ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ກ່າວວ່າ ບໍ່ມີຫຍັງ ຍົກເວັ້ນ ໃນການ ຕອບໂຕ້ ຕໍ່ການຍິງ ລູກສອນໄຟ ຂອງ ອີຣ່ານ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ. (31 ມັງກອນ 2017)
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ. (31 ມັງກອນ 2017)

ປະທານາທິບໍດີ​ສະຫະລັດທ່ານ​ດໍ​ໂນ​ລ ທຣຳ ກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ “ອີ​ຣ່ານ​ໄດ້​ຖືກແຈ້ງ​ໃຫ້​ຊາບ​ຢ່າງ​ເປັນ​ທາ​ງການ” ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ຕົນ ​ແລະ​ທ່ານ​ໄດ້​ເຕືອນ​ວ່າ “ບໍ່​ມີ​ຫຍັງ​ໄດ້​ຮັບ​ການ​ຍົກ​ເວັ້ນ” ​ໃນການ​ຮັບ​ມື​ກັບເຕຫະຣ່ານ.

​ໃນ​ການ​ສົ່ງ​ຂໍ້ຄວາມ​ທາງ Twitter ຫຼາຍໆ​ຄັ້ງນັ້ນ ທ່ານ​ທຣຳ ຍັງ​ສືບ​ຕໍ່​ປະນາມຂໍ້​ຕົກລົງ​ທີ່​ສະຫະລັດ​ແລະ​ຫ້າ​ປະ​ເທດ​ມະຫາ​ອຳນາດ​ໄດ້​ບັນລຸ​ກັນເພື່ອ​ຫຼຸດຜ່ອນໂຄງ​ການ​ນິວ​ເຄລຍ ຂອງ​ອີ​ຣ່ານແລກ​ກັບ​ການ​ຜ່ອນຜັນ​ໃນ​ການ​ລົງ​ໂທດ.

ທ່ານ​ກ່າວ​ວ່າ ອີຣ່ານຄວນ​ຈະ “ຂອບ​ໃຈ” ຕໍ່​ຂໍ້​ຕົກລົງ​ນີ້ ​ແລະ​ວ່າ​ປະ​ເທດ​ດັ່ງກ່າວ “ພ້ອມ​ທີ່​ຈະ​ພັງ​ທະລາ​ຍລົງ” ກ່ອນ​ທີ່​ເງິນ​ຈຳນວນ​ຫຼາຍໆ​ພັນ​ລ້ານ​ໂດ​ລາໄດ້​ປ່ອຍຈາກ​ການ​ຖືກ​ກັກ.

ຕໍ່​ມາ ​ໃນ​ການ​ພົບ​ປະ​ທີ່​ທຳນຽບຂາວ​ ກັບ​ຄະນະ​ບໍລິຫານ​ແລະ​ສະມາຊິກ​ຂອງ​ສະຫະພາບ​ ກຳມະບານຂອງ​ບໍ​ລິ​ສັດ​ລົດຈັກ Harley Davidson ນັ້ນ ທ່ານ​ທຣຳກ່າວວ່າ “ບໍ່​ມີ​ຫຍັງ​ທີ່​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ” ​ໃນ​ການ​ຕອບ​ຄຳ​ຖາມ​ ຂອງ​ພວກ​ນັກຂ່າວ​ທີ່​ຖາມ​ວ່າ ການ​ປະຕິ ບັດ​ງານ​ທາງ​ທະຫານ​ຕໍ່​ອີຣ່ານ​ແມ່ນ​ເປັນ​ທາງ​ເລືອກບໍ?

ຂໍ້​ຕົກລົງ​ນິວ​ເຄລຍບັງຄັບ​ໃຫ້​ອີຣ່ານຈຳກັດ​ການ​ກັ່ນ​ທາດ​ຢູ​ເຣນຽມ ​ແລະ​ຫັນປ່ຽນ​ສະຖານ ​ທີ່​ນິວ​ເຄລຍຂອງ​ຕົນ​ຫລາຍ​ແຫ່ງໄປ​ໃຊ້​ໃນ​ດ້ານ​ອື່ນ.

ເບິ່ງ ທ່ານ Flynn ແຈ້ງໃຫ້ອີຣ່ານຊາບ ໃນການທົດລອງ ລູກສອນໄຟ

General Flynn: ‘Officially Putting Iran on Notice’
please wait

No media source currently available

0:00 0:00:32 0:00

ໃນ​ມື້ວັນ​ພຸດ​ແລ້ວນີ້ ແມ່ນທີ່​ປຶກສາ ​ດ້ານ​ຄວາມ​ໝັ້ນຄົງ ແຫ່ງ​ຊາດ ​ຂອງທ່ານທຳ ຄືທ່ານ Michael Flynn ​ໄດ້ປະນາມການຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດຂອງອີຣ່ານແລະປະກາດ​ວ່າ ມັນ “​ແມ່ນ​ເຫດ​ການຄັ້ງ​ຫຼ້າ​ສຸດ​ໃນ​ຈຳນວນຫຼາຍໆ​ຄັ້ງທີ່​ມີ​ມາ​ເປັນ​ລຳດັບ” ທີ່​ອີຣ່ານ​ໄດ້​ຂົ່ມຂູ່​ສະຫະລັດ ​ແລະພັນທະ​ມິດໃນ​ຂອງ​ເຂດ ​ໃນ​ຮອບ 6 ​ເດືອນ​ຜ່ານ​ມາ. ທ່ານ​ໄດ້​ກ່າວ​ວ່າ ​ພວ​ກຜູ້ນຳ​ໃນ​ເຕຫະຣ່ານ ​ແມ່ນ​ມີ​ຄວາມ​ກ້າ​ຫານ​ຫຼາຍຂຶ້ນ ທີ່​ຈະ​ເອົາ​ບາດກ້າວ​ຕ່າງ​ໆ​ໃນ​ເວລາ​ນີ້ ຍ້ອນ​ວ່າ ​ຂໍ້​ຕົກລົງນິວ​ເຄລຍ “​ແມ່ນ​ອ່ອນ​ແອ ແລະ​ບໍ່​ມີ​ປະສິດທິ​ພາບ” ​ແລະ ເພາະວ່າປະ​ເທດ​ອື່ນໆທີ່​ພົວພັນ​ໃນ​ຂໍ້​ຕົກລົງ ບໍ່​ໄດ້​ເອົາ​ບາດກ້າວ​ເພື່ອ​ຄວບ​ຄຸມຄວາມ​ທະ​ເຍີ​ທະ​ຍານ​ທາງ​ທະຫານ​ຂອງ​ອີຣ່ານ.

​ໃນ​ລະຫວ່າງ​ການ​ຖະ​ແຫຼງຂ່າວ​ທີ່​ທຳນຽບຂາວນັ້ນ ທ່ານ Flynn ຍັງ​ໄດ້​ກ່າວ​ຫາ​ອະດີດ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ແລະ​ສະມາຊິກ​ຄົນ​ອື່ນໆ ໃນ​ຄະນະ​ລັດຖະບານຂອງ​ທ່ານ​ວ່າ ບໍ່​ໄດ້​ເອົາ​ມາດ​ຕະການທີ່​ເຂັ້ມງວດ​ຢ່າງ​ພຽງພໍ​ກັບ​ເຕຫະຣ່ານ.

US Iran
please wait
Embed

No media source currently available

0:00 0:00:36 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG