ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ເອີ້ນຮ່າງຍັດຕິ ສປຊ ກ່ຽວກັບ ອິສຣາແອລ ວ່າເຂົ້າຂ້າງ ຝ່າຍດຽວ


ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໃຫ້ຄຳເຫັນ ໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບ ສະຖານະການໃນເຂດ ກາຊາ. ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນ ນິວຢອກ. 15 ພຶດສະພາ, 2018.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໃຫ້ຄຳເຫັນ ໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບ ສະຖານະການໃນເຂດ ກາຊາ. ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນ ນິວຢອກ. 15 ພຶດສະພາ, 2018.

ສະຫະລັດຈະໃຊ້ສິດຍັບຢັ້ງ “ແບບເດັດຂາດ” ຕໍ່ຍັດຕິ ທີ່ຄູເວດເປັນຜູ້ສະເໜີ ເພື່ອໃຫ້
ການປົກປ້ອງ ແກ່ຊາວປາແລສໄຕນ໌ ໃນເຂດ ກາຊາ ແລະ ຝັ່ງຕາເວັນຕົກຂອງແມ່ນ້ຳ
ຈໍແດັນຫຼືເວັສແບັງ ໃນເວລາທີ່ມີການລົງຄະແນນສຽງ ໃນສະພາຄວາມໝັ້ນຄົງ ວັນ
ສຸກມື້ນີ້.

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ນິກກີ ເຮລີ ໄດ້ເອີ້ນຍັດຕິດັ່ງກ່າວວ່າ “ເຂົ້າ
ຂ້າງຝ່າຍດຽວ” ແລະ ເປັນວິທີການທີ່ “ຂາດຈັນຍາບັນ” ກ່ຽວກັບ ການຢຸດຄວາມຮຸນ
ແຮງ ລະຫວ່າງຊາວ ອິສຣາແອລ ແລະ ປາແລສໄຕນ໌.

ທ່ານນາງ ເຮລີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ເມື່ອວັນຕອນແລງວັນພະຫັດວານ
ນີ້ວ່າ “ມັນບໍ່ມີການເອີ່ຍເຖິງຊື່ກຸ່ມ ຮາມາສ ແມ່ນແຕ່ຄັ້ງດຽວໃນຮ່າງຍັດຕິດັ່ງກ່າວ ໃນ
ເມື່ອວ່າກຸ່ມ ຮາມາສ ແມ່ນຜູ້ຮັບຜິດຊອບສ່ວນໃຫຍ່ ຂອງຄວາມຮຸນແຮງຄັ້ງຫຼ້າສຸດ
ໃນເຂດ ກາຊາ.”

ທ່ານນາງກ່າວວ່າ ຮ່າງຍັດຕິສະບັບດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ອິສຣາແອລ ຢຸດ “ການ
ໃຊ້ກຳລັງ “ເກີນຂອບເຂດ ແລະ ຢ່າງບໍ່ເລືອກໜ້າ,” ມັນແມ່ນກຸ່ມ ຮາມາສ ທີ່ໄດ້ຍິງຈະ
ຫຼວດ 70 ລູກເຂົ້າໃສ່ເມືອງຕ່າງໆຂອງ ອິສຣາແອລ ໃນສັບປະດານີ້.

ທ່ານນາງ ເຮລີ ໄດ້ເຕືອນສະມາຊິກສະພາຄວາມໝັ້ນຄົງວ່າ ການລົງຄະແນນສຽສະ
ໜັບສະໜູນຮ່າງຍັດຕິດັ່ງກ່າວ “ຈະຊີ້ໃຫ້ເຫັນເຖິງການຂາດຄວາມເໝາະສົມຂອງເຂົາ
ເຈົ້າ ທີ່ຈະເຂົ້າຮ່ວມໃນທຸກໆການເຈລະຈາທີ່ໜ້າເຊື່ອຖືໄດ້ ລະຫວ່າງສອງຝ່າຍນັ້ນ.”

ໃນຖະນາເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງນັ້ນ, ສະຫະລັດ ມີອຳນາດ
ໃນການວີໂຕ້ ຫຼືໃຊ້ສິດຍັບຢັ້ງຕໍ່ຮ່າງຍັດຕິໃດໆກໍໄດ້.

ຮ່າງຍັດຕິຂອງ ຄູເວດ ໄດ້ສະແດງ “ຄວາມເປັນຫ່ວງຢ່າງຍິ່ງ” ຕໍ່ຄວາມຮຸນແຮງທີ່ເພີ່ມ
ຂຶ້ນລະຫວ່າງຊາວ ອິສຣາແອລ ແລະ ປາແລສໄຕນ໌ ທີ່ອາໄສຢູ່ໃນເຂດ ກາຊາ ເຊິ່ງປົກ
ຄອງໂດຍກຸ່ມ ຮາມາສ, ແລະກໍເປັນຄວາມຮຸນແຮງທີ່ໂຫດຮ້າຍທີ່ສຸດໃນຮອບສີ່ປີ.

ເຂົາເຈົ້າໄດ້ຮຽກຮ້ອງໃຫ້ມີການຢຸດຍິງ “ໃນທັນທີ, ແບບຍືນຍົງ ແລະ ໄດ້ຮັບຄວາມ
ເຄົາລົບຢ່າງເຕັມທີ່” ພ້ອມກັບຮຽກຮ້ອງເລຂາທິການໃຫຍ່ ທ່ານ ແອນໂຕນີໂອ
ກູເຕເຣັສ ໃຫ້ຂຽນລາຍງານ ກ່ຽວກັບ ກົນໄກການປົກປ້ອງສາກົນ” ສຳລັບເຂດ ກາຊາ.

ແຕ່ດັ່ງທີ່ທ່ານນາງ ເຮລີ ໄດ້ກ່າວເນັ້ນນັ້ນ, ຮ່າງຍັດຕິດັ່ງກ່າວໄດ້ເວົ້າ ກ່ຽວກັບ “ການຍຶດ
ຄອງຂອງ ອິສຣາແອລ ໃນຂະນະທີ່ບໍ່ມີການເວົ້າເຖິງກຸ່ມ ຮາມາສ ເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

UN Gaza
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG