ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງ ສຫລ ອະນຸມັດ ການລົງໂທດ ຕໍ່ມຽນມາ


ສະພາສູງ ສະຫະລັດ ໄດ້ລົງ ຄະແນນສຽງ ຢ່າງຖ້ວມລົ້ນ ເພື່ອຕໍ່ອາຍຸ ການລົງໂທດ ຕໍ່ມຽນມາ ຫຼັງຈາກ ໄດ້ຖືກແຈ້ງ ໃຫ້ຊາບວ່າ ການເລືອກຕັ້ງ ໃນປີນີ້ ອາດຈະເປັນ ການເລືອກຕັ້ງ ທີ່ “ຈອມປອມ”.

ສະພາຕໍ່າ ສະຫະຣັດ ໄດ້ໃຫ້ການອະນຸມັດ ຕໍ່ຮ່າງກົດໝາຍ ສະບັບດຽວກັນນີ້ ໃນສັບປະ ດາແລ້ວ ໂດຍໄດ້ມີ ການຫ້າມນຳເຂົ້າ ກືອບວ່າ ທຸກສິ່ງທຸກຢ່າງ ຈາກປະເທດມຽນມາ ຕື່ມອີກນຶ່ງປີ. ເປັນທີ່ຄາດກັນວ່າ ປະທານາທິບໍດີ ໂອບາມາ ຈະລົງນາມ ໃນຮ່າງກົດໝາຍ ສະບັບດັ່ງກ່າວນີ້.

ມີສະມາຊິກ ສະພາສູງ ແຕ່ພຽງທ່ານດຽວ ຂອງຈຳນວນທັງໝົດ 100 ທ່ານ ຄັດຄ້ານ ຕໍ່ຮ່າງກົດໝາຍ ດັ່ງກ່າວ ຊຶ່ງໄດ້ມີ ການນຳສະເໜີ ໂດຍຜູ້ນຳ ຂອງພັກຣີພັບບລີກັນ ໃນສະພາສູງ ສະຫະລັດ ທ່ານ MITCH McCONNELL. ທ່ານໄດ້ຮຽກຮ້ອງ ໃຫ້ບັນດາ ສະມາຊິກ ສະພາສູງ ປະຕິເສດ ຕໍ່ພວກນາຍພົນ ທີ່ປົກຄອງ ປະເທດມຽນມາ ໃນອັນທີ່ ທ່ານເອີ້ນວ່າ “ຄວາມຖືກຕ້ອງ ຊອບທຳ ທີ່ພວກເຂົາເຈົ້າ ພວມຊອກສະແຫວງຫາ ໂດຍຜ່ານ ການເລືອກຕັ້ງ ແບບຫຼອກລວງ ໃນປີນີ້”.

ທ່ານ McCONNELL ກ່າວວ່າ ການເລືອກຕັ້ງ ຊຶ່ງມີຂຶ້ນ ເປັນເທື່ອທຳອິດ ໃນຮອບ 20 ປີນັ້ນ ແມ່ນເປັນ ການເລືອກຕັ້ງ ທີ່ໜ້າ “ສົງໄສ” ຍ້ອນວ່າ ທ່ານນາງ ອອງຊານຊູຈີ ຜູ້ນຳປະຊາທິປະໄຕ ໃນມຽນມາ ຍັງສືບຕໍ່ ຖືກຈັບກຸມຄຸມຂັງ. ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຂອງທ່ານນາງ ບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າຮ່ວມ ໃນການເລືອກຕັ້ງ ຄັ້ງນີ້ ແລະການໂຄສະນາ ຫາສຽງ ແບບປົກກະຕິ ຫຼາຍໆຢ່າງ ໄດ້ຖືກທາງການຫ້າມ.

XS
SM
MD
LG