ທາງການມຽນມາກ່າວວ່າ ເຈົ້າໜ້າທີ່ຂັ້ນສູງຂອງສະຫະ
ລັດທ່ານນຶ່ງຈະເດີນທາງໄປເຖິງມຽນມາ ໃນວັນອັງຄານ
ມື້ອື່ນນີ້ ເພື່ອການເຈລະຈາລະດັບສູງຄັ້ງທໍາອິດລະຫວ່າງ
ສອງປະເທດ ນັບແຕ່ທາງການມຽນມາໄດ້ປ່ອຍຕົວທ່ານ ນາງ ອອງ ຊານຊູຈີ ຜູ້ນໍາພັກຝ່າຍຄ້ານ.
ເຈົ້າໜ້າທີ່ມຽນມາກ່າວຕື່ມວ່າ ທ່ານ Joseph
Y. Yun ຮອງລັດຖະມົນຕີຊ່ອຍວ່າການກະ
ຊວງຕ່າງປະເທດສະຫະລັດ ສໍາລັບພາກພື້ນ
ເອເຊຍຕາເວັນອອກແລະປາຊີຟິກ ໄດ້ມີໝາຍ
ກໍານົດທີ່ຈະໃຊ້ເວລາຢູ່ໃນມຽນມາ 4 ມື້ ຊຶ່ງ
ທ່ານຄາດຫວັງວ່າ ຈະໄດ້ພົບປະກັບທ່ານນາງ ອອງຊານຊູຈີ ຕະຫລອດທັງພວກຜູ້ນໍາທາງ ການເມືອງແລະທະຫານຂອງມຽນມາ ນໍາອີກ.