ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ສະຫະລັດ ຮຽກຮ້ອງໃຫ້ ມຽນມາ ຢຸດເຊົາ ການກໍ່ຄວາມຮຸນແຮງ


ຊາວອົບພະຍົບໂຣຮິງຢາ ລ່ຽນແຖວເພື່ອຮັບການຊ່ວຍເຫລືອ ດ້ານມະນຸດສະທໍາ ຢູ່ສູນອົບພະຍົບ Balukhali ໃນປະເທດ Bangladesh ວັນທີ 26 ພະຈິກ 2017.

ສະຫະລັດ​ຮຽກຮ້ອງ​ໃຫ້​ມຽນມາ ຢຸດເຊົາການ​ໃຊ້​ກຳລັງທະຫານແກ້ແຄ້ນຕໍ່ຊາວ​ມຸສລີ​ມ
ໂຣຮິງ​ຢາ ຢູ່​ໃນ​ລັດ Rakhine​.

​ໃນ​ການໂອ້​ລົມທາງໂທລະສັບ ​ກັບຜູ້​ບັນຊາ​ການ​ທະຫານ​ມຽນມາ ນາຍ​ພົນ​ອະວຸ​ໂສ Min
Aung Hlaing ​ໃນ​ວັນ​ພະຫັດ​ວານ​ນີ້ ລັດຖະມົ​ນຕີຕ່າງປະ​ເທດ​ສະ ຫະລັດ ທ່ານ Rex Tillerson ​ໄດ້​ສະ​ແດ​ງຄວາມ​ເປັນ​ຫ່ວງກ່ຽວ​ກັບວິ​ກິດ​ການ​ດ້ານມະ​ສຸດ​ສະ​ທຳທີ່ຍັງດຳ
ເນີນຢູ່ຕໍ່ມາ ​ແລະ​ລາຍ​ງານ​ການກໍ່ໂທດກຳຕ່າງໆ ຢູ່​ໃນ​ລັດ Rakhine.

​ໂຄສົກກະ​ຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Heather Nauert ກ່າວ​ຢູ່​ໃນ​ຖະ​
ແຫລ​ງການ​ວ່າ ທ່ານ Tillerson ​ໄດ້​ຮຽກຮ້ອງ​ໃຫ້​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ມຽນມາ
ຈົ່ງ​ໃຫ້​ການສະໜັບສະໜູນ​ລັດຖະບານເພື່ອ​ຍຸຕິຄວາມຮຸນ​ແຮງ ​ແລະ​ອະນຸຍາດ​ໃຫ້​
ພວກ​ອົບພະຍົບໃນລະຫວ່າງ​ເກີດ​ວິ​ກິດ​ການນັ້ນກັບ​ຄືນ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ ເພື່ອໃຫ້ເປັນການສອດຄ່ອງ ກັບ​ຖະ​ແຫລ​ງການຮ່ວມສະບັບ​ປີ 1992 ກັບ​ບັງ​ກລາ​ແດັສ
​ແລະ​ປາດ​ສະ​ຈາກເງື່ອນໄຂ​ໃດ​ໆທັງສິ້ນ.

ທ່ານ​ນາງ Nauert ກ່າວ​ວ່າ “ທ່ານ Tillerson ຍັງ​ໄດ້​ຮຽກຮ້ອງ​ໃຫ້​ກອງທັບອຳນວຍ
ຄວາມສະດວກ ​ໃນການ​ຊ່ວຍ​ເຫລືອທາງດ້ານ​ມະນຸດສະທຳ​ ​ໃຫ້ແກ່​ພວກທີ່​ໄດ້​ຮັບ​ຜົນ
​ກະທົບ​ຢູ່​ໃນ​ຂົງ​ເຂດ ​ອະນຸຍາດ​ໃຫ້​ສື່​ມວນ​ຊົນ​ເຂົ້າ​ໄປ​ເອົາຂ່າວ ​ແລະຮ່ວ​ມມື​ກັບ​ສະຫະ
​ປະຊາ​ຊາດ “​ເພື່ອ​ໃຫ້ການ​ຄໍ້າປະກັນໃຫ້ມີການສືບສວນຢ່າງ​ລະອຽດຖີ່​ຖ້ວນ ​ເປັນ​ອິດ
ສະຫຼະ ຕໍ່ທຸກການ​ກ່າວ​ຫາກ່ຽວກັບການຝ່າຝືນແລະລ່ວງ ລະເມີດສິດທິມະນຸດ ​ແລະ
ຄໍ້າ​ປະກັນ​ວ່າໃຜເປັນຜູ້​ຮັບຜິດຊອບ.”

ທ່ານ Tillerson ຍັງ​ໄດ້​ປະນາມ​ການ​ໂຈມ​ຕີ່ທີ່​ຮ້າຍ​ແຮງ​ໃນ​ວັນ​ທີ 25 ​ເດືອນ​ສິງຫາທີ່​
ຜ່ານ​ມາ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ໂຣຮິງ​ຢາ ​ໃສ່​ກຳລັງ​ຮັກສາ​ຄວາ​ມປອດ​ໄພ​ ຢູ່ໃນ​ລັດ
Rakhine ທີ່​ໄດ້​ເຮັດ​ໃຫ້​ເກີດ​ມີການ​ຕອບ​ໂຕ້​ຄືນ​ຢ່າງ​ບໍ່​ມີຢຸດຢ່ອນ.

ໄຟກຳລັງໄໝ້ໝູ່ບ້ານ Gawdu Zara ຢູ່ທາງພາກເໜືອຂອງລັດ Rakhine ປະເທດ Myanmar.
ໄຟກຳລັງໄໝ້ໝູ່ບ້ານ Gawdu Zara ຢູ່ທາງພາກເໜືອຂອງລັດ Rakhine ປະເທດ Myanmar.

ການ​ໃຊ້​ກຳລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານໂຈມ​ຕີຊາວ​ມຸສລີ​ມ​ໂຣຮິງ​ຢາ
ໃນອັນ​ທີ່​ສະຫະ​ຫະຊາ​ຊາດ​ຮ້ອງວ່າ​ ເປັນ​ການ​ກວດ​ລ້າງຊົນຊາດຊົນ​ເຜົ່າ​ນັ້ນ​ ​ໄດ້ພາ
ໃຫ້ຊາວອົບພະຍົບໂຣຮິງຢາຫຼາຍກວ່າ 5 ແສນຄົນ ​ຕ້ອງໄດ້ຫລົບໜີເຂົ້າ​ໄປໃນ​ບັງ​
ກລາ​ແດັສ ​ແລະ​ແຫ່ງ​ອື່ນໆ. ສ່ວນ​ໃຫຍ່​ຂອງ​ຊາວ​ອົບ​ພະຍົບ​ແມ່ນ​ພວກ​ແມ່ຍິງ ​ແລະ
ເດັກ​ນ້ອຍ.

ພວກອົບພະຍົບຊາວ​ໂຣຮິງ​ຢາ​ ​ໄດ້​ບອກ​ເລົ່າເຖິງຄວາມໂຫດ​ຮ້າຍ​ວ່າ ກອງທັບ​ມຽນ
ມາ​ໄດ້​ຈູດ​ເຜົາ​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ​ຢ່າງ​ໃດ ພ້ອມທັງ​ສັງຫານ ​ຂົ່ມຂືນ​ແລະ​ປຸ້ນສະດົມ
ເອົາ​ເຄື່ອງ​ຂອງ. ຊາວ​ໂຣຮິງຢາ​ຍັງ​ກ່າວ​ວ່າ ມີການຝັງລະ​ເບີດ​ຝັງ​ດີ​ນ ​ໄວ້​ເພື່ອ​ປ້ອງ​ກັນ
​ບໍ່​ໃຫ້​ເຂົາ​ເຈົ້າ​ກັບ​ຄືນໄປ. ຊາວ​ມຸສລິ​ມ​ໂຣຮິງ​ຢາເວົ້າ​ວ່າ ​ເຂົາ​ເຈົ້າ​ເປັນ​ຊົນ​ກຸ່ມ​ນ້ອຍ ​ທີ່
ໄດ້ຖືກ​ປະຫັດປະຫານມາ​ເປັນ​ເວລາ​ດົນນານ​ຢູ່​ໃນມຽນມາທີ່ ມີຊາວ​ພຸດເປັນ​ຄົນກຸ່ມ
ໃຫຍ່ ​ແລະ​ມັກ​ຈະຖືກ​ປະຕິ​ເສດ ​ແມ່ນ​ແຕ່ສິດທິມະນຸດຂັ້ນ​ພື້ນຖານທີ່​ສຸດ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG