ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງສະຫະລັດຢາກໃຫ້ ສປຊ ສືບສວນມຽນມາ


ຫໍລັດຖະສະພາສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ
ຫໍລັດຖະສະພາສະຫະລັດ ທີ່ນະຄອນຫຼວງວໍຊິງຕັນ

ສະມາຊິກ ສະພາສູງ ສະຫະລັດ 32 ທ່ານ ຮຽກຮ້ອງໃຫ້ ລັດຖະບານ ທ່ານໂອບາມາ ສະໜັບສະໜຸນ ການສືບສວນ ຂອງອົງການ ສະຫະປະຊາຊາດ ກ່ຽວກັບ ຄວາມເປັນໄປໄດ້ ໃນການກໍ່ອາຊະຍາກຳສົງຄາມ ຢູ່ໃນປະເທດມຽນມາ ທີ່ປົກຄອງໂດຍ ລັດຖະບານທະຫານນັ້ນ.

ສະມາຊິກ ສະພາສູງກຸ່ມນີ້ ພາຍໃຕ້ການນຳພາ ຂອງສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານນາງ DIANNE FEINSTEIN ແລະສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ JUDD GREGG ກ່າວໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປຫາ ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານນາງ HILLARY CLINTON ໃນມື້ວັນສຸກວານນີ້ວ່າ ການສ້າງຕັ້ງ ຄະນະກຳມາທິການ ຂອງອົງການ ສະຫະປະຊາຊາດ ຈະຊ່ອຍໃຫ້ມຽນມາ ສຳນຶກໄດ້ວ່າ ພວກເຮົາ ມີຄວາມຈິງຈັງ ກ່ຽວກັບ ຄວາມໝາຍໝັ້ນຕັ້ງໃຈ ຕໍ່ປະຊາທິປະໄຕ ສິດທິມະນຸດ ແລະການປົກຄອງ ດ້ວຍຕົວບົດກົດໝາຍ ຂອງພວກເຮົາ.

ສະຫະລັດ ແລະອົງການ ສະຫະປະຊາຊາດ ໄດ້ກ່າວຫາມຽນມາວ່າ ໃຊ້ທະຫານເດັກນ້ອຍ ທຳລາຍໝູ່ບ້ານ ຂອງພວກຊົນກຸ່ມນ້ອຍ ແລະໃຊ້ການຂົ່ມຂືນສຳເລົາ ເປັນອາວຸດ ໃນການເຮັດສົງຄາມ.

ອົງການສະຫະປະຊາຊາດ ກ່າວວ່າ ມີລ່ວງລະເມີດ ອິດສະຫຼະພາບ ຂັ້ນພື້ນຖານ ຮ້າຍແຮງ ຢ່າງມີແບບແຜນ ແລະເປັນລະບົບ ຢູ່ໃນມຽນມາ ທີ່ປົກຄອງໂດຍ ລັດຖະບານທະຫານ.

ລາຍງານ ຂອງອົງການ ສະຫະປະຊາຊາດ ທີ່ນຳອອກເຜີຍແຜ່ ໃນເດືອນມີນາປີນີ້ພົບວ່າ ການລ່ວງລະເມີດເຫຼົ່ານີ້ ແມ່ນເປັນຜົນ ຂອງນະໂຍບາຍ ທີ່ກຳນົດຂຶ້ນ ໂດຍຄະນະບໍລິຫານ ພວກທະຫານ ແລະເຈົ້າໜ້າທີ່ຕຸລາການ ຂອງມຽນມາ.

XS
SM
MD
LG