ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ຈິມ ເວັບບ໌ ຈະຢ້ຽມຢາມເອເຊຍຕາເວັນອອກ


ທ່ານ ຈິມ ເວັບບ໌ ສະມາຊິກສະພາສູງສະຫະລັດ ສັງກັດພັກເດໂມແຄຣັທ
ທ່ານ ຈິມ ເວັບບ໌ ສະມາຊິກສະພາສູງສະຫະລັດ ສັງກັດພັກເດໂມແຄຣັທ

ສະມາຊິກສະພາສູງທີ່ສຳຄັນຄົນນຶ່ງຂອງສະຫະລັດ ຄືສະມາຊິກສະພາສູງສັງກັດພັກ
ເດໂມແຄຣັທ ຈິມ ເວັບບ໌ ປະກາດວ່າ ທ່ານຈະເດີນທາງໄປຢ້ຽມຢາມ ປະເທດມຽນມາ
ໄທ ແລະເກົາຫຼີໃຕ້ ເພື່ອພົບປະກັບພວກເຈົ້າໜ້າທີ່ລັດຖະບານ ພວກນັກການທູດສະຫະ
ລັດ ບັນດາຜູ້ນຳທາງດ້ານທະຫານ ແລະດ້ານທຸລະກິດ ຢູ່ໃນປະເທດທັງ 3.


ທ່ານເວັບບ໌ເປັນປະທານອະນຸກຳມະການຮັບຜິດຊອບເຂດ ເອເຊຍຕາເວັນອອກໃນຄະນະ
ກຳມະການຄວາມສຳພັນກັບຕ່າງປະເທດຂອງສະພາສູງສະຫະລັດ. ທ່ານໄດ້ອອກ
ຖະແຫລງຂ່າວສະບັບນຶ່ງໃນວັນອັງຄານວານນີ້ວ່າ ຄວາມຮຸນແຮງເມື່ອໄວໆມານີ້
ທີ່ປະເທດໄທແລະຄວາມເຄັ່ງຕຶງໃນແຫຼມເກົາ ຫຼີ ຈຶ່ງໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນ
ສຳລັບສະຫະຣັດທີ່ຕ້ອງໄດ້ເພີ້ມການ ພົວພັນທາງດ້ານການ​ທູດຂອງຕົນຢູ່ໃນຂົງເຂດ.

ທ່ານເວັບບ໌ກ່າວວ່າ ການມີໜ້າຂອງສະຫະລັດຢູ່ໃນຂົງເຂດ ໄດ້ຊ່ອຍໃຫ້ມີ ສະເຖຍລະພາບ
ມາເປັນເວລາຫຼາຍທົດສະວັດ. ທ່ານເວົ້າວ່າ ຂະນະທີ່ອິດທິພົນ ຂອງສະຫະລັດຢູ່ໃນຂົງເຂດ
ພວມລົດນ້ອຍຖອຍລົງ ແຕ່ອິດທິພົນຂອງຈີນພວມມີ ເພີ້ມຂຶ້ນ ແຕ່ທ່ານໄດ້ກ່າວຫາຈີນ
ໃນອັນທີ່ທ່ານເອີ້ນວ່າ “ເປັນຜູ້ນຳພາທີ່ບໍ່ດີ”. ທ່ານເວັບບ໌ກ່າວວ່າ ປັກກິ່ງຄວນດຳເນີນການ
ໃນວິທີທີ່ຈະປັບປຸງສະເຖຍລະພາບ ແລະຄວາມອຸດົມຮັ່ງມີຢູ່ໃນຂົງເຂດ. ທ່ານບໍ່ໄດ້ໃຫ້ການ
ອະທິບາຍຫຍັງເພີ້ມຕື່ມ. ສະມາຊິກສະພາສູງເວັບບ໌ ຈະອອກເດີນທາງໄປຢ້ຽມຢາມ
ເຂດເອເຊັຽ ໃນມື້ວັນເສົາຈະມານີ້.

XS
SM
MD
LG