ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດຮຽກຮ້ອງໃຫ້ຈັດຕັ້ງ ກໍາມະການສືບສວນ ກ່ຽວກັບ​ມຽນມາ


ຊາວອົບພະຍົບກະຈິນ ທຫລົບໜີການຕສູກັນ ລະຫວາງກອງທັບຊົນເຜາກະຈິນ ກັບກຳລັງຂອງລັດຖະບານມຽນມາ.
ຊາວອົບພະຍົບກະຈິນ ທຫລົບໜີການຕສູກັນ ລະຫວາງກອງທັບຊົນເຜາກະຈິນ ກັບກຳລັງຂອງລັດຖະບານມຽນມາ.

ສະຫະລັດ​ກ່າວວ່າຕົນ​ຈະ​ດໍ​າເນີນ​ງານ​ ເພື່ອ​ສ້າ​ງຄວາມ​ສະໜັບ​ສະ​ໜູນໃນ​ບັນດາປະ​ເທດ​ພັນ
ທະ​ມິດຂອງ​ຕົນ​ ສໍາ​ລັບ​ການຈັດ​ຕັ້ງ​ຄະນະ​ກໍາມາ​ທິການ​ນາໆ​ຊາດ​ຄະນະນຶ່ງ​ຂຶ້ນ​ມາ ເພື່ອທໍາ​
ການສືບສວນ​ກ່ຽວ​ກັບການກໍ່​ອາຊະ​ຍາ​ກໍາ​ຕ້ານມະນຸດ​ຊາດໃນ​ມຽນມາ ຕາມ​ທີ່​ມີ​ການ​ກ່າວ​ຫາ​ນັ້ນ.


ສະມາຊິກ​ແມ່ຍິງ​ຂອງສະພາສູງ​ສະຫະລັດກຸ່ມ​ນຶ່ງ ​ໄດ້​ກ່າວ​ຫາທາງ​ການທະຫານມຽນມາ​ວ່າ
ໄດ້​ໃຊ້​ການ​ຂົ່ມຂືນ​ສໍາ​ເລົາ​ ເປັນ​ອາ​ວຸດ​ຊະນິດ​ນຶ່ງ​ໃນ​ການທໍາ​ສົງຄາມ ​ແລະ​ຮຽກຮ້ອງ​ໄປຍັງ
ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ໃຫ້​ສະໜັບສະໜູນ
ການ​ຈັດ​ຕັ້ງ​ຄະນະ​ກໍ​າມາ​ທິການນຶ່ງ​ຂຶ້ນ​ມາ​ສືບສວນ​ສອບ​ສວນ​ການ​ກ່າວ​ຫາທີ່​ວ່າ​ນີ້.


ໂຄສົກ​ກະຊວງ​ຕ່າງປະ​ເທດ​ ທ່ານ​ນາງ Victoria Nuland ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​
ວ່າ ສະຫະລັດ​ແມ່ນ​ມີ​ຄວາມ​ໝາຍ​ໝັ້ນ​ຕໍ່​ການໃຫ້​ມີ​ການ​ຮັບຜິດຊອບກ່ຽວ​ກັບເລື່ອງແບບນີ້
ຢູ່​ແລ້ວ ​ແລະ​ວ່າ ທາງ​ສະຫະລັດ​ໄດ້​ສ​ແດງຄວາມ​ເປັນ​ຫ່ວງ​ກັງວົນ​ ຊໍ້າ​ແລ້ວ​ຊໍ້າ​ອີກ​ກັບ​ລັດຖະ
ບານ​ມຽນມາກ່ຽວ​ກັບການ​ກ່າວ​ຫາ ທີ່​ວ່າ​ມີ​ການ​ກະທໍາ​ຄວາມຮຸນ​ແຮງ ຊື່​ງຮວມທັງການຂົ່ມ
ຂືນ​ສໍາ​ເລົາ​ແລະ​ການ​ໃຊ້​ແຮງ​ງານ​ແບບ​ບັງຄັບ​ນັ້ນ.


ບັນດາສະມາຊິກ​ສະພາສູງ​ແມ່ຍິງ​ພວກ​ນີ້ ຍັງ​ກ່າວຢຸໃນ​ຈົດໝາຍເຖິງທ່ານ​ນາງ Clinton​
ສະບັບ​ນຶ່ງ ໃນ​ວັນ​ພຸດ​ແລ້ວ​ນີ້​ວ່າ​ ມີ​ລາຍ​ງານ​ຂ່າວ​ວວ່າ ກອງ​ທະຫານມຽນມາ​ໄດ້ຂົ່ມຂືນ
ພວກ​ແມ່ຍິງຊາວ​ກະ​ຈິນ ຈໍານວນ 18 ຄົນ​ ​ໃນ​ລະຫວ່າງ​ທີ່​ພວກ​ທະຫານ​ໄດ້​ທໍາ​ການ​ຕໍ່ສູ້
ກັບ​ພວກ​ທະຫານບ້ານ​ຊົນ​ເຜົ່າ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ. ພວກ​ທ່ານນາງ​ຍັງ​ກ່າວ
ອີກວ່າ ຍັງ​ໄດ້​ມີ​ລາຍ​ງານ​ຄ້າຍໆ​ຄື​ກັນ​ນີ້​ ມາ​ຈາກ​ລັດ Shan ​ໃກ້​ໆ​ກັບ​ລັດ​ກະ​ຈິນ​ນັ້ນ​
ນໍາ​ອີກ ບ່ອນ​ທີ່​ໄດ້​ມີການ​ສູ້​ລົບກັນ​ອີກ ລະຫວ່າງ​ທະຫານ​ຝ່າຍ​ລັດຖະບານ ກັບ​ພວກ​ທະ
ຫານ​ບ້ານ​ຊົນ​ເຜົ່າ.

XS
SM
MD
LG