ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ມີ ການຮ່ວມມື ຢ່າງໃກ້ຊິດ ກັບຈີນ (ວີດີໂອ)


ທ່ານ Tom Donilon ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຂອງ ສະຫະລັດ ພົບປະກັບນາຍພົນ Fan Changlong ທີ່ກຸງປັກກິ່ງ
ທ່ານ Tom Donilon ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ຂອງ ສະຫະລັດ ພົບປະກັບນາຍພົນ Fan Changlong ທີ່ກຸງປັກກິ່ງ
ສະຫະລັດ ​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວ​ມມື​ຢ່າງໃກ້​ຊິດ​ກັບຈີນ ​ເຖິງ​
ແມ່ນ​ວ່າລາ​ຍງານໃໝ່ໆ ກ່ຽວ​ກັບການ​ໂຈມ​ຕີ​ທາງ​ອິນ​ເຕີແນັດ
ຂອງ​ຈີນຕໍ່​ລະ​ບົບປ້ອງ​ກັນ​ປະ​ເທດສະຫະລັດພວມ​ສ້າງ​ຄວາມ​
ເຄັ່ງ​ຕຶງລະຫວ່າງປະ​ເທດ​ມະຫາ​ອໍານາດ​ທັງ​ສອງກໍ​ຕາມ.

ທີ່​ປຶ​ກສາ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດຂອງທໍານຽບຂາວ ທ່ານ
Tom Donilon ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ທັງສອງ​ຝ່າຍ​ຄວນ
​ຈະຊຸກຍູ້ໃຫ້​ມີ​ການ​ຮ່ວມ​ມື​ກ່ຽວ​ກັບ ກິດຈະການ​ຕ່າງໆ​ທາງ​ດ້ານ
​ທະຫານ “ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ” ​ເຊັ່ນ​ວ່າ ການ​ຮັກສາ​ສັນຕິ​ພາບ
ການ​ປາບ​ໂຈນ​ທະ​ເລແລະ​ການ​ບັນ​ເທົາ​ທຸກ​ໄພພິບັດ. ທ່ານໃຫ້​
ຄວາມ ​ເຫັນ​ດັ່ງກ່າວຢູ່ທີ່​ກຸງ​ປັກ​ກິ່ງ ຮ່ວມ​ກັບນາຍ​ພົນ​ອະ​ວຸ​ໂສ
ຂອງ​ຈີນ ທ່ານ Fan Changlon.

ໃນ​ວັນ​ຈັນ​ວານ​ນີ້ ທ່ານ Donilon ໄດ້​ພົບ​ປະ​ກັບປະທານ​ປະ​
ເທດຈີນ ທ່ານ Xi Jinpingຜູ້​ທີ່​ກ່າວ​ວ່າຄວາມສໍາພັນ​ລະຫວ່າງ
ປັກ​ກິ່ງ ​ກັບວໍ​ຊິງ​ຕັນ ພວມຕົກ​ຢູ່ “​ໃນ​ຂັ້ນ​ຫົວລ້ຽວຫົວ​ຕໍ່​.”

ການ​ຢ້ຽມຢາມ​ຈີນ​ເປັນ​ເວລາ​ສອງ​ມື້ຂອງທ່ານ Donilon ແມ່ນເພື່ອວາງ​ພື້ນຖານ​ ສໍາລັບ
ການ​ພົບ​ປະສຸດ​ຍອດ ລະຫວ່າງ ທ່ານ Xi ​ແລະ ປະທານາທິບໍດີສະຫະລັດ ທ່ານ Barack
Obama ໃນ​ອາທິດ​ໜ້າ ຢູ່​ທີ່ລັດ California.

​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນວານ​ນີ້ ລາຍ​ງານລັບກ່ຽວ​ກັບການປ້ອງ​ກັນ​ປະ​ເທດ ທີ່​ໜ້າ ​ເຊື່ອ​
ຖືໄດ້ ​ແຈ້ງ​ໃຫ້ໜັງສືພິມທີ່​ສໍາ​ຄັນ​ສະບັບ​ນຶ່ງຂອງ​ສະຫະລັດ ໂດຍກ່າວ​ຫາວ່າ​ການຈາລະ​ກຳ
ທາງ​ອິນເຕີ​ແນັດ​ຂອງຈີນ​ແມ່ນ​ເປັນ​ໄພ​ອັນຕະລາຍ​ຕໍ່​ຄວາມ​ລັບ​ສຸດຍອດ​ບາງ​ຢ່າງ​ແລະ​ລະ
ບົບ​ອາວຸດທີ່​ກ້າວໜ້າ​ທັນ​ສະ​ໄໝ​ຂອງ​ວໍ​ຊິງ​ຕັນ. ​

ຢູ່​ໃນ​ພາກສ່ວນ​ທີ່​ເປັນຄວາມ​ລັບ​ ຂອງລາຍ​ງານຄະນະ​ກໍາມະການວິ​ທະຍາ​ສາດ​ ດ້ານປ້ອງ
ກັນປະ​ເທດສະຫະລັດ ທີ່​ພິມເຜີຍ​ແຜ່​ໂດຍໜັງ​ສື​ພິມ the Washington Post ໄດ້​ແຈ້ງ​ໃຫ້
ຊາບ​ກ່ຽວ​ກັບ​ລະບົບອາວຸດ​ລັບ​ສຸດ​ຍອດ 20 ກວ່າ​ຊະນິດທີ່ໄດ້​ມີ​ການ​ລັກຂະ​ໂມ​ຍ​ເອົາ​ ໂດຍ​
ພວກ​ໂຈມຕີ​ເຈາະ​ຂໍ້​ມູນ​ທາງ​ອິນ​ເຕີແນັດຂອງ​ຈີນ ຮວມທັງຫລາຍໆຊະນິດທີ່​ຍັງ​ບໍ່​ເຄີຍເປີດ​
ເຜີຍ​ໃຫ້​ຊາບມາ​ກ່ອນ.​

us China
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG