ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດມີກຳລັງໃຈ ກ່ຽວກັບ ການປະຕິຮູບ ໃນມຽນມາ


ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland

ສະຫະລັດກ່າວວ່າ ເປັນທີ່ປາກົດວ່າລັດຖະບານຊຸດໃໝ່ຂອງມຽນມາພວມດຳເນີນຄວາມ
ພະຍາຍາມທີ່ຈະທຳການພົວພັນກັບພວກຝ່າຍຄ້ານແລະສັງຄົມພົນລະເຮືອນແຕ່ຍັງມີສິ່ງ ຈຳເປັນອີກຫຼາຍຢ່າງທີ່ຈະຕ້ອງໄດ້ກະທຳເພີ່ມຕື່ມ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland ໃຫ້ຄວາມ
ເຫັນກ່ຽວກັບການພົບປະຂອງລັດຖະບານມຽນມາກັບຜູ້ນຳພັກຝ່າຍຄ້ານທ່ານນາງ ອອງຊານຊູຈີແລະການຕັດສິນໃຈເມື່ອໄວໆມານີ້ ທີ່ຈະຍຸຕິໂຄງການສ້າງເຂື່ອນທີ່ເປັນ
ບັນຫາຖົກຖຽງໂຕ້ແຍ້ງຢູ່ໃນພາກເໜືອຂອງມຽນມານັ້ນ. ທ່ານນາງເວົ້າວ່າ ເປັນທີ່ປາ
ກົດວ່າ ລັດຖະບານຊຸດໃໝ່ຂອງມຽນມາໄດ້ສະໜອງຕອບຫຼາຍຂຶ້ນຕໍ່ຄວາມຮຽກຮ້ອງ
ຕ້ອງການຂອງປະຊາຊົນຫຼາຍກວ່າລັດຖະບານຊຸດກ່ອນ.

ທ່ານນາງ Nuland ເວົ້າວ່າ ສະຫະລັດໃຫ້ການສະໜັບສະໜຸນ ຕໍ່ທ່າອຽງຂອງການ
ປະຕິຮູບຢູ່ໃນມຽນມາແລະທູດພິເສດຂອງສະຫະລັດຮັບຜິດຊອບກ່ຽວກັບເລື່ອງມຽນ
ມາທ່ານ Derek Mitchell ກໍຈະທຳການຊຸກຍູ້ຢ່າງຂຸ້ນຂ້ຽວກ່ຽວກັບເລື່ອງນີ້.

ແຕ່ທ່ານນາງກໍເວົ້າວ່າຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຈຳເປັນຈະຕ້ອງໄດ້ກະທຳກ່ອນທີ່
ສະຫະລັດຈະຍົກເລີກການລົງໂທດຂອງຕົນນັ້ນ.

ນອກນັ້ນທ່ານນາງ Nuland ຍັງກ່າວວ່າ ວໍຊິງຕັນໄດ້ສົນທະນາຫາລືເລື່ອງມຽນມາ
ກັບຈີນແລະອິນເດຍ ຊຶ່ງເປັນເພື່ອນບ້ານຂອງມຽນມານັ້ນ.

XS
SM
MD
LG