ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາບໍ່ພໍໃຈ ຕໍ່ຄໍາເຫັນຂອງ ສຫລ ເລື້ອງບັນຫາຂັດແຍ້ງ ໃນລັດກະຈິນ


ທະຫານເກນ ຂອງກອງທັບເອກະລາດກະຈິນ
ທະຫານເກນ ຂອງກອງທັບເອກະລາດກະຈິນ
ມຽນມາໄດ້ຍື່ນໜັງສືປະທ້ວງ ຕໍ່ສະຖານທູດສະຫະລັດ ທີ່ນະ
ຄອນຢ້າງກຸ້ງ ໃນວັນເສົາວານນີ້ ທີ່ໄດ້ເຜີຍແຜ່ຖະແຫລງການ
ສະບັບນຶ່ງອອກມາ ໃນອາທິດຜ່ານມານີ້ ປະນາມການປາບ
ປາມທາງທະຫານ ທີ່ກໍາລັງດໍາເນີນໄປຢູ່ໃນເວລານີ້ ຕໍ່ພວກ
ກະບົດຢູ່ໃນລັດກະຈິນ ທາງພາກເໜືອຂອງປະເທດ.

ລັດຖະມົນຕີກະຊວງການຕ່າງປະເທດມຽນມາເວົ້າວ່າ ຄໍາຖະ ແຫລງການທີ່ທາງສະຖານທູດສະຫະລັດ ໄດ້ນໍາອອກເຜີຍແຜ່
ເມື່ອວັນພະຫັດຜ່ານມາ ແມ່ນເປັນການສະແດງໃຫ້ເຫັນພຽງແຕ່
ຂ້າງດຽວ ຂອງບັນຫາຂັດແຍ້ງທີ່ນອງເລືອດ ທີ່ຍັງ ສືບຕໍ່ມີມາຢູ່ ເຖິງແມ່ນວ່າໄດ້ມີຄໍາສັ່ງຢຸດຍິງຈາກປະທານາທິບໍດີ Thein Sein
ແລ້ວກໍຕາມ. ກະຊວງດັ່ງກ່າວຍັງໄດ້ປະນາມສະຖານທູດທີ່ບໍ່ໄດ້
ກ່າວເຖິງການກະທໍາ ທີ່ເປັນການກໍ່ການຮ້າຍຂອງກອງທັບເອກະ
ລາດກະຈິນນັ້ນ.

ລັດຖະບານມຽນມາຍັງກ່າວເພີ້ມເຕີມວ່າ ຕົນຮູ້ສຶກວ່າ ຖືກໝິ່ນປະໝາດທີ່ສະຫະລັດ ຍັງ ເອີ້ນປະເທດຕົນວ່າ “ພະມ້າ” ແທນທີ່ຈະເອີ້ນວ່າ “ມຽນມາ” ຊຶ່ງເປັນຊື່ ທີ່ລະບອບຜະເດັດ ການທະຫານ ໄດ້ປະກາດໃຫ້ໃຊ້ຢ່າງເປັນ ທາງການໃນປີ 1989. ຝ່າຍທີ່ຕໍ່ຕ້ານການປົກ ຄອງຂອງທະຫານ ເຊັ່ນທ່ານນາງ ອອງຊານ ຊູຈີ ໄດ້ໃຫ້ເຫດຜົນທາງການເມືອງ ໃນການ ສືບຕໍ່ຮ້ອງຊື່ປະເທດວ່າ ພະມ້ານັ້ນ.
XS
SM
MD
LG