ນັກການທູດຂັ້ນອາວຸໂສຂອງມຽນມາທ່ານນຶ່ງໄດ້ປະກາດການໂຕນໜີຂອງທ່ານໃນສະຫະລັດໂດຍກ່າວວ່າ ທ່ານສູນສິ້ນຄວາມຫວັງທີ່ວ່າ ຄະນະນໍາພາປະເທດຂອງທ່ານຈະທໍາການປ່ຽນແປງໄປສູ່ລະບອບປະ ຊາທິປະໄຕຢ່າງມີປະສິດທິຜົນໃນອະນາຄົດອັນໃກ້ໆນີ້.
ທ່ານ Kyaw Win ເຈົ້າໜ້າທີ່ຂັ້ນສູງອັນດັບສອງທີ່ສະຖານທູດມຽນມາ ໃນກຸງວໍຊິງຕັນ ກ່າວຢູ່ໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປຍັງທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ໃນວັນທີ 4 ກໍລະກົດມື້ນີ້ວ່າ ຄວາມພະຍາຍາມຕ່າງໆຂອງທ່ານເພື່ອຊຸກຍູ້ໃຫ້ທໍາ ການປະຕິຮູບໃນປະເທດຂອງທ່ານນັ້ນໄດ້ຖືກປະຕິເສດ ແລະທ່ານຢ້ານວ່າຈະຖືກດໍາເນີນຄະດີ ຖ້າຫາກທ່ານເດີນທາງກັບຄືນໄປມຽນມາ.
ຢູ່ໃນຈົດໝາຍສະບັບນີ້ ທ່ານ Kyaw Win ຮຽກຮ້ອງໃຫ້ສະຫະລັດຮັກສາການລົງໂທດທາງເສດຖະກິດຕໍ່ຄະນະນໍາພາຂອງມຽນມາແລະພວກ ພັນທະມິດນັກທຸລະກິດຂອງພວກເຂົາເຈົ້າ ແລະໃຫ້ກົດດັນໃຫ້ມີການ ຈັດຕັ້ງສະພາສອບສວນນາໆຊາດຂຶ້ນ ເພື່ອທໍາການສືບສວນເລື້ອງການລະເມີດສິດທິມະນຸດຂອງມຽນມານັ້ນ.
ນັກການທູດທ່ານນີ້ໄດ້ຢືນຢັນການລາອອກແລະການຂໍລີ້ໄພໃນສະຫະລັດຂອງທ່ານ ໂດຍຜ່ານທາງໂທລະສັບຕໍ່ຜູ້ສື່ຂ່າວວີໂອເອ ພະແນກພາສາມຽນມາ.
ທ່ານ Kyaw Win ເປັນນັກການທູດອາຊີບ ຊຶ່ງມີປະສົບການມາໄດ້ 31 ປີແລະໄດ້ຮັບໃຊ້ໃນສະຖານທູດມຽນມາໃຫຍ່ໆມາຫລາຍແຫ່ງ ນັບແຕ່ປະເທດອິນເດຍໄປຮອດບຣາຊີລ. ນອກນັ້ນ ທ່ານຍັງຂໍລີ້ໄພໃຫ້ພັນລະຍາພ້ອມດ້ວຍລູກ 3 ຄົນທີ່ໃຫຍ່ໝົດແລ້ວ ຊຶ່ງທັງໝົດແມ່ນອາໄສຢູ່ໃນສະຫະລັດໃນເວລານີ້.