ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຄົມນຶ່ງໃນລັດແມຣີແລນດ໌ ຊ່ວຍສອນພາສາ ອັງກິດ ໃຫ້ອົບພະຍົບມຽນມາ (ເບິ່ງວີດີໂອຮຽນພາສາອັງກິດ)


ເຮົາຂໍ​ສະ​ເໜີ​ລາຍ​ງານ​ການ​ສຶກສາ ​ຂອງ​ພະ​ແນ​ກພາສາ​ອັງກິດພິ​ເສດຂອງ​ວີ​ໂອ​ເອ ​ເລຶ້ອງ ການ​ດໍາ​ເນີນ​ຄວາມ​ພະຍາຍາມຂອງ​ປະຊາ​ຄົມ​ນຶ່ງ​ໃນ​ລັດ​ແມຣີ​ແລນ​ດ໌​ ເພື່ອຊ່ວຍສອນພາສາ​ ອັງກິດ ໃຫ້​ແກ່ຊາວ​ອົບ​ພະຍົບມຽນມາ ຢູ່​ໃນ​ເມືອງ​ຂອງ​ເຂົາ​ເຈົ້າ ຊຶ່ງ​ດາ​ຣາຈະນໍາ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອຂອງພະແນກພາສາອັງກິດພິເສດ ແລະຮຽນໄປພ້ອມ:

ມີ​ພວກ​ອົບ​ພະ​ຍົບຊາວ​ມຽນມາ ປະມານສິບແປດ​ພັນ​ຄົນ ທີ່​ເຂົ້າມາຢູ່ສະຫະລັດ​ໃນ​ແຕ່ລະ​ປີ ນັບ​ຕັ້ງ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ. ຄອບຄົວ​ຈໍານວນ​ນຶ່ງ ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ທີ່​ເມືອງ Howard ລັດ​ແມ​ຣີ​ແລນ​ດ໌ ທີ່​ຕັ້ງ​ຢູ່ລະຫວ່າງເມືອງ​ບອ​ລຕິມໍ ​ແລະນະຄອນຫລວງ​ວໍຊິງ​ຕັນ​ດີ​ຊີ.​ ໂຮງ​ຮຽນ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ໄດ້​ເລີ່​ມສອນ​ພາສາ​ອັງກິດ ​ໃຫ້​ແກ່​ພວກເດັກນ້ອຍ ລູກ​ຊາ​ວອົບ​ພະ​ຍົບ​ເຫລົ່າ​ນັ້ນ ​ແຕ່​ວ່າ ​ໃນ​ຂະນະ​ທີ່ພວກ​ເດັກ​ເຫລົ່າ​ນີ້​ໄດ້ຮຽນພາສາ​ອັງກິດນັ້ນ ​ພໍ່​ແມ່​ຂອງ​ພວກ​ເຂົາ​ເຈົ້າ ກັບບໍ່​ໄດ້​ຮຽນ ຊຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສື່ສານ​ກັນ ກັບພວກ​ນາຍຄູ.

ນັກຮຽນຊາວມຽນມາ ຮຽນພາສາອັງກິດ ຢູ່ໂຮງ​ຮຽນ ປະຖົມ Bollman Bridge, ເຂດເມືອງຮາວເອີດ, ລັດແມຣີແລນດ໌, ວັນທີ 1 ມັງກອນ 2012.
ນັກຮຽນຊາວມຽນມາ ຮຽນພາສາອັງກິດ ຢູ່ໂຮງ​ຮຽນ ປະຖົມ Bollman Bridge, ເຂດເມືອງຮາວເອີດ, ລັດແມຣີແລນດ໌, ວັນທີ 1 ມັງກອນ 2012.

ປັດຈຸບັນ​ນີ້ ມີເດັກ​ນ້ອຍ​ມຽນມາ ເກືອບ 50
ຄົນ ​ເຂົ້າຮຽນ​ຢູ່​ໂຮງ​ຮຽນປະຖົມ Bollman
Bridge. ນາງ Laurel Conran ສອນ​ພາ
ສາ​ອັງກິດ​ໃຫ້ແກ່ພວກທີ່ປາກ​ເວົ້າພາສາ​ອື່ນ.
ນັກຮຽນ​ຂອງລາວ​ຄົນ​ນຶ່ງ ຊື່ Tha Neih
Ciang ​ແລະ​ອີກ​ຜູ້​ນຶ່ງ​ກໍ​ແມ່ນ​ແມ່​ຂອງ​ນາງ
ທາ​ເນ ຊື່ Tin lang. ຄູ​ Laurel ຈະໄປ​
ສອນ​ເວົ້າພາສາ​ອັງ​ກິດ​ກັບ​ແມ່ ຢູ່​ບ່ອນ​ເຮັດ
ວຽກ​ຂອງ​ແມ່. ຊາວ​ອົບ​ພະຍົບມຽນມາ
ຫລາຍ​ຄົນ​ເຮັດ​ວຽກ​ຢູ່​ບໍລິສັດ​ຈໍາ​ນ່າຍຜັກ
ແລະ​ໝາກ​ໄມ້ສົດ Coastal Sunbelt ທີ່
ສົ່ງ​ຜັກ​ສົດ​ແລະ​ໝາກ​ໄມ້​ສົດ​ ໃຫ້​ພວກ
ຮ້ານ​ອາຫານ​ແລະບໍລິສັດ​ທຸລະ​ກິດ​ອື່ນໆ.

Laurel Conran ​ເລິ່ມ​ເປີດສອນ​ພາສາ​ອັງກິດ​ຢູ່ທີ່​ນັ້ນ ​ເພື່ອ​ຊ່ວຍ​ເຫລືອ​ຊາວ​ອົບ​ພະຍົບຈາກ
ປະ​ເທດ​ພະມ້າ ທີ່​ຮູ້​ກັນ​ອີກ​ຊື່​ນຶ່ງ​ວ່າ​ ມຽນມາ​ນັ້ນ. ​ໂຄງການ​ສອນ​ພາສາ​ອັງກິດ​ນີ້​ ມີ​ໄລ​ຍະ​ຫົກ
ອາທິດ ​ຄື​ເປີ​ດຮຽນ​ທຸກໆ​ວັນ​ພຸດ ສິບ ສອງ​ໂມງທ່ຽງ​ຫາ​ບ່າຍ​ນຶ່ງ​ໂມງ. ​ໃນ​ແຕ່​ລະອາ​ທິດ ນາງ
Conran ຈະ​ໄປທີ່ບໍລິສັດ Coastal Sunbelt. ​ເວລາ​ພວກ​ຄົນ​ງານ​ຊາວ​ມຽນມາ ​ພັກ​ກິນ​ເຂົ້າ
ຢູ່​ທີ່​ນັ້ນ ​ເຂົາ​ເຈົ້າກໍ​ເຝິກ​ແອບເວົ້າ​ພາສາ​ອັງກິດ​ໄປ​ນໍາ. ​ເຂົາ​ເຈົ້າຈະພາກັນ​ນັ່ງ​ເປັນກຸ່ມ​ນ້ອຍໆ
ຢູ່​ກັບອາສາ​ສະໝັກ​ທີ່​ເວົ້າພາສາ​ອັງກິດ​ ​.

ນາງ Lisa Chertok ​ເປັນ​ຜູ້​ຈັດການ​ຢູ່​ບໍ​ລິ​ສັດ​ດັ່ງກ່າວ ​ແລະ​ກໍ​ມີ​ລູກ​ຄົນ ນຶ່ງ​ທີ່ຮຽນ​ຢູ່ໂຮງ
ຮຽນ Bollman Bridge. ລາວໄດ້​ຊ່ວຍ ຄູ Conran ​ແຕ່ງບົດຮຽນ​. ລາວ​ເວົ້າ​ວ່າ ​“ເວລາ
ພວກ​ພະນັກງານ​ຊາວ​ມຽນມາ​ມາ​ຮອດ​ໃໝ່ໆ​ນັ້ນ​ ພວກ​ເຂົາ​ເຈົ້າຈະ​ອາຍຫລາຍ ຊຶ່ງ​ມາ​ບັດ​ນີ້
ຂ້ອຍ​ພົບ​ວ່າ​ພວກ​ເຂົາ​ເຈົ້າເປັນ​ລູກຈ້າງ ທີ່​ເວົ້າ​ຕອບໄດ້​ດີ​. ​ເຂົາ​ເຈົ້າຈະ​ມີ​ສື່​ສໍາພັນ​ຫລາຍ​ຂຶ້ນ”
ແລະໃນ​ຖານະ​ເປັນ​ພໍ່​ແມ່​ນັ້ນ ​ເຂົາ​ເຈົ້າ​ເຂົ້າ​ພົວພັນ​ກັບ​ເລຶ່ອງ​ໂຮງຮຽນ​ຂອງລູກໆ​ຂອງ​ເຂົາ​ເຈົ້າ
ຫລາຍ​ຂຶ້ນ ​ເຊ່ນ​ກັນ.

Jonathan Davis ​ເປັນ​ຄູ​ໃຫຍ່​ໂຮງຮຽນ​ປະຖົມ​ສຶກສາ Bollman Bridge. ລາວ​ກ່າວ​ວ່າ
“ຄວາມ​ຈິງແລ້ວ ​ຂ້ອຍ​ເຫັນ​ວ່າ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ຄວາມ​ເປັນພາຄີອັນ​ດີ​ກັນ ລະຫວ່າງ
ບໍລິສັດທຸລະ​ກິດ​ແລະ​ໂຮງຮຽນ ​ແລະ​ພວກ​ເຮົາ​ຫາ​ກໍ​ເລິ່ມຕົ້ນ ​ຂັດເກົາເບິ່ງວ່າ ​ແທ້ໆ​ແລ້ວ
ວິທີ​ນີ້​ຈະ​ໃຫ້​ຜົນ​ປະ​ໂຫຍດ​ແນວ​ໃດ ​ແກ່​ປະຊາຄົມໃນ​ວົງ​ກວ້າງ​ຂຶ້ນກວ່າ​ເກົ່າ.”

ອາສາສະມັກໄປສອນພາສາອັງກິດ ໃຫ້ແມ່ຄົນນຶ່ງຂອງນັກຮຽນ ຊາວມຽນມາ ຢູ່ທີ່ບໍລິສັດ Coastal Sunbelt ບ່ອນທີ່ລາວເຮັດວຽກ ໃນຍາມພັກກິນເຂົ້າທ່ຽງ, ວັນທີ 20 ມັງກອນ 2012.
ອາສາສະມັກໄປສອນພາສາອັງກິດ ໃຫ້ແມ່ຄົນນຶ່ງຂອງນັກຮຽນ ຊາວມຽນມາ ຢູ່ທີ່ບໍລິສັດ Coastal Sunbelt ບ່ອນທີ່ລາວເຮັດວຽກ ໃນຍາມພັກກິນເຂົ້າທ່ຽງ, ວັນທີ 20 ມັງກອນ 2012.

ທ່ານ Davis ຫວັງ​ວ່າ ບົດຮຽນ​
ພາສາ​ອັງກິດ​ຈະ​ຊ່ວຍ​ພວກ​ພໍ່​ແມ່
ຊາວມຽນມາ​ ​ໃຫ້ມີ​ຄວາມຮູ້ສຶກ​ດີ
ຂຶ້ນກວ່າ​ເກົ່າ ​ກ່ຽວ​ກັບ​ການ​ຕິດ​ຕໍ່​
ສື່ສານ​ກັບ​ທາງ​ໂຮງຮຽນ ​“ແມ່ນ
ແຕ່​ໃນເລຶ່ອງ​ງ່າຍໆ​ ​ເຊ່ນ​ການ​ໂທ
ລະ​ສັບ​ໄປ ​ເພື່ອ​ຈະ​ບອກ​ວ່າ ​ລູກ
ຊາຍຫລື​ລູກ​ສາວ​ຂອງ​ເຂົາ​ເຈົ້າ
ເຈັບ​ປ່ວຍ​ໄປໂຮງຮຽນ​ບໍ່​ໄດ້ ດັ່ງ
ນີ້​ເປັນ​ຕົ້ນ. ​ຖ້າວ່າ ລະດັບພາສາ
ອັງກິດ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​
ໂຄງການ​ນີ້ ມີ​ພຽງ​ສໍ່າ​ນັ້ນ ກໍ​ຍັງ
ຖືວ່າ ​ມັນ​ຈະຊ່ວຍ​ພວກ​ເຮົາໄດ້
ຢ່າງ​ແທ້​ຈິງ.”

ສໍາລັບ​ວຽກ​ງານ​ດີ​ເດັ່ນຂອງ​ພວກ
ເຂົາ​ເຈົ້ານັ້ນ Laurel Conran ​
ແລະ Lisa Chertok ​ໄດ້​ຮັບ​ລາງວັນ​ສ້າງສາ​ປະຊາ​ຄົມ ​ຈາກ​ອໍານາດ​ປົກຄອງ ເຂດ​ເມືອງ
Howard ຫລື Howard Country ຊຶ່ງ​ນາງ Conran ກ່າວ​ວ່າ ​“ໃນ​ຖານະ​ເປັນ​ປະຊາ​ຄົມ​
ນຶ່ງນັ້ນ​ ພວກ​ເຮົາຢາກ​ເຮັດ​ວຽກ​ຮ່ວມ​ກັນ ຄືຮ່ວມ​ມື​ຮ່ວມງານ​ກັນຢ່າງ​ພ້ອມ​ໜ້າ​ພ້ອມ​ຕາ
ເພາະວ່າ​ເວລາ​ໃດທີ່ທຸກໆ​ຄົນ​ປະຕິບັດ​ງານ​ຮ່ວມ​ກັນ ມັນກໍ​ຈະ​ເປັນສະຖານະການ​ທີ່​ພວກ
ເຮົາ​ທຸກ​ຄົນໄດ້​ຮັບໄຊຊະນະ​.

ແລະ​ນັ້ນ​ແມ່ນ​ລາຍ​ງານ​ການ​ສຶກສາ​ຂອງ​ພະ​ແນ​ກພາສາ​ອັງກິດ​ພິ​ເສດ. ພ້ອມ​ດຽວ​ກັນ ​ເຮົາ​ຍັງ ​ມີ​ວິ​ດີ​ໂອ​ລາຍ​ງານກ່ຽວ​ກັບ​ໂຄງການ​ສອນພາສາ​ອັງກິດນີ້ ​ໃຫ້​ທ່ານ​ໄດ້​ຊົມ ທີ່ voaspecialenglish.com

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG