ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຈະຜ່ອນຄາຍ ການລົງໂທດ ຕໍ່ມຽນມາລົງ


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການປະຕ່າງສະຫະລັດ ເວົ້າ
ກ່ຽວກັບການຜ່ອນຄາຍການລົງໂທດຕໍ່ມຽນມາ.
ວນັທີ 5 ເມສາ 2012.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການປະຕ່າງສະຫະລັດ ເວົ້າ ກ່ຽວກັບການຜ່ອນຄາຍການລົງໂທດຕໍ່ມຽນມາ. ວນັທີ 5 ເມສາ 2012.

ສະຫະລັດ​ກໍາລັງຈະຜ່ອນຄາຍ​ການ​ລົງ​ໂທດ ​ທີ່​ມີ​ມາ​ຕັ້ງ​ແຕ່​ດົນ​ນານຂອງ​ຕົນຕໍ່ມຽນມາ​
ບາງຢ່າງ​ລົງ ​ໃນ​ຄວາມ​ຫວັງ​ເພື່ອ​ສົ່ງ​ເສີມ​ໃຫ້​ທໍາ​ການ​ປະຕິຮູບ​ຕໍ່​ໄປ ຫຼັງ​ຈາກ​ການ​ເລືອກ
​ຕັ້ງ​ຄັ້ງປະວັດ​ສາດເມື່ອ​ວັນ​ອາທິດ​ຜ່ານ​ມາໃນ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ພຸດ
ວານນີ້​ວ່າ ກຸງ​ວໍ​ຊິງ​ຕັນ​ຈະ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດໄປ​ປະ​ຈໍາ​ຢູ່​ໃນ​ມຽນມາ​ໃນ​ໄວໆ​
ນີ້ ​ແລະຈະ​ຕັ້ງ​ຫ້ອງການ​ໂຕ​ແທນ​ຂອງ​ອົງການພັດທະນາ​ລະຫວ່າງ​ຊາດຂອງສະຫະລັດ
ຫລື USAID ຂຶ້ນໃນມຽນມາ ເພື່ອ​ສະໜັບສະໜຸນ​ຄວາມ​ພະຍາຍາມ​ຕ່າງໆ​ໂດຍ​ໂຄງ
ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

ໃນ​ບາດກ້າວ​ອື່ນໆ​ອີກນັ້ນ ກຸງ​ວໍ​ຊິງ​ຕັນ​ຈະ​ອະນຸຍາດໃຫ້​ພວກ​ກຸ່ມ​ຊ່ອຍເຫຼືອ​ບັນ​ເທົາ​ທຸກ​
ຂອງເອກກະ​ຊົນ​ອາ​ເມຣິກັນ ດໍາ​ເນີນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ພັດທະນາ​ຕ່າງໆ​ໃນ​ມຽນ
ມາ. ບັນດາເຈົ້າ​ໜ້າທີ່​ແລະ​ສະມາຊິກລັດຖະສະພາ​ຂອງ​ມຽນມາ ບາງ​ຄົນທີ່ຖືກ​ຄັດ​ເລືອກ
ເອົາ ຈະ​ໄດ້​ຮັບ​ອະນຸບາດ​ໃຫ້​ເດີນທາງ​ມາຍັງ​ສະຫະລັດ​ໄດ້. ​ແລະວໍ​ຊິງ​ຕັນ​ຈະ​ລົດ​ຜ່ອນ​
ການ​ຈໍາກັດ​ຮັດ​ແຄບ​ຕໍ່​ການໃຫ້​ບໍລິການ​ທາງ​ດ້ານ​ການ​ເງິນ​ແລະ​ການ​ລົງທຶນ​ຂອງ​ສະຫະ
ລັດ​ລົງ​ເຊ່ນ​ກັນ ​ເພື່ອ​ຊ່ອຍ​ເລັ່ງລັດ​ການ​ພັດທະນາເສດຖະກິດ​ໃຫ້​ທັນ​ສະ​ໄໝ ​ແລະການ
ປະຕິ​ຮູບ​ດ້ານ​ການ​ເມືອງ​ນັ້ນ.

ແຕ່​ທ່າ​ນນາງຄລິນ​ຕັນ​ເຕືອນ​ວ່າ ​ຂັ້ນ​ຕອນ​ການ​ປະຕິ​ຮູບຂອງ​ມຽນມາ ​ຍັງ​ຈະ​ຍາວ​ນານ​
ອີກ​ຢູ່ ​ແລະ​ວ່າ ອະນາຄົດ​ຂອງ​ປະເທດ​ກໍ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ແລະ​ແນ່ນອນ​ເທື່ອ. ທ່ານ​ນາງ
ຕລິນ​ຕັນ​ກ່າວຕື່ມ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ຜ່ອນຄາຍ​ການ​ລົງ​ໂທດ​ຂອງ​ຕົນ​ລົງ ຕາບ​ໃດ
ລັດຖະບານ​ມຽນມາ​ສືບ​ຕໍ່​ການ​ປະຕິ​ຮູບ​ຕໍ່​ໄປ. ​>>>>> ສຽງ..

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ຕິດຕາມ​ເບິ່ງ​ການ​ເຄື່ອນ​ໄຫວຕ່າງໆ​ຢ່າງ​
ໃກ້ຊິດ ​ແລະດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ ຕອນ​ທີ່​ຂ້າພະ​ເຈົ້າ​ໄປ​ຢ້ຽມຢາມ​ມຽນມາ​ນັ້ນ ພວກ​
ເຮົາ​ຈະ​ສະໜອງ​ຕອບການ​ກະທໍາ​ແຕ່​ ລະ​ອັນ​ໄປ. ພວກ​ເຮົາ​ຈະ​ສືບ​ຕໍ່​ຊອກ​ຫາການ​ປັບປຸງ
ດ້ານ​ສິດທິ​ມະນຸດ​ໃຫ້​ດີ​ຂຶ້ນ ຮວມທັງ​ການ​ປ່ອຍ​ໂຕ​ພວກ​ນັກໂທດ​ການ​ເມືອງ​ທີ່​ຍັງ​ຖືກ​ກັກ​
ຂັງ​ຢູ່​ນັ້ນທັງ​ໝົດ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ​ແລະ​ໃຫ້​ຍົກ​ເລີກ​ເງື່ອນ​ໄຂ​ຕ່າງໆ​ທີ່​ມີ​ຕໍ່ ພວກ​ທີ່​ຖືກ
ປ່ອຍ​ໂຕ​ອອກ​ຈາກ​ຄຸກ​ນັ້ນ​ເຊ່ນ​ກັນ. ພວກ​ເຮົາ​ຈະ​ສືບ​ຕໍ່ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ພັດ
ທະນາ​ສັງຄົມພົນລະ​ເຮືອນ​ທີ່​ມີ​ຊີວິດ​ຊີວາ ທີ່​ພວກ​ເຮົາ​ຄຶດ​ວ່າ ຈະ​ເປັນ​ການ​ສົ່ງ​ເສີມ​ຢ່າງ​
ຫຼວງ​ຫຼາຍ​ຕໍ່​ການ​ປະຕິ​ຮູບທາງ​ເສດຖະກິດ​ ແລະ​ສັງຄົມ​ນັ້ນ.”

ໃນ​ເລື່ອງບັນຫາ​ຂັດ​ແຍ່ງ​ທີ່​ມີ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ຂອງ​ມຽນມາ​ກັບຊົນ​ກຸ່ມ​ນ້ອຍ
ຕ່າງໆນັ້ນ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ສະຫະລັດ​ຈະ​ສືບ​ຕໍ່ຮຽກຮ້ອງ​ໃຫ້​ມີ​ຄວາມ​ປອງ​
ດອງ​ຊາດ. ຊົນ​ເຜົ່າ​ນຶ່ງ​ໃນ​ບັນດາ​ກຸ່ມ​ຊົນ ກຸ່ມ​ນ້ອຍເຫລົ່ານັ້ນ ​ຄື​ສະຫະ​ພາບ​ແຫ່ງ​ຊາດ​ເຜົ່າ​
ກະຫຼ່ຽງ ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ໄຂ​ການ​ເຈລະຈາ​ກັນ​ຄືນ​ກັບ​ລັດຖະ
ບານ​ ທີ່ແນໃສ່ເພື່ອ​ຍຸດຕິ​ການ​ຕໍ່ສູ້​ກັນ ​ທີ່ດໍາ​ເນີນ​ມາ​ເປັນ​ເວລາ​ດົນ​ທີ່​ສຸດ​ຂອງ​ໂລກ​ນັ້ນ.

XS
SM
MD
LG