ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Mccain ຈະໄປ ຢ້ຽມຢາມ ປະເທດມຽນມາ


ສະມາຊິກສະພາສູງສະຫະລັດ ທ່ານ John McCain
ສະມາຊິກສະພາສູງສະຫະລັດ ທ່ານ John McCain

ແຫຼ່ງຂ່າວຂອງລັດຖະບານ ແລະພວກຝ່າຍຄ້ານໃນມຽນ
ມາກ່າວວ່າ ສະມາຊິກສະພາສູງສະຫະລັດ ທ່ານ John
Mccain ຈະເດີນທາງໄປຢ້ຽມຢາມມຽນມາໃນອາທິດໜ້າ
ແລະພົບປະກັບທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະ
ໄຕຂອງປະເທດ ດັ່ງກ່າວ.

ໂຄສົກຄົນນຶ່ງ ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິ
ປະໄຕຂອງທ່ານນາງອອງຊານຊູຈີ ກ່າວຕໍ່ວິທະຍຸວີໂອເອ
ພາກພາສາມຽນມາວ່າ ເປັນທີ່ຄາດວ່າກັນທ່ານ Mccain
ຈະພົບປະກັບ ຜູ້ນຳພັກຝ່າຍຄ້ານມຽນມາ ແລະຜູ້ນຳພັກ
ການເມືອງອື່ນໆໃນວັນທີ 2 ມິຖຸນານີ້.

ຫ້ອງການຂອງທ່ານ Mccain ຍັງບໍ່ທັນໃຫ້ການຢືນຢັນ
ກ່ຽວກັບການຢ້ຽມຢາມດັ່ງກ່າວ.

ທ່ານ Mccain ໄດ້ຕຳໜິຕິຕຽນລັດຖະບານທະຫານມຽນມາ ມາເປັນເວລາດົນນານແລ້ວ ແລະກໍເປັນຜູ້ໃຫ້ການສະໜັບສະໜຸນຕໍ່ຂະບວນການເຄື່ອນໄຫວເພື່ອປະຊາທິປະໄຕຢູ່ໃນ
ປະເທດດັ່ງກ່າວ.

ທ່ານ Mccain ແມ່ນນັກລົບເກົ່າທີ່ໄດ້ຮັບຫຼຽນໄຊຈາກສົງຄາມຫວຽດນາມແລະເປັນຜູ້ສະ
ມັກປະທາທິບໍດີທີ່ບໍ່ປະສົບຜົນສຳເລັດຂອງພັກຣີພັບບລີກັນໃນປີ 2008.

XS
SM
MD
LG