ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເຈົ້າໜ້າທີ່ ສຫລ ​ເດີນທາງໄປຮອດມຽນມາ


ທ່ານ ໂຈເຊຟ ຢຸນ
ທ່ານ ໂຈເຊຟ ຢຸນ

ເຈົ້າ​ໜ້າທີ່​ການ​ທູດອະ​ວຸ​ໂສ​ທ່ານ​ນຶ່ງຂອງ​ສະຫະລັດ ​ໄດ້​ໄປ​ເຖິງມຽນມາ​ແລ້ວ​ ໃນ​ການ
ຢ້ຽມຢາມຢ່າງ​ເປັນ​ທາງ​ການ​ຄັ້ງ​ທໍາ​ອິດ ​ຫຼັງ​ຈາກການ​ເລືອກ​ຕັ້ງ​ໃນ​ເດືອນ​ແລ້ວ​ນີ້ ແລະ
ການ​ປ່ອຍ​ຕົວ​ຜູ້​ນໍາ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ ​ທ່ານ​ນາງ ອອງຊານ
ຊູ ຈີ ອອກ​ຈາ​ກການ​ກັກ​ບໍລິ​ເວນ.

ເຈົ້າ​ທີ່​ສະຖານທູດ​ສະຫະລັດກ່າວ​ວ່າ ທ່ານ Joseph Yun ຈະ​ຢູ່ໃນມຽນມາ ຈົນ​ເຖິງ​
ວັນ​ສຸກ ​ເພື່ອ​ສົນທະນາ​ຫາລື​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ມຽນມາ. ຄາດວ່າ ເຈົ້າ​ທີ່​ກະຊວງ
ການ​ຕ່າງປະ​ເທດ​ສະຫະລັດ ຈະ​ໄດ້ພົບ​ກັບທ່ານ​ນາງ ອອງຊານ ຊູ ຈີ ຜູ້​ສະໜັບສະໜູນ
ແລະ​ຕໍ່ສູ້ເພື່ອ​ປະຊາທິປະ​ໄຕ ທີ່​ໄດ້​ຖືກ​ກັກ​ຂັງ ບໍ່​ໃນ​ຮູບໃດ​ກໍຮູບ​ນຶ່ງ ​ເປັນ​ເວລາ 15 ປີ
ຂອງ​ໄລຍະ 21 ປີທີ່​ຜ່ານ​ມາ.


ຄາດວ່າ ທ່ານ Yun ຈະສະ​ແ​ດງ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ສະຫະລັດ​ຕໍ່​ການ​ເລືອກ​ຕັ້ງ​
ທົ່ວ​ປະ​ເທດ​ຂອງມຽນມາ​ໃນ​ວັນ​ທີ 7 ​ເດືອນ​ພະຈິກ ທີ່​ທາງ​ພັກ​ຝ່າ​ຍຄ້ານ​ໄດ້ຈົ່ມ​ວ່າ
ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບໂອກາດ​ໃຫ້​ເຂົ້າແຂ່ງຂັນຢ່າງ​ຍຸຕິ​ທໍາ.

ທ່ານນາງ ອອງ ຊານ ຊູ ຈີ ກັບລູກຊາຍ.
ທ່ານນາງ ອອງ ຊານ ຊູ ຈີ ກັບລູກຊາຍ.

ນັບ​ຕັ້ງ​ແຕ່​ໄດ້ຖືກປ່ອຍ​ຕົວ ທ່ານ​ນາງອອງຊານ ຊູ ຈີ ກ່າວວ່າ ທ່ານ​ນາງ​ພໍໃຈ​ນໍານະ​ໂຍ
ບາຍຂອງ​ສະຫະ​ລັດ​ ໃນ​ການ​ພະຍາຍາມ​ເຂົ້າພົວພັນ​ໂອ້ລົມ​ສົນທະນາ ກັບລັດຖະບານ
ທະຫານມຽນມານັ້ນ ຕາບ​ໃດທີ່​ທາງວໍ​ຊິງ​ຕັນຖື​ທ່າ​ທີ​ ທີ່​ຖືກຕ້ອງ​ກັບ​ສະພາບຕົວຈິງ.

ໃນ​ວັນ​ອັງ​ຄາມ​ມື້​ນີ້ ທ່ານ​ນາງ ອອງຊານ ຊູ ຈີ ​ໄດ້​ສັ່ງ​ລາກັບລູກ​ຊາຍ ທ້າວ Kim Aris
ທີ່ໄປຢ້ຽມຢາມ​ຈາກ​ປະ​ເທດ​ອັງກິດ ​ຊຶ່ງ​ຄັ້ງ​ທໍາ​ອິດທີ່​ທ່ານ​ນາງ​ໄດ້​ພົບລູກ ​ໃນ​ຮອບ 10 ປີ.

XS
SM
MD
LG