ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ມຽນມາ ຢ້ຽມຢາມ ກະຊວງຕ່າງປະເທດ ສຫລ


ທ່ານ Kurt Campbell ລັດຖະມົນຕິຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບ ກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ
ທ່ານ Kurt Campbell ລັດຖະມົນຕິຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບ ກິດຈະການເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ

ລັດຖະມົນຕີການຕ່າງປະເທດມຽນມາໄດ້ເດີນທາງແບບທີ່ບໍ່ຄ່ອຍໄດ້ເຫັນກັນມາຢ້ຽມຢາມ
ກະຊວງການຕ່າງປະເທດສະຫະລັດ ເພື່ອພົບປະກັບພວກເຈົ້າໜ້າທີ່ອະວຸໂສຂອງລັດຖະ
ບານອະເມຣິກັນ.

ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະມົນຕີການຕ່າງປະເທດມຽນ
ມາ ທ່ານ Wunna Maung Lwin ໄດ້ພົບປະໃນມື້ວັນພະຫັດວານນີ້ ກັບທ່ານ Kurt
Campbell ນັກການທູດສູງສຸດຂອງສະຫະລັດຮັບຜິດຊອບກ່ຽວກັບກິດຈະການເອເຊຍຕາ
ເວັນອອກ ແລະທ່ານ Derek Mitchell ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບ
ເລື່ອງມຽນມາ.

ໂຄສົກກ່າວວ່າ ການພົບປະທີ່ວ່ານີ້ມີຂຶ້ນລຸນຫຼັງການດຳເນີນຄວາມພະຍາຍາມເພື່ອທຳການ
ພົວພັນກັບມຽນມາແລະເວົ້າວ່າ ວໍຊິງຕັນຂໍສັນລະເສີນຕໍ່ການເຄື່ອນໄຫວຢູ່ໃນມຽນມາເມື່ອ
ໄວໆມານີ້ ເຊັ່ນການເປີດການເຈລະຈາ ທີ່ຍັງດຳເນີນຢູ່ຕໍ່ມາຂອງລັດຖະບານກັບຜູ້ນຳປະຊາ
ທິປະໄຕ ທ່ານນາງອອງຊານຊູຈີ.

ໂຄສົກກ່າວວ່າ ສະຫະລັດຈະຊຸກຍູ້ໃຫ້ມີຄວາມກ້າວໜ້າຢູ່ໃນມຽນມາຮວມທັງການປ່ອຍພວກ
ນັກໂທດ ການເມືອງທັງໝົດແລະຍຸຕິການກໍ່ຄວາມຮຸນແຮງຢູ່ໃນເຂດຕ່າງໆຂອງພວກຊົນກຸ່ມ
ນ້ອຍ.

ໂຄສົກເວົ້າອີກວ່າ ທ່ານເອງຈື່ບໍ່ໄດ້ວ່າແມ່ນໃນປີໃດແທ້ ທີ່ລັດຖະມົນຕີການຕ່າງປະເທດຂອງ
ມຽນມາ ໄດ້ເດີນທາງມາຢ້ຽມຢາມກະຊວງການຕ່າງປະເທດສະຫະລັດເທື່ອແລ້ວ.

ໃນຕົ້ນອາທິດນີ້ລັດຖະມົນຕີການຕ່າງປະເທດມຽນມາໄດ້ພົບປະກັບພວກເຈົ້າໜ້າທີ່ອະວຸໂສ
ຂອງສະຫະລັດຢູ່ຂ້າງນອກຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດທີ່ນະ
ຄອນນິວຢອກ. ກະຊວງການຕ່າງປະເທດສະຫະລັດ ກ່າວເຖິງການພົບປະນັ້ນວ່າເປັນການ
ພົບປະທີ່ສ້າງສັນແລະເປີດກວ້າງ.

XS
SM
MD
LG