ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ສະຫະລັດ ຜ່ອນຜັນ ການລົງໂທດ ຕໍ່ມຽນມາ


ຄະນະສິນລະປະພື້ນເມືອງຂອງມຽນມາ ສະແດງຟ້ອນ ຢູ່ຕໍ່ໜ້າໂຮງການເມືອງ ໃນການສະເຫລີມສະຫລອງ ບຸນສົງການປີໃໝ່ ຫລື Thingyan ຂອງມຽນມາ ທີ່ນະຄອນຢ່າງກຸ້ງ, ວັນທີ 13 ເມສາ 2012. (AP)

ສະຫະລັດ​ໄດ້​ຜ່ອນຜັນ​ການ​ລົງ​ໂທດຕໍ່​ມຽນມາ​ ​ເພື່ອ​ອະນຸຍາດໃຫ້​ພວກ​ກຸ່ມ​ຈັດ​ຕັ້ງ​ຂອງສະຫະລັດ​ທີ່​ບໍ່​ຂື້ນ​ກັບ​ລັດຖະບານ​ ເຂົ້າ​ໄປ​ໃນ​ປະ​ເທດນັ້ນ​ໄດ້ ​ເພື່ອ​ເຮັດ​ວຽກ​ຊ່ວຍ​ເຫລືອດ້ານ​ມະນຸດສະ​ທໍາ​ແລະ​ການ​ພັດທະນາ.

ກະຊວງ​ການ​ເງິນ​ສະຫະລັດ​ປະກາດ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ຈະ ອະນຸຍາດ​ໃຫ້​ມີ​ການປະກອບ​ກິດຈະ​ກໍາ​ຕ່າງໆ​ທີ່​ບໍ່​ຫວັງຜົນ​ກໍາ​ໄລ ລະຫວ່າ​ງ ຊາວອ​າ​ເມຣິກັນ​ແລະ​ຊາວ​ມຽນມາ​ ໃນ​ຂະນະ​ທີ່​ປະ​ເທດ​ຊາດ​ໃນ​ຂົງ​ເຂດເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້​ແຫ່ງນີ້​ ​ດໍາ​ເນີນ​ການປະຕິ​ຮູບ​ໄປ​ສູ່​ປະຊາ​ທິປະ​ໄຕ ຫລັງ​ຈາກ​ໄດ້​ຢູ່​ພາຍ​ໃຕ້ການ​ປົກຄອງ​ຂອງ​ທະຫານ​ມາ ເປັນ​ເວລາ​ຫລາຍ​ສິບ​ປີ​.

ການ​ເຄື່ອນ​ໄຫວດັ່ງກ່າວ​ຂອງ​ລັດຖະບານ​ທ່ານ​ໂອບາ​ມາ ແມ່ນຕິດຕາມ​ມາ ຫລັງຈາກ​ທີ່​ພັກ​ຝ່າຍ​ຄ້ານ​ຂອງ​ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້​ຮັບ​ໄຊຊະ​ນະ​ຢ່າງ​ຖ້ວມ​ລົ້ນ​ ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ພິ​ເສດ​ເມື່ອ​ຕົ້ນ​ເດືອນ​ນີ້.

ລັດຖະບານ​ໂອ​ບາ​ມາ​ໄດ້​ກ່າວ​ມາ​ແລ້ວວ່າ ຕົນ​ຍັງມີ​ແຜນການ​ທີ່​ຈະຜ່ອນຜັນ​ຂໍ້​ກັດ​ຮັດ​ແຄບ​ຕ່າງໆ​ລົງ​ເທື່ອ​ລະ​ຂັ້ນ​ໄປ ​ເພື່ອ​ອະນຸຍາດ​ໃຫ້​ບາງ​ບໍລິສັດ​ອາ​ເມ​ຣິກັນໄປ​ລົງ​ທຶນ​ຢູ່​ໃນ​ມຽນມາ​ໄດ້ໃນ​ທີ່​ສຸດ ​ແລະ​ໃຫ້ມີ​ການ​ສົ່ງ​ອອກການ​ບໍລິການດ້ານການ​ເງິນ​ນໍາ.

XS
SM
MD
LG