ພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ຕົນຈະຊັ່ງຊາຕີລາຄາເບິ່ງຄວາມໝາຍໝັ້ນຕັ້ງໃຈຂອງ
ມຽນມາຕໍ່ການປະຕິຮູບໂຕຈິງ ໃນລະຫວ່າງການເຈລະຈາຫາລືກັບລັດຖະມົນຕີການຕ່າງ
ປະເທດມຽນມາ ທ່ານ Wunna Maung Lwin ທີ່ນະຄອນນິວຢອກ ໃນອາທິດໜ້າ.
ຜູ້ຊ່ອຍຄົນນຶ່ງຂອງທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດ
ໄດ້ແຈ້ງໃຫ້ພວກນັກຂ່າວຊາບໃນມື້ວັນພຸດວານນີ້ ກ່ຽວກັບແຜນການພົບປະດັ່ງກ່າວ ຊຶ່ງ
ຈະມີຂຶ້ນ ຢູ່ນອກກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ. ເປັນທີ່ຄາດກັນວ່າ
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດ Kurt Campbell ຈະເປັນຜູ້ຕາງໜ້າ
ຂອງຝ່າຍສະຫະລັດ.
ຜູ້ຊ່ອຍທີ່ຂໍສະຫງວນຊື່ຄົນນີ້ເວົ້າຕື່ມວ່າ ມີຮ່ອງຮອຍອັນຈະແຈ້ງກ່ຽວກັບກະແສລົມແຫ່ງ
ການປ່ຽນແປງທີ່ກຳລັງພັດຢູ່ໃນມຽນມາເວລານີ້. ທ່ານກ່າວວ່າ ຈຸດປະສົງຂອງການເຈລະ
ຈາຫາລືຄັ້ງນີ້ ກໍແມ່ນເພື່ອຢາກຊັ່ງຊາເບິ່ງວ່າ ກະແສລົມດັ່ງກ່າວມີຄວາມແຮງປານໃດແລະ
ພິຈາລະຈາເບິ່ງວ່າມັນຈະເປັນໄປໄດ້ຫຼືບໍ່ ທີ່ຈະປັບປຸງຄວາມສຳພັນລະຫວ່າງສະຫະລັດກັບ ມຽນມານັ້ນ.