ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Trump ກ່າວວ່າ ອີຣ່ານ ຖືກເຕືອນ ກ່ຽວກັບ ການ​ຍິງ​ລູກ​ສອນ​ໄຟ


UN US Iran
please wait
Embed

No media source currently available

0:00 0:00:53 0:00

ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງປະທານາທິບໍດີ​ສະຫະລັດ ທ່ານ Donald Trump ໃນ​ວັນ​ພຸດ​ວານ​ນີ້ ​ໄດ້ປະນາມ​ການຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ຂອງ​ອີຣ່ານ
ແລະກ່າວ​ວ່າ Tehran ​ແມ່ນ​ກໍ່​ໃຫ້​ເກີດຄວາມ​ສ່ຽງ ຕໍ່​ຂໍ້​ຕົກລົງ​ນິວ​ເຄລຍ ທີ່​ຕົນໄດ້ບັນ​ລຸ ​
ໃນ​ປີ 2015 ກັບ​ສະຫະລັດ ​ແລະ​ບັນດາປະ​ເທດມະ​ຫາ​ອຳນາດ​ອື່ນໆ.

ນາຍ​ພົນ​ເບ້ຍ​ບຳນານ ທ່ານ Michael Flynn ​ໄດ້​ປະນາມ​ການ​ຍິງ​ລູກ​ສອນ​ໄຟ​ທີ່​ວ່າ​ນີ້
​ແລະ​ປະກາດ​ວ່າ “​ແມ່ນມັນ​ເປັນ​ເຫດ​ການຄັ້ງ​ຫຼ້າ​ສຸດ ​ໃນ​ຫຼາຍໆ​ຄັ້ງທີ່​ມີ​ມາ​ເປັນ​ລຳດັບ”
ທີ່​ອີຣ່ານ ​ໄດ້​ຂົ່ມຂູ່​ສະຫະລັດ ​ແລະພັນທະ​ມິດໃນ​ຂອງ​ເຂດ ​ໃນ​ຮອບ 6 ​ເດືອນ​ຜ່ານ​ມາ.
ທ່ານ​ໄດ້​ກ່າວ​ວ່າ ​ພວ​ກຜູ້ນຳ ​ໃນ Tehran ​ແມ່ນ​ມີ​ຄວາມ​ກ້າາ​ຫານ​ຫຼາຍຂຶ້ນ ທີ່​ຈະ​ເອົາ​ບາດກ້າວ​ທີ່ວ່າ​ນີ້ ຍ້ອນ​ວ່າ​ຂໍ້​ຕົກລົງນິວ​ເຄລຍ “​ແມ່ນ​ອ່ອນ​ແອແລະ​ບໍ່​ມີ​ປະສິດທິ​ຜົນ”
ແລະເພາະວ່າ ປະ​ເທດ​ອື່ນໆ ທີ່​ພົວພັນ​ໃນ​ຂໍ້​ຕົກລົງ ບໍ່​ໄດ້​ເອົາ​ບາດກ້າວ​ເຂົ້າແຊກແຊງ
ເພື່ອ​ຄວບ​ຄຸມຄວາມ​ທະ​ເຍີ​ທະ​ຍານ​ທາງ​ທະຫານ​ຂອງ​ອີຣ່ານ.

ເຊີນຊົມ: ທ່ານ Flynn ເຕືອນອີຣ່ານ

General Flynn: ‘Officially Putting Iran on Notice’
please wait

No media source currently available

0:00 0:00:32 0:00

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ທີ່ທຳນຽບຂາວ ທ່ານ Flynn ​ໄດ້​ກ່າວ​ຫາ​ອະດີດ​ປະທານາ
ທິບໍດີ ບາຣັກ ​ໂອ​ບາ​ມາ ​ແລະ​ສະມາຊິກ​ຂອງ​ລັດຖະບານ​ຂອງ​ເພິ່ນ ທີ່​ບໍ່​ເຄັ່ງ​ຂັດ​ພຽງພໍ
ຕໍ່ Tehran.

ທ່ານ Flynn ກ່າວ​ວ່າ “ລັດຖະບານ​ຂອງທ່ານ ໂອ​ບາ​ມາ ບໍ່​ສາມາດທີ່​ຈະ​ຕ້ອບ​ໂຕ້ຢ່າງ​ມີ​ປະສິດທິ​ຜົນ ຕໍ່​ການ​ກະທຳທີ່​ມີ​ຈຸດປະສົງ​ບໍ່​ດີ​ຂອງ Tehran ຊຶ່ງ​ຮວມທັງ ການ​ໂອນອາ ວຸດ ການ​ສະໜັບສະໜຸນ​ພວກ​ກໍ່​ການ​ຮ້າຍ ​ແລະ​ການລະ​ເມີດ​ອື່ນໆ ຕໍ່ລະບຽບ​ການ​ຂອງ​ນາໆ​ຊາດ. ລັດຖະບານ​ຂອງທ່ານ Trump ຂໍປະນາມ​ຕໍ່​ການ​ກະທຳ​ດັ່ງກ່າວ ​ໂດຍ​ທີ່​ອີຣ່ານ​ໄດ້​ບ່ອນ​ທຳລາຍ​ຄວາມ​ປອດ​ໄພ ຄວາມ​ຈະ​ເລີ​ນຮຸ່ງເຮືອງ ​ແລະ​ ສະຖຽນລະ​ພາບ ​ໃນ​ທົ່ວ​ຂົງ​ເຂດ ​ແລະ​ຢູ່ນອກ​ພາກ​ຕາ​ເວັນ​ອອກ​ກາງ ​ແລະ​ບ່ອນ​ອື່ນໆ​ທີ່​ຊາວ​ອາ​ເມຣິກັນ ອາ​ໄສ​ຢູ່ ​ຕົກ​ຢູ່​ໃນຄວາມ​ສ່ຽງ​.”​

ທ່ານ Flynn ​ໄດ້​ກ່າວເພີ່ມ​ຕື່ມ​ວ່າ “​ໃນ​ມື້​ນີ້ ພວກ​ເຮົາ​ຂໍ​ເຕືອນ​ອີຣ່ານ ຢ່າງ​ເປັນ​ທາງ​ການ.” ທ່ານ​ບໍ່​ໄດ້​ອະທິບາຍ ​ເຖິງ​ຄວາມ​ເຫັນ​ຂອງ​ທ່ານ​ເພີ່ມ​ຕື່ມ​ອີກ ​ແລະ​ ຂົ່ມຂູ່ຈະ ​ເອົາ​ມາດ​ຕະການ​ສະ​ເພາະ​ເຈາະ​ຈົງ​ໃດໆ ຕໍ່ Tehran.

ລູກສອນໄຟ ໄລຍະໄກ Emad ທີ່ສາມາດຍິງຈາກພາກພຶ້ນດິນ ສູ່ພາກພື້ນດິນ ໄດ້ຖືກນຳສະແດງ ໃນຂະບວນການສວນສະໜາມ ທາງທະຫານ ຂ້າງນອກ Tehran, 21 ກັນຍາ, 2016.
ລູກສອນໄຟ ໄລຍະໄກ Emad ທີ່ສາມາດຍິງຈາກພາກພຶ້ນດິນ ສູ່ພາກພື້ນດິນ ໄດ້ຖືກນຳສະແດງ ໃນຂະບວນການສວນສະໜາມ ທາງທະຫານ ຂ້າງນອກ Tehran, 21 ກັນຍາ, 2016.

ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທຳນຽບຂາວ ​ໄດ້​ກ່າວ​ວ່າ ​ກາຍ​ຍິງ​ລູກ​ສອນ​
ໄຟຂີ​ປະ​ນາ​ວຸດ​ແລະ​ການ​ສະໜັບສະໜຸນ​ກຸ່ມ​ຫົວ​ຮຸນ​ແຮງ​ Houthi ​ຂອງ​ອີ​ຣ່ານ ໃນ​ເຢເມນ ນັ້ນ ​ແມ່ນເປັນ​ການ​ທ້າ​ທາຍ​ເກາະ​ຜິດ ​ແລະ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຢູ່ໃນ​ຂົງ​ເຂດ ​ແລະ​ພວມ​ຂົ່ມຂູ່ ຫຼາຍໆ​ປະ​ເທດ ຊຶ່ງ​ຮວມມີ ພັນທະ​ມິດ​ສະຫະລັດ​ນຳ. ເຈົ້າ​ໜ້າ ​ທີ່ ​ໄດ້​ກ່າວ​ວ່າ ສະຫະລັດ ຈະ​ຕອບ​ໂຕ້ຄືນ “ຢ່າງເໝາະ​ສົມ.”

​ເມື່ອ​ມີ​ການ​ຖາມ​ວ່າ ​ສະຫະລັດ ຈະ​ເອົາ​ບາດກ້າວແບບໃດ​ນັ້ນ ​ເຈົ້າ​ໜ້າ​ທີ່​ມີ​ພຽງ​ແຕ່
​ຕອບ​ວ່າ ພວກ​ເຂົາ​ເຈົ້າມີ​ທາງ​ເລືອກ​ຢ່າງ​ກວ້າງ​ຫຼາຍ ທີ່​ພ້ອມ​ແລ້ວ. ​ແຕ່ແນວ​ໃດກໍ​ຕາມ ​
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະຈຳທຳນຽບຂາວ ​ໄດ້​ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ອີຣ່ານນັ້ນ ​
ແລະ​ຄວາມ​ເປັນ​ໄປ​ໄດ້​ທີ່​ສະຫະລັດ​ຈະຕອບ​ໂຕ້​ຄືນ​ນັ້ນ ​ແມ່ນ​ແຍກ​ຈາກເລື່ອງຂໍ້​ຕົກລົງ​ນິວ​ເຄລຍຂອງ​ອີຣ່ານ ​ແລະ​ທຳນຽບຂາວ ​ກໍ​ບໍ່​ໄດ້ກ່າວ​ຫາ​ອີຣ່ານວ່າລະ​ເມີດຂໍ້​ຕົກລົງທີ່ດັ້ງ​ເດີມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG