ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດໂຈະ ການລົງໂທດດ້ານເສດຖະກິດ ຕໍ່ມຽນມາ (ເບິ່ງວີດີໂອ ພາສາລາວ/ອັງກິດ)


ສະຫະລັດ​ກໍາລັງ​ຍົກ​ເລີກ​ການ​ລົງ​ໂທດ​ທາງ​ເສດຖະກິດ​ ​ຕໍ່ລັດຖະບານທີ່​ນໍາ​ໂດຍ​ຝ່າຍ​ທະຫານ​ໃນມຽນມານັ້ນ ລຸນຫຼັງທີ່ຜູ້​ສະໜັບສະໜຸນຊຸກຍູ້​ປະຊາທິ ປະ​ໄຕ​ມາ​ເປັນ​ເວລາ​ດົນ​ນານ​ ທ່ານ​ນາງ ອອງຊານ ຊູ​ຈີ ​ໄດ້​ຖືກ​ເລືອກ​ຕັ້ງ​ເຂົ້າ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ ຊຶ່ງ​ຂະນະ​ດຽວ​ກັນ ວໍ​ຊິງຕັນ​ກໍກໍາລັງ​ຈະ​ສົ່ງ​ເອກ​ອັກຄະ​ລັດຖະທູດ​ຄົນ​ທໍາ​ອິດ​ ໄປ​ປະ​ຈໍາ​ຢູ່​ມຽນມາ ​ໃນໄລຍະ​ຫລາຍ​ກວ່າ 20 ປີ. ນັກ​ຂ່າວ​ວີ​ໂອ​ເອປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ Scott Stearns ມີ​ລາຍ​ງານ ຊຶ່ງທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນດັບຕໍ່​ໄປ

ເບິ່ງວີດີໂອ ພາສາລາວ:

ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ໄດ້​ປະກາດຂ່າວການ​ງົດ​
ຂໍ້​ຫ້າມ​ຫລາຍໆ​ຢ່າງ​ຕໍ່​ມຽນມາໄວ້​ຊົ່ວຄາວ ​ໃນ​ດ້ານ​ທີ່ກ່ຽວ​ກັບ​ການ​ທໍາ​ທຸລະ​ກໍາ​ດ້ານການ​
ເງິນ​ ການ​ລົງທຶນແລະ​ການ​ເຂົ້າ​ເຖິງ​ດ້ານ​ສິນ​ເຊື່ອຂອງ​ສະຫະລັດນັ້ນ ​ຫລັງ​ຈາກ​ການ​ພົບປະ​
ກັບ​ທ່ານ U Wunna Maung Lwin ລັດຖະມົນຕີ​ຕ່າງປະ​ເທດ​ມຽນມາ ​ໃນ​ອາທິດ​ແລ້ວ​ນີ້
ຢູ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ຊຶ່ງ​ທ່ານ​ນາງ​ກ່າວ​ໃນ​ກອງ​ປະຊຸມ​ໃຫ້​ສໍາພາດ​ຂ່າວ
​ຮ່ວມ​ກັນວ່າ:

"ນີ້​ເປັນ​ຊ່ວງ​ທີ່​ພວກ​ເຮົາ​ຄວນຈະ​ຮັບ​ຮູ້ວ່າ ​ຄວາມ​ກ້າວ​ໜ້າ​ທີ່​ໄດ້​ເກີດ​ຂື້ນໃນຮອບ​ປີ
ຜ່ານ​ມາ ​ໃນ​ການ​ຫັນປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ ​ແລະການ​ສ້າງ​ຄວາ​ມປອງ​ດອງ​ຊາດ
ນັ້ນ ​ແມ່ນຈະ​ຕ່າວປິ້ນຄືນ​ອີກ​ບໍ່​ໄດ້​ແລ້ວ ດັ່ງ​ທີ່​ທ່ານ​ລັດຖະມົນຕີ​ຕ່າງປະ​ເທດ​ໄດ້​ເວົ້າ
ກັບ​ຂ້າພະ​ເຈົ້າ. ສະຫະລັດ​ຢາກເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເທົ່າ​ທີ່​ສາມາດ​ເຮັດ​ໄດ້ ​ເພື່ອ​ໃຫ້
ແນ່​ໃຈ​ວ່າ​ມັນ​ເປັນ​ຄວາມຈິງ​ຂຶ້ນມາ."

ທ່ານ​ນາງ​ລັດຖະມົນຕີຄລິນ​ຕັນ ​ໄດ້​ຊົມ​ເຊີຍ​ການ​ເລືອກ​ຕັ້ງ​ຜູ້​ແທນ​ໃນ​ມຽນມາ ທີ່​ໃນ​ທີ່​ສຸດ
ກໍ​ໄດ້​ນໍາ​ເອົາພັກ​ຝ່າຍ​ຄ້ານ​ຂອງ​ທ່ານ​ນາງ​ອອງຊານ ຊູ​ຈີ ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະພາ​ແຫ່​ງຊາດ​ນັ້ນ ​
ແຕ່​ກໍ​ກ່າວ​ວ່າ ມາດ​ຕະການ​ບາງ​ຢ່າງ​ຂອງ​ສະຫະລັດ ​ເຊັ່ນການ​ຫ້າມ​ຂາຍ​ອາວຸດນັ້ນ ຈະຍັງ
​ຄົງ​ມີຜົນ​ບັງຄັບ​ໃຊ້​ຕໍ່​ໄປ​ຢູ່ ໄປ​ຈົນ​ກວ່າວ່າ​ການ​ປະຕິ​ຮູບ​ດ້ານ​ຕ່າງໆ​ຂອງ​ມຽນມາ ​ສໍາ​ເລັດ​ລຸ
ລ່ວງລົງ.

​ໃນການ​ຖະ​ແຫລ​ງຜ່ານ​ທາງຜ່ານ Skype ຕໍ່ກອງ​ປະຊຸມນຶ່ງທີ່​ອະດີດ​ປະທານາທິບໍດີ
George W. Bush ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ນັ້ນ ທ່ານ​ນາງ ອອງ ຊານ ຊູ​ຈີ ກ່າວ​ວ່າ ​ການ​ໂຈະ
ການ​ລົງ​ໂທດຕໍ່​ມຽນມາ​ໄວ້​ຊົ່ວ​ຄາວ​ກ່ອນ ​ແທນ​ທີ່​ຈະ​ຍົກ​ເລີກ​ໂດຍ​ເຕັມນັ້ນ ແມ່ນຈະ​ຮັກສາ​
ການກົດ​ດັນ​ຕໍ່​ຝ່າຍ​ທະຫານໄວ້ ​ເພື່ອ​ໃຫ້​ເຂົາ​ເຈົ້າຍຶດໝັ້ນ​ຢູ່​ໃນ​ແນວທາງ​ ​ການ​ປະຕິຮູບ​ດ້ານ
​ການ​ເມືອງ​ຕໍ່​ໄປ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ:

"ບາງ​ຄັ້ງ​ຂ້າພະ​ເຈົ້າກໍ​ຄິດວ່າ​ ປະຊາຊົນ​ພາກັນ​ມອງ​ໃນ​ແງ່​ດີ​ຫລາຍເກີນ​ໄປ ກ່ຽວ​ກັບ
ສະ​ພາບ​ການ​ໃນ​ມຽນມານັ້ນ. ພວກ​ເຮົາ​ຕ້ອງ​ຈື່​ຈໍາ​ວ່າ ການດໍາ​ເນີນ​ການ​ໄປ​ສູ່​ປະຊາ
ທິປະ​ໄຕ​ນັ້ນ ບໍ່​ແມ່ນວ່າ ​ຕ່າວ​ປິ້ນບໍ່​ໄດ້. ຂ້າພະ​ເຈົ້າ​ໄດ້ເວົ້າ​ມາຢ່າງ​ເປີດ​ແປນແລ້ວວ່າ
ພວກ​ເຮົາ​ຈະ​ມອງ​ເບິ່ງ​ວ່າ ມັນເປັນ​ສິ່ງ​ທີ່ຕ່າວປິ້ນຄືນໄດ້ ຈົນ​ກວ່າ​ເວລາໃດ ​ຝ່າຍ​ທະ
ຫານ​ໝາຍ​ໝັ້ນ​ຕົນ​ເອງ​ ຕໍ່​ການ​ຫັ​ນປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ​ ເສຍ​ກ່ອນ."

ດ້ວຍ​ຊັບພະຍາກອນ​ທໍາ​ມະ​ຊາດ​ທີ່​ມີ​ຢ່າງມະຫາສານ​ນັ້ນ ​ມຽນມາ​ແມ່ນພ້ອມ​ທີ່​ຈະ​ຮອງ​ຮັບ
​ເອົາ​ທຸລະ​ກິດ​ໃໝ່​ໆ ​ແລະ​ທ່ານ​ນາງລັດຖະມົນຕີຄລິນຕັນ ກໍ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ນັກ​ລົງທຶນ​
ຂອງສະຫະລັດ ​ໄປ​ສຶກສາສໍາຫລວດ​ເບິ່ງໂອກາດ​ອັນ​ດີ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ສ້າງ​ຜົນ
​ປະ​ໂຫຍ​ດໃຫ້ແກ່​ຂົງ​ເຂດ​ຂອງພວກ​ຊົນເຜົ່າ​ນ້ອຍ​ນັ້ນ​ນໍາ. ທ່ານ​ນາງ​ກ່າວ​ວ່າ:

"ມື້​ນີ້​ ພວກ​ເຮົາຂໍເວົ້າຕໍ່​ວົງ​ການ​ທຸລະ​ກິດ​ອາ​ເມຣິກັນ​ວ່າ ຈົ່ງ​ພາກັນ​ໄປ​ລົງ​ທຶນ​ໃນ​ມຽນມາ ​
ແລະ​ໃຫ້​ເຮັດ​ຢ່າງ​ມີ​ຄວາມ​ຮັບຜິດຊອບ. ຈົ່ງ​ເປັນ​ຕົວ​ແທນ​ແຫ່ງການ​ປ່ຽນ​ແປງ​ໃນ​ທາງ​ບວກ​.
"

ທ່ານ​ນາງ​ອອງຊານ ຊູ​ຈີ ກ່າວ​ວ່າ ການ​ແຜ່​ກະຈາຍ​ການ​ລົງທຶນ​ຊຸດ​ໃໝ່ຢ່າງ​ເທົ່າ​ທຽມ​ກັນ​
ຫລາຍ​ຂຶ້ນນັ້ນ ​ແມ່ນ​ຈະ​ຊ່ວຍ​ຜ່ອນ​ເບົາ​ຄວາມບໍ່​ສະ​ເໝີ​ພາບໃນ​ລະຫວ່າງ​ບັນດາ​ຊົນ​ເຜົ່າ​ຂອງ
​ມຽນມາ​ໄດ້.

ເບິ່ງວີດີໂອລາຍງານພາສາອັງກິດ:

ທີ່​ສະ​ຖາ​ບັນ Brookings Institution ທີ່​ວໍ​ຊິງ​ຕັນ​ດີ​ຊີ ທ່ານ Lex Rieffel ກ່າວ​ວ່າ ການ​ລົງ
ທຶນ​ຫລາຍ​ເກີນ​ໄປແລະ​ໄວວາເກີນ​ໄປ​ນັ້ນ ອາດ​ຈະ​ໜັກ​ເກີນ​ກ່ວາ​ທີ່ມຽນມາຈະ​ຮອງ​ຮັບ​ເອົາ
​ໄດ້. ທ່ານ​ກ່າວ​ວ່າ:

"​ເພື່ອ​ໃຫ້ປະສົບ​ຜົນ​ສໍາ​ເລັດ​ ​ເຮົາຈະ​ຕ້ອງ​ເຮັດ​ຢ່າງ​ລອບ​ຄອບ ເພາະວ່າສິ່ງ​ທີ່​ເກີດ​ຂື້ນ​ຢູ່​ໃນ
​ປັດຈຸບັນ​ນີ້ ກໍ​ຄື​ວ່າ​ມຽນມາ​ກໍາລັງເຕັມ​ໄປ​ດ້ວຍ​ນັກ​ທ່ອງ​ທ່ຽວ ກໍາລັງ​ຫຼົງ​ໄຫຼຕາຍ​ໃຈ​ນໍາ​
ຄວາມ​ຊື່ນ​ຊົມ ຊຶ່ງ​ນີ້ແມ່ນຈະ​ເຮັດ​ໃຫ້​ລໍາບາກ​ຫຼາຍ​ຂຶ້ນ​ ສໍາລັບລັດຖະບານທີ່ຈະ​ທໍາ​ການ​
ຕັດສິນ​ໃຈ​ດ້ານ​ນະ​ໂຍບາຍ​ທີ່​ດີໆ​ໄດ້."

ບັນດາ​ນັກເຄຶ່ອນ​ໄຫວ​ມຽນມາ​ບາງ​ຄົນ ຢ້ານ​ວ່າ​ສະຫະລັດ​ກໍາລັງ​ເຄຶ່ອນ​ໄຫວໄວ​ເກີນໄປ.
ກຸ່ມ​ສົນທະນາ​ພາຍ​ໃນ​ສະພາສະມາຄົມ​ອາ​ຊ່ຽນ​ກ່ຽວ​ກັບ​ມຽນມາ ​ໄດ້​ຮຽກຮ້ອງ​ໃຫ້​ວໍ​ຊິງ​ຕັນ
​ຈົ່ງ​ຮັກສາ​ການ​ລົງ​ໂທດ​ດ້ານ​ທຸລະ​ກິດ​ທັງ​ໝົດຂອງ​ຕົນ​ນັ້ນໄວ້​ຕໍ່​ໄປສາກ່ອນ ​ໂດຍ​ຕັກ​ເຕືອນ
​ວ່າ ການ​ລົງທຶນ​ຊຸດ​ໃໝ່​ຢ່າງ​ລົ້ນ​ເຫຼືອນັ້ນ​ອາດ​ສາມາດ​ເປັນເຊື້ອ​ໄຟ ກໍ່ໃຫ້​ມີ​ການ​ຝ່າຝືນ​ສິດທິ​
ມະ​ນຸດອອກ​ໄປ​ອີກ ​ແລະ​ບ່ອນ​ທໍາລາຍການ​ປະຕິ​ຮູບ​ຕ່າງໆ​ເພື່ອ​ປະຊາທິປະ​ໄຕ​ນັ້ນໄດ້.

XS
SM
MD
LG