ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຮຽກຮ້ອງກຸ່ມອັຟການິສຖານ ຢັບຢັ້ງສັ່ງ​ໃຈ ບໍ່​ໃຫ້ກໍ່ຄວາມຮຸນແຮງ ແລ້ວ​ໃຫ້ທຳ​ການການເຈລະຈາ


ທຸງຂອງຕາລິບານ ປີງສະບັດຢູ່ສະໜາມບິນ ກາບຸລ ອັຟການິສຖານ ວັນທີ 9 ກັນຍາ 2021
ທຸງຂອງຕາລິບານ ປີງສະບັດຢູ່ສະໜາມບິນ ກາບຸລ ອັຟການິສຖານ ວັນທີ 9 ກັນຍາ 2021

ຂະ​ນະ​ທີ່ປະຕິເສດບໍ່ຮັບຮູ້​ວ່າ​ກຸ່ມຕາລີບານວ່າ ເປັນຜູ້ປົກຄອງອັຟການິສຖານທີ່ຖືກຕ້ອງ ແລະຮັກສາການລົງໂທດຕໍ່ບັນດາຜູ້ນຳກຸ່ມ​ດັ່ງ​ກ່າວຢູ່ນັ້ນ ສະຫະລັດສືບຕໍ່ປະຕິເສດການຮຽກຮ້ອງຂອງອະດີດພັນທະມິດອັຟການິສຖານຈຳນວນນຶ່ງທີ່​ຢາກໃຫ້ຊ່ວຍໂຄນລົ້ມລະບອບ ຫົວຮຸນແຮງຈັດນັ້ນ.

ອາທິດແລ້ວນີ້ ທ່ານອັບດູລ ຣາຊີດ ໂດສຕໍາ ອະດີດຮອງປະທານາທິບໍດີອັຟການິສ ຖານ ຜູ້ທີ່ໄດ້ໜູນຫລັງກຳລັງພິເສດຂອງສະຫະລັດ ໃນການຂັບໄລ່ກຸ່ມ ຕາລີບານ ອອກໄປໃນປີ 2001 ໄດ້ອ້າງວ່າ ທ່່ານຈະສາມາດຮວບຮວມກຳລັງພຽງພໍ ທີ່ຈະໂຄ່ນ ລົ້ມຕາລີບານອີກ ຂໍພຽງແຕ່ສະຫະລັດໃຫ້ການສະໜັບສະໜູນທ່ານ.

ຢ່າງໜ້ອຍອະດີດນາຍພົນອັຟການິສຖານສອງຄົນຄືທ່ານຊາມີ ຊາດັດ ແລະທ່ານ ໂຄຊາລ ຊາດັສ ໄດ້ໃຊ້ເວລາຫລາຍເດືອນຢູ່ໃນສະຫະລັດ ເພື່ອຊອກຫາການ ສະໜັບສະໜູນຈາກພວກນັກລົບເກົ່າ, ສະມາຊິກສະພາ ແລະກຸ່ມອື່ນໆ ເພື່ອຈະເຮັດ ສົງຄາມທີ່​ອາດ​ເປັນ​ໄປ​ໄດ້​ເພື່ອຕ້ານ​ກັບກຸ່ມຕາລີບານ.

ແຕ່ວ່າການຕອບກັບຂອງລັດຖະບານສະຫະລັດ ແມ່​ນບໍ່ຊັດ​ເຈນ.

“ສະຫະລັດບໍ່ຢາກເຫັນການກັບຄືນມາຂອງ​ການກໍ່ຄວາມຮຸນແຮງອີກຢູ່ໃນອັຟການິສຖານ ແລະພວກເຮົາບໍ່ໃຫ້ການສະໜັບສະໜູນການ​ໃຊ້ອາວຸດເພື່ອຕ້ານກັບກຸ່ມຕາລີບານ” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກກະຊວງຕ່າງປະເທດຄົນນຶ່ງທີ່ໄດ້ກ່າວກ່ຽວ​ກັບເລື້ອງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG