ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດກັງວົນໃຈ ກ່ຽວກັບເລື່ອງມຽນມາ


ພວກອົບພະຍົບເຜົ່າ Kachin ທີ່ຫຼົບໜີການສູ້ລົບໃນມຽນມາ (24 ມິຖຸນາ 2011)
ພວກອົບພະຍົບເຜົ່າ Kachin ທີ່ຫຼົບໜີການສູ້ລົບໃນມຽນມາ (24 ມິຖຸນາ 2011)

ສະຫະລັດກ່າວວ່າ ຕົນມີຄວາມວິຕົກກັງວົນ ກ່ຽວກັບຄວາມຮຸນແຮງ ລະຫວ່າງລັດຖະບານ
ມຽນມາແລະພວກກະບົດຢູ່ທີ່ລັດ Kachin ໃນພາກເໜືອຂອງມຽນມາ ໂດຍສະເພາະແລ້ວ
ແມ່ນລາຍງານກ່ຽວກັບການລ່ວງລະເມີດສິດທິມະນຸດໃນລັດດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria Nuland ກ່າວໃນມື້ວັນສຸກ
ວານນີ້ວ່າ ມີລາຍງານກ່ຽວກັບການບາດເຈັບລົ້ມຕາຍ ມີການຂົ່ມຂືນສຳເລົາແລະມີປະຊາຊົນ ໃນເຂດທ້ອງຖິ່ນຈຳນວນຫຼາຍພັນຄົນຕ້ອງໄດ້ອົບພະຍົບຫຼົບໜີ.

ທ່ານນາງໄດ້ຮຽກຮ້ອງໃຫ້ຢຸດຕິການສູ້ລົບແລະເວົ້າວ່າ ຄວາມຮຸນແຮງທີ່ວ່ານີ້ໄດ້ເນັ້ນໃຫ້ເຫັນ
ເຖິງຄວາມຈຳເປັນ ກ່ຽວກັບການສົນທະນາຫາລືກັນ ລະຫວ່າງລັດຖະບານມຽນມາ ກັບພວກ ຝ່າຍຄ້ານແລະຊົນກຸ່ມນ້ອຍຕ່າງໆ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ມຽນມາຄໍ້າປະກັນ
ຄວາມປອດໄພແລະໃຫ້ການປົກປ້ອງຄຸ້ມຄອງພວກທີ່ອົບພະຍົບຫຼົບໜີບັນຫາຂັດແຍ້ງ.

ໃນມື້ວັນພະຫັດຜ່ານມານີ້ ເຈົ້າໜ້າທີ່ໃຫ້ການຊ່ອຍເຫຼືອແກ່ພວກອົບພະຍົບກ່າວວ່າ ຈີນໄດ້
ສັ່ງໃຫ້ພວກອົບພະຍົບຫຼາຍຮ້ອຍຄົນທີ່ພາກັນຫຼົບໜີການສູ້ລົບນັ້ນກັບຄືນໄປຍັງມຽນມາ.

ເຈົ້າໜ້າທີ່ໃຫ້ການຊ່ອຍເຫຼືອເວົ້າວ່າ ມີຊາວບ້ານຢ່າງນ້ອຍ 2,000 ຄົນໄດ້ພາກັນອົບພະຍົບ
ຫຼົບໜີການເປີດສາກບຸກໂຈມຕີຂອງທະຫານລັດຖະບານມຽນມາຕໍ່ກຸ່ມກະບົດກອງທັບເອກກະ
ລາດ Kachin ຊຶ່ງໄດ້ເລີ່ມຂຶ້ນໃນຕົ້ນເດືອນນີ້.

XS
SM
MD
LG