ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ສະຫະລັດ ຮຽກຮ້ອງໃຫ້ທຸກປະເທດ ເອົາມາດຕະການ ທີ່ໜັກແໜ້ນຕໍ່ ເກົາຫຼີເໜືອ


ເອັກອັກຄະລັດຖະທູດອັງກິດ ປະຈຳສະຫະປະຊາຊາດ ທ່ານ Matthew Rycroft, ຊ້າຍ, ກຳລັງຟັງເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley.

ປະທານາທິບໍດີ​ສະຫະລັດ ທ່າ​ນດໍ​ໂນ​ລ ທຣໍາ ​ໃນ​ວັນ​ພະຫັດ​ມື້​ນີ້​ໄດ້​ຮຽກຮ້ອງໃຫ້​ທຸກໆ
​ປະ​ເທດ ຈົ່ງປະ​ເຊີນ​ໜ້າ​ກັບໄພ​ຂົ່ມຂູ່​ທີ່​ວາງ​ໂດຍ​ເກົາຫລີ​ເໜືອ ​ແລະ​ສະ​ແດງອອກ​ມາ
​ໃຫ້​ເຫັນ​ຢ່າງ​ເປີດ​ເຜີຍ​ແກ່​ປະ​ເທດ​ດັ່ງກ່າວວ່າ “ຈະມີ​ຜົນ​ທີ່​ຈະ​ຕິດຕາມ​ມາ​ ມນການ​
ປະພຶດທີ່​ບໍ່​ດີ​ຂອງ​ເຂົາ​ເຈົ້າ.”

​ໃນ​ການ​ຖະ​ແຫລ​ງ​ລະ​ຫວ່າງ​ການ​ຢ້ຽມຢາມ​ໂປ​ແລນນັ້ນ ປະ​ທາ​ນາ​ທິບໍດີ​ ທຣໍາ ກ່າວ
ວ່າ ບໍ່​ແມ່ນ​ໂຕ​ທ່ານ​ເອງ​ທີ່​ຈະ​ຂີດ​ເສັ້ນ​ແດງ ​ຫລື​ເວົ້າ​ກ່ຽວ​ກັບ​ແຜນ​ຂອງທ່ານ ​ແຕ່​ວ່າມີ
“ມີ​ມາດ​ຕະການທີ່​ຮ້າຍ​ແຮງ​ຈຳນວນ​ນຶ່ງ” ທີ່​ທ່ານ​ກຳລັງຄຸ່ນຄິດ​ຢູ່. ທ່ານ​ບໍ່​ໄດ້​ບັນ​ລະ
ອຽດຫຍັງ​ຕື່ມ​ອີກ.

​ໃນ​ວັນ​ພຸດ​ວານ​ນີ້ ​ເອກ​ອັກຄະ​ລັດຖະທູດ ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​
ນາງ Nikki Haley ກ່າວ​ຕໍ່ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງວ່າ ສະຫະ​ລັດ ​ກຳ
ລັງ​ກະກຽມ ທີ່​ຈະ​ໃຊ້​ວິທີການ​ທາງທະຫານ ​ເພື່ອປ້ອງ​ກັນ​ໄພ​ຂົ່ມຂູ່ ຈາກ​ການ​ຍິງ​ລູກ​
ສອນ​ໄຟ​ຂີ​ປະ​ນາ​ວຸດ​ ຂ້າມ​ທະວີບ ​ໂດຍເກົາຫລີ​ເໜືອ. ​ແຕ່​ທ່ານ​ນາງ​ກ່າວ​ວ່າ ມັນ​ຈະ​
ດີ​ທີ່​ສຸດ​ທີ່​ຈະ​ພະຍາຍາມ​ແກ້​ໄຂ​ວິ​ກິດ​ການ​ຜ່ານ​ທາງ​ການ​ທູດແລະ​ມາດ​ຕະການ​ທາງ
ດ້ານເສດຖະກິດ.

'We Must Do More,' Haley Tells U.N.
please wait

No media source currently available

0:00 0:00:44 0:00

ທ່ານ​ນາງ Haley ກ່າວ​ວ່າ​ ສະຫະລັດ ກຳ​ລັງ​ກະກຽມ​ປ້ອງ​ກັນໂຕ ​ແລະ​ບັນດາ​ພັນ
ທະ​ມິດ. “ນຶ່ງໃນ​ຄວາມ​ສາມາດ​ຂອງ​ພວກ​ເຮົາ ​ແມ່ນ​ກາງ​ຕໍ່​ກຳລັງທະຫານ​ທີ່​ເກັ່ງ​ກ້າ​
ຂອງ​ພວກ​ເຮົາ."
ສະຫະລັດ ​ມີ​ກຳລັງ​ຖະຫານ​ຢູ່​ໃນ​ເກົາຫລີ​ໃຕ້ 28,500 ຄົນ ​ແລະ​
ປະມານ 50,000 ຄົນ​ຢູ່​ໃນ​ຍີ່ປຸ່ນ.

ທ່າ​ນນາງ Haley ກ່າວ​ຕໍ່​ບັນດາສະມາ​ຊິກ​ສະພາ​ຄວາມ​ໝັ້ນຄົງຢູ່​ໃນ​ກອງ​ປະຊຸມ​ສຸ​ກ ​
ເສີນ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ພວກ​ເຮົາ​ຈະ​ນຳ​ໃຊ້​ເຂົາ​ເຈົ້າ ຖ້າ​ພວກ​ເຮົາ​ຕ້ອງ​ເຮັດ ​ແຕ່​
ພວກ​ເຮົາ​ຢາ​ກຈະກ້າວ​ໄປ​ໃນທິດ​ທາງ​ດັ່ງ​ກ່າ​ວ.”

ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ມີປະຕິກິລິຍາກັບ ບັນດານັກວິທະຍາສາດ ແລະຜູ້ຊ່ຽວຊານ ຫໍລັງຈາກການທົດລອງຍິງລູກສອນໄຟຂີປະນາວຸດຂ້າມທະວີບ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ມີປະຕິກິລິຍາກັບ ບັນດານັກວິທະຍາສາດ ແລະຜູ້ຊ່ຽວຊານ ຫໍລັງຈາກການທົດລອງຍິງລູກສອນໄຟຂີປະນາວຸດຂ້າມທະວີບ.

​ເກົາ​ຫລີ​ເໜືອ​ ໄດ້​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ICBM ​ເປັນ​ເທື່ອ​ທຳ​ອິດ ທີ່​ໄດ້​ກໍ່​ໃຫ້
ເກີດ​ມີ​ການ​ປະນາມ​ຢ່າງ​ກວ້າງ​ຂວາງ ​ແລະ ​ເກີດ​ວິ​ກິດ​ການທາງ​ດ້ານ​ທູດໃນທັນທີຫລັງ
​ຈາກ​ນັ້ນ. ​ສ່ວນນຶ່ງ​ຂອງ​ອາ​ເມຣິກາ​ເໜືອ ​ເປັນ​ທີ່​ເຊື່ອກັນ​ວ່າ​ຢູ່ໃນ​ໄລລັດ​ສະໝີຂອງ​ລູກ​
ສອນ​ໄຟ ທີ່​ປະກອບ​ດ້ວຍ​ຫລາຍ​ທ່ອນ ທີ່​ພຽງ​ຢາ​ງ​ໄດ້​ຍິງ​ທົດ​ລອງ​ໃນ​ວັນ​ອັງຄານ​ທີ່
​ຜ່ານ​ມາ.

North Korea Missile Test Triggers International Condemnation
please wait

No media source currently available

0:00 0:01:41 0:00

ບັນດາ​ເຈົ້າ​ໜ້າທີ່​ທະຫານ ​ສະຫະລັດ ກ່າວ​ວ່າ ມີ​ຫລາຍ​ເຫດຜົນ​ທີ່​ມີ​ຄວາມ​ເປັນ​ຫ່ວງ​
ກ່ຽວ​ກັບ​ການ​ທຳ​ຂອງ​ ເກົາຫລີ​ເໜືອ ​ແຕ່ການ​ຂົ່ມຂູ່​ໂດຍ​ທົ່ວໄປ​ຕໍ່​ສະຫະລັດ ​ແລະ​ບັນ
ດາ​ປະ​ເທດ​ພັນທະ​ມິດ ໂດຍ​ສະ​ເພາະ ຍີ່ປຸ່ນ ​ແລະເກົາຫລີ​ໃຕ້ນັ້ນ ຍັງ​ຢູ່​ໃນ​ຂອບ
​ເຂດ​ຈຳກັດ.

ທ່ານ​ນາງ Haley ກ່າວ​ວ່າ ສະຫະລັດ ຈະ​ສະ​ເໜີ​ການ​ລົງ​ໂທດ​ສະບັບໃໝ່ ​ຕໍ່ເກົາຫລີ
​ເໜືອ​ ໃນ​ບໍ່​ຊ້າ​ນີ້. ຮ່າງ​ຍັດ​ຕິ​ໃໝ່​ສະບັບ​ນຶ່ງ ​ຈະ​ຖືກ​ແຈກ​ຢາຍ​ໃຫ້​ແກ່ບັນດາ​ສະມາຊິກ
ສະພາ​ຄວາມ​ໝັ້ນຄົງ “​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງໜ້າ​ນີ້” ທ່ານ​ນາງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ ໂດຍ
ກ່າວ​ເພີ້​ມຕື່ມວ່າ ມາດ​ຕະການນີ​້ “ຈະ​ເພີ້​ມການຕອບ​ໂຕ້ ຂອງສາກົນ ​ໃນ​ວິທີ​ ທີ່ສົມ
ສ່ວນກັບການ​ເພີ່ມທະວີ ​ຄວາມ​ເຄັ່ງຕຶງ​ ຂອງ​ເກົາຫລີ​ເໜືອ.”

ອ່ານຂ່າວນີ້ເພີ່່ມເປັນພາສາອັງກິດ

North Korean Missile
please wait
Embed

No media source currently available

0:00 0:01:32 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG