ກໍ​ຈະ​ຕອບ​ສະໜອງ​ ​ໃນ​ທໍານອງ​ດຽວ​ກັນ.

XS
SM
MD
LG