ກະຊວງຕ່າງປະເທດສະຫະລັດເອີ້ນການໂອນອໍານາດແຕ່ໃນນາມຫລືພໍເປັນພິທີໃຫ້ແກ່ຝ່າຍ
ພົນລະເຮືອນໃນມຽນມານັ້ນວ່າເປັນການເຄື່ອນໄຫວປ່ຽນແປງແຕ່ພຽງຝ່າຍດຽວ ແລະກ່າວວ່າ
ສະຫະລັດຈະສືບຕໍ່ກົດດັນຍຸດທະສາດສອງແນວທາງ ໃນການພົວພັນກັບພວກເຈົ້າໜ້າທີ່
ມຽນມາ ພ້ອມກັບການລົງໂທດຕ່າງໆເພື່ອພະຍາຍາມສົ່ງເສີມຊຸກຍູ້ ໃຫ້ມີການປະຕິຮູບທີ່ແທ້ຈິງ.
ຄວາມເຫັນດັ່ງກ່າວຂອງກະຊວງຕ່າງປະເທດສະຫະລັດແມ່ນມີຂຶ້ນຫລັງຈາກພິທີສາບານຕົວ
ເຂົ້າຮັບຕໍາແໜ່ງໃນສະພາມຽນມາ ຊຶ່ງວ່າລັດຖະບານທະຫານທີ່ໄດ້ປົກຄອງປະເທດມາເປັນ
ເວລາດົນນານນັ້ນໄດ້ຖືກປະກາດສະຫລາຍຕົວຢ່າງເປັນທາງການແລ້ວ ແລະລັດຖະບານພົນ
ລະເຮືອນຊຸດໃໝ່ ທີ່ໄດ້ຖືກເລືອກຂຶ້ນມາຈາກການເລືອກຕັ້ງທົ່ວປະເທດ ທີ່ຖືກຕໍາໜິຕິຕຽນ
ຢ່າງກວ້າງຂວາງ ເມື່ອເດືອນພະຈິກປີຜ່ານມານັ້ນ ເຂົ້າຮັບໜ້າທີ່ແທນ.
ທ່ານ ທຽນ ເສນ ອະດີດນາຍົກລັດຖະມົນຕີໃນສະໄໝລັດຖະບານທະຫານມຽນມາ ຊຶ່ງກໍ
ເປັນອະດີດນາຍພົນທະຫານ ຜູ້ທີ່ສະຫລະຕໍາແໜ່ງທາງທະຫານຂອງຕົນມາໄດ້ແຕ່ພຽງ
ໄລຍະປີຜ່ານມານີ້ ເທົ່ານັ້ນ ໄດ້ກາຍເປັນປະທານາທິບໍດີ ທີ່ອ້າງຕົນເອງວ່າເປັນລັດຖະບານ
ພົນລະເຮືອນທີ່ໂຮມທັງອະດີດນາຍທະຫານອື່ນໆອີກ.
ເມື່ອເວລາທ່ານຖືກຖາມຕອນໃຫ້ຖະແຫລງການສັ້ນໆຕໍ່ຜູ້ສ່ືຂ່າວ ທີ່ຖາມວ່າ ຖ້າຫາກການ
ປ່ຽນແປງຄັ້ງນີ້ຖືວ່າເປັນການກ້າວໄປຂ້າງໜ້າຂອງມຽນ ມາຫລືບໍ່ ທ່ານ Mark Toner
ຮອງໂຄສົກຮັກສາການຊົ່ວຄາວຂອງກະ ຊວງຕ່າງປະເທດສະຫະລັດ ຕອບວ່າ ນັ້ນເປັນ
ບາດກ້າວທີ່ອອກນອກເສັ້ນທາງ ຫລືຖອຍຫລັງຫລາຍກວ່າ ສໍາລັບມຽນມາທີ່ຖືກໂດດດ່ຽວ
ທາງການເມືອງຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ.
ທ່ານໂທນເນີກ່າວວ່າ “ເປັນທີ່ເຂົ້າໃຈກັນວ່າ
ໂດຍພື້ນຖານແລ້ວແມ່ນເປັນການເລືອກ
ຕັ້ງທີ່ຈອມ ປອມ ຊຶ່ງໃນປັດຈຸບັນໄດ້ຄໍ້າ
ປະກັນໃຫ້ບຸກຄົນສຳຄັນໆໃນອຳນາດ
ການປົກ ຄອງທະຫານ ສືບຕໍ່ຄອບງຳ
ລັດຖະບານແລະການຕັດສິນໃຈທັງໝົດ
ຄວາມຈິງກໍຄືວ່າ ພວກເຂົາເຈົ້າພຽງແຕ່
ໄດ້ຖອດເຄຶ່ອງແບບທະຫານ ອອກ ແລະ
ຢູ່ໃນຄາບພົນລະເຮືອນທີ່ບໍ່ເປັນຕົວເປັນ
ຕົນນັ້ນ ສະຫະລັດຍັງ ມີຄວາມເປັນຫ່ວງ
ຢ່າງເລິກເຊິ່ງກ່ຽວກັບສະພາບທາງການ
ເມືອງທີ່ຖືກກົດ ຂີ່ປາບປາມຂອງມຽນມາ
ນັ້ນຢູ່”
ໂຄສົກ ໂທນເນີ ກ່າວຕໍ່ໄປວ່າ ສະຫະລັດ
ຮຽກຮ້ອງໃຫ້ພວກເຈົ້າໜ້າທີ ມຽນມາຈົ່ງປ່ອຍພວກນັກໂທດການເມືອງທັງໝົດ ພ້ອມກັບຮັບ
ຮູ້ຄວາມ ຖືກຕ້ອງຕາມກົດໝາຍຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື
NLD ຂອງທ່ານນາງອອງຊານ ຊູຈີ ແລະເປີດການໂອ້ລົມສົນທະນາທີ່ແທ້ຈິງ ແບບມີຫຼາຍ
ພັກຝ່າຍ ພ້ອມດ້ວຍກຸ່ມຝ່າຍຄ້ານປະຊາທິປະໄຕ ແລະບັນດາຊົນເຜົ່າ ເພື່ອໃຫ້ເປັນບາດ
ກ້າວທໍາອິດໄປສູ່ຄວາມປອງດອງຊາດ.
ພັກ NLD ຂອງທ່ານນາງອອງຊານ ຊູຈີ ຊະນະການເລືອກຕັ້ງຂອງ ມຽນມາໃນປີ 1990
ແຕ່ຝ່າຍທະຫານບໍ່ຍອມຮັບຮູ້ຜົນການເລືອກຕັ້ງ ພ້ອມທັງຍັງໄດ້ທໍາການກັກບໍລິເວນ
ທ່ານນາງອອງຊານ ຊູຈີ ຜູ້ໄດ້ຮັບ ລາງວັນໂນແບລຂະແໜງສັນຕິພາບ ເປັນເວລາສ່ວນ
ໃຫຍ່ຕະລອດ ໄລຍະ 20 ປີຜ່ານມາ.
ທ່ານນາງອອງຊານ ຊູຈີ ໄດ້ຖືກປອ່ຍຈາກກັກ
ບໍລິເວັນພຽງບໍ່ເທົ່າໃດມື້ ຫລັງຈາກການເລືອກ
ຕັ້ງເມື່ອເດືອນພະຈິກປີຜ່ານມາ ໃນຂະນະທີ່
ພັກ NLD ຖືກສັ່ງໃຫ້ຍຸບ ໃນຂໍ້ຫາລວມຕົວ
ກັນປະທ້ວງຫຼືບອຍຄອດການເລືອກຕັ້ງ.
ໂຄສົກພັກ NLD ຜູ້ນຶ່ງກ່າວວ່າ ພັກຂອງຕົນ
ແມ່ນພ້ອມແລະເປີດກວ້າງ ຕໍ່ການໂອ້ລົມສົນ
ທະນາກັບລັດຖະບານຊຸດໃໝ່ຂອງມຽນມາ
ແລະກໍຍັງ ຄົງມີຄວາມເປັນຫ່ວງກ່ຽວກັບພວກ
ທະຫານທີ່ຍັງສືບຕໍ່ກໍາອໍານາດປົກຄອງ
ປະເທດຕໍ່ໄປນັ້ນຢູ່.
ໃນການກ່າວສຸນທອນພົດເຂົ້າຮັບຕໍາແໜ່ງຂອງ
ທ່ານນັ້ນ ປະທານາທິບໍດີ ຄົນໃໝ່ ທ່ານ
Thien Sein ໄດ້ກ່າວຫາພວກປະເທດຕາ
ເວັນຕົກທີ່ພາ ກັນຂູ່ເຂັນມຽນມາ ແລະກ່າວວ່າ ພວກເຂົາເຈົ້າຄວນຈະຮັບຮູ້ການປ່ຽນ
ແປງໃນທາງບວກ ແລະເລີກລົ້ມການລົງໂທດໃດໆຕໍ່ມຽນມານັ້ນ.
ລັດຖະບານ ໂອບາມາ ໄດ້ສົ່ງພວກທູດພິເສດອາວຸໂສ ໄປຍັງມຽນມາ ເພື່ອຫາທາງໃຫ້ມີ
ການໂອ້ລົມສົນທະນາ ແຕ່ກໍຍັງຈະຮັກສາການລົງໂທດ ທີ່ມີມາເປັນເວລາຍາວນານນັ້ນໄວ້
ໂຮມທັງການສັ່ງຫ້າມການຄ້າເກືອບ ວ່າໝົດທຸກດ້ານນັ້ນໃຫ້ມີຜົນບັງຄັບຢູ່ຕໍ່ໄປ.
ໂຄສົກກະຊວງຕ່າງປະເທດສະຫະລັດກ່າວວ່າ ລັດຖະບານໂອບາມາຍັງ ຄົງມີຄວາມໝັ້ນ
ໝາຍຕໍ່ຍຸທະສາດສອງແນວທາງ ຂອງການເຂົ້າຫາ ແລະ ລົງໂທດມຽນມາ ແຕ່ກໍຍັງຈະຈັບ
ຕາເບິ່ງຢູ່ສະເໝີກ່ຽວກັບຄວາມຄາດຫວັງ ຕ່າງໆຈາກຄວາມພະຍາຍາມໃນການພົວພັນ
ກັນນັ້ນ.