ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະລັດ ເດີນທາງໄປຮອດມຽນມາ


ທູດພິເສດສະຫະລັດ ເດີນທາງໄປຮອດມຽນມາ
ທູດພິເສດສະຫະລັດ ເດີນທາງໄປຮອດມຽນມາ

ທ່ານ Joseph Yun ຮອງລັດມົນຕີ ຊ່ອຍວ່າການກະຊວງການຕ່າງປະເທດ ສະຫະລັດ ວັນທີ 18 ພຶດສະພາ 2011
ທ່ານ Joseph Yun ຮອງລັດມົນຕີ ຊ່ອຍວ່າການກະຊວງການຕ່າງປະເທດ ສະຫະລັດ ວັນທີ 18 ພຶດສະພາ 2011

















ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ສະຫະລັດ​ທ່ານ​ນຶ່ງ​ເດີນທາງ​ໄປ​ຍັງ​ມຽນມາ​ເພື່ອທໍາ​ການ​ເຈລະຈາຫາລື​ກັນ​ໃນ​ລະດັບ​ສູງ​ກັບ​ບັນດາ​ສະມາຊິກ​ຂອງລັດ ຖະບານ​ໃນ​ນາມ​ພາຍ​ໃຕ້​ການ​ນໍາພາຂອງ​ພົນລະ​ເຮືອນ​ໃໝ່​ນັ້ນ.

ຮອງລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Joseph Yun
ໄດ້ເດີນທາງໄປເຖິງນະຄອນຢ່າງກຸ້ງໃນວັນພຸດມື້ນີ້ ແລະຄາດວ່າຈະເດີນທາງກົງໄປຍັງເມືອງ
Naypyitaນະຄອນຫຼວງດ້ານການປົກຄອງຂອງມຽນມາ.

ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ຢູ່​ທີ່​ກຸງ​ວໍ​ຊິງ​ຕັນໃນ​ວັນ​ອັງຄານ​ວານ​ນີ້​
ວ່າ ທ່ານ Yun ຍັງຈະຊອກຫາຊ່ອງທາງເພື່ອພົບປະກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນຳປະຊາ
ທິປະໄຕຂອງມຽນມາຕະຫຼອດທັງ​ພວກ​ຜູ້​ນໍາ​ດ້ານ​ການ​ເມືອງ ທຸລະ​ກິດ​ແລະ​ຊົນ​ກຸ່ມນ້ອຍອື່ນໆ
ເຊ່ນ​ກັນ. ຜູ້ຕາງໜ້າຄົນນຶ່ງຂອງກຳລັງປະຊາທິປະໄຕແຫ່ງຊາດ ທີ່ໄດ້ ແຍກໂຕອອກຈາກ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງຊານຊູຈີທີ່ເຂົ້າຮ່ວມໃນການ
ເລືອກຕັ້ງປີກາຍນີ້ ກ່າວວ່າ ທ່ານຄາດວ່າຈະໄດ້ພົບກັບທ່ານ Yun ໃນທ້າຍອາທິດນີ້.

ການ​ຢ້ຽມຢາມ​ເປັນ​ເວລາ 4 ມື້​ຂອງ​ທ່ານ Yun ນັບ​ວ່າ​ເປັນການຢ້ຽມຢາມເທື່ອ​ທໍາ​ອິດ​ໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ສະຫະລັດ​ ນັບ​ແຕ່​ລັດຖະບານ​ຊຸດ​ໃໝ່​ພາຍ​ໃຕ້​ການ​ນໍາພາ​ຂອງ​ປະທານາທິບໍດີ Thein Sein ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ໃນ​ທ້າຍ​ເດືອ​ນມີນາ​ປີ​ນີ້​ເປັນ​ຕົ້ນ​ມາ. ​ແຕ່​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ເນ້ນ​ວ່າ ລັດຖະບານ​ກຸງ​ວໍ​ຊິງ​ຕັນບໍ່​ໄດ້​ປ່ຽນ​ທັດສະນະຄວາມເຫັນຂອງ​ຕົນ​ທີ່​ວ່າການ​ເລືອກ​ຕັ້ງ​ຂອງ​ມຽນມາ​ໃນ​ເດືອນພະຈິກ​ປີ​ແລ້ວ​ນີ້ດໍາ​ເນີນ​ໄປ​ຢ່າງ​ບໍ່​ຍຸຕິ​ທໍາ.

ເປັນ​ເວລາ 2 ປີ​ປາຍ​ຜ່ານ​ມາແລ້ວ ສະຫະລັດ​ໄດ້​ດໍາ​ເນີນ​ນະ​ໂຍບາຍການ​ພົວພັນ​ກັບມຽນ
ມາແບບ 2 ດ້ານຄວບຄູ່ກັນໄປ ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ຕົນ​ທໍາ​ຄວາມ​ກົດ​ດັນ​ໃຫ້​ລັດຖະບານ
ມຽນມາ​ປັບປຸງ​ປະວັດ​ການ​ເຄົາລົບ​ນັບຖືດ້ານ​ສິດທິມະນຸດ​ຂອງ​ຕົນ​ໃຫ້​ດີ​ຂຶ້ນກໍ​ຕາມ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ໄດ້​ຕໍ່​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຂອງສະຫະລັດຕໍ່​ມຽນມາ
ອີກ​ໃນ​ຕົ້ນ​ສັບປະດາ​ນີ້ ​ໂດຍ​ກ່າວ​ວ່າ ການປາບ​ປາມ​ຢ່າງ​ຂະໜານ​ໃຫຍ່​ຕໍ່​ພວກ​ຝ່າຍ​ຄ້ານ​ນິ
ຍົມ​ປະຊາທິປະ​ໄຕ​ໃນປະ​ເທດ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ.

XS
SM
MD
LG