ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາສູງ ສຫລ ສະເໜີໃຫ້ຕໍ່ອາຍຸ ການລົງໂທດມຽນມາ


ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງສະຫະລັດ ທ່ານ Mitch McConnell (ທີ 2 ຈາກຊ້າຍ) ໃນລະຫວ່າງກອງ ປະຊຸມຖະແຫຼງຂ່າວ ທີ່ກຸງວໍຊິງຕັນ
ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງສະຫະລັດ ທ່ານ Mitch McConnell (ທີ 2 ຈາກຊ້າຍ) ໃນລະຫວ່າງກອງ ປະຊຸມຖະແຫຼງຂ່າວ ທີ່ກຸງວໍຊິງຕັນ

ສະມາຊິກສະພາສູງສະຫະລັດກຸ່ມນຶ່ງສະເໜີໃຫ້ຕໍ່ອາຍຸການ
ລົງໂທດປະເທດມຽນມາອີກນຶ່ງປີ.

ຜູ້ນຳຂອງພັກຣີພັບບລີກັນ ໃນສະພາສູງສະຫະລັດ ທ່ານ
Mitch McConnell ພ້ອມໆກັບສະມາຊິກສະພາສູງກຸ່ມ
ນຶ່ງຈາກທັງສອງພັກການເມືອງໄດ້ນຳສະເໜີຮ່າງກົດໝາຍ
ສະບັບນຶ່ງໃນວັນພະຫັດວານນີ້ ເພື່ອຕໍ່ອາຍຸການລົງໂທດ
ປະເທດມຽນມາ.

ການລົງໂທດທີ່ວ່ານີ້ ແມ່ນຮວມທັງ ການຫ້າມບໍ່ໃຫ້ນໍາສິນ
ຄ້າຂອງມຽນມາເຂົ້າມາໃນສະຫະລັດ ການຈຳກັດໃນການ
ອອກວີຊ່າໃຫ້ແກ່ພວກຜູ້ນຳຂອງລັດຖະບານທະຫານແລະ
ການຢຶດຊັບສິນຂອງພວກເຈົ້າໜ້າທີ່ທີ່ຖືກຄັດເລືອກຈຳນວນ
ນຶ່ງ.

ທ່ານ McConnell ກ່າວວ່າ ທ່ານເຊື່ອວ່າການລົງໂທດຄວນ
ຈະດຳເນີນຕໍ່ໄປຈົນກວ່າວ່າການປະຕິຮູບໄປສູ່ປະຊາທິປະໄຕ ຢ່າງແທ້ຈິງໄດ້ມີການຈັດຕັ້ງປະຕິບັດຢູ່ໃນມຽນມາ.

ທ່ານເວົ້າວ່າ ສະຫະລັດບໍ່ຄວນທີ່ຈະຖືກຫຼອກລວງ ໃນອັນທີ່ທ່ານເອີ້ນວ່າ ການດຳເນີນ
ຄວາມພະຍາຍາມແບບໂປ່ງໃສຂອງລັດຖະບານທະຫານມຽນມາ ເພື່ອຢາກໃຫ້ຍົກເລີກ
ການລົງໂທດ.

ສະມາຊິກສະພາສູງຂອງສະຫະລັດທ່ານນີ້ຍັງເວົ້າຕື່ມວ່າເຖິງແມ່ນມຽນມາໄດ້ຈັດໃຫ້ມີການ
ເລືອກຕັ້ງເປັນເທື່ອທຳອິດ ໃນຮອບສອງທົດສະວັດໃນເດືອນພະຈິກປີກາຍກໍຈິງ ແຕ່ທ່ານ
ກໍເວົ້າວ່າ ພວກນັກສັງເກດການທີ່ມີຊື່ສຽງທັງໝົດ ໄດ້ກ່າວເຖິງການປ່ອນບັດນີ້ວ່າ ບໍ່ມີທັງ
ເສລີແລະຄວາມຍຸດຕິທຳ.

ນອກນັ້ນ ທ່ານ McConnell ຍັງໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຂອບເຂດຂອງ
ອິດສະຫຼະພາບ ທີ່ຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານຊູຈີໄດ້ຮັບ. ທ່ານໃຫ້ຂໍ້
ສັງເກດວ່າ ທ່ານນາງໄດ້ຖືກປ່ອຍຈາກການກັກບໍລິເວນ ກໍຕໍ່ເມື່ອຫຼັງຈາກໄດ້ມີການເລືອກ
ຕັ້ງໃນເດືອນພະຈິກແລ້ວ ແລະເວົ້າວ່າຂອບເຂດທີ່ທ່ານນາງສາມາດເດີນທາງທັງຢູ່ພາຍໃນ ມຽນມາແລະໄປຕ່າງປະເທດນັ້ນ ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.

XS
SM
MD
LG