ບັນດານັກການທູດຂັ້ນສູງຂອງສະຫະລັດໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຂອງມຽນມາທີ່ອົງການສະຫະປະຊາຊາດ ໃນການພົບປະຫາລືທີ່ທາງສະຫະລັດເອີ້ນວ່າ ເປັນການພົບປະກັນທີ່ມີໝາກຜົນແລະເປີດກ້ວາງ.
ກະຊວງການຕ່າງປະເທດໄດ້ກ່າວວ່າ ລັດຖະມົນຕີຊ່ອຍວ່າການຕ່າງປະເທດສະຫະລັດ
ທ່ານ Kurt Campbell ແລະຜູ້ປະສານງານກ່ຽວກັບນະໂຍບາຍມຽນມາຄົນໃໝ່ ທ່ານ
Derek Mitchell ໄດ້ຊົມເຊີຍການເອົາບາດກ້າວໃນທາງບວກ ທີ່ລັດຖະບານພົນລະເຮືອນ
ພຽງແຕ່ຊື່ຂອງມຽນມາໄດ້ປະຕິບັດເມື່ອໄວໆນີ້ ຮວມທັງເປີດການໂອ້ລົມສົນທະນາກັບ
ທ່ານນາງອອງຊານຊູຈີ ຜູ້ນໍາເພື່ອປະຊາທີປະໄຕນັ້ນ.
ແຕ່ພວກການທູດສະຫະລັດໄດ້ກ່າວຕໍ່ລັດຖະມົນຕີການຕ່າງປະເທດຂອງມຽນມາ ທ່ານ
Wunna Maung Lwin ໃນວັນຈັນວານນີ້ວ່າ ທາງສະຫະລັດຢາກຈະເຫັນມຽນມາເປີດ
ການໂອ້ລົມສົນມະນາທີ່ມີຄວາມໝາຍຫຼາຍກວ່ານີ້ກັບຜູ້ນໍາຝ່າຍຄ້ານ.
ນອກນັ້ນ ພວກນັກການທູດສະຫະລັດຍັງກ່າວວ່າ ສະຫະລັດຕ້ອງການຢາກ ໃຫ້ລັດຖະ
ບານມຽນມາເອົາບາດກ້າວທີ່ໜັກແໜ້ນ ເພື່ອໃຫ້ຄວາມສຳຄັນແກ່ຄວາມໝາຍໝັ້ນຕັ້ງໃຈ
ຕໍ່ການປະຕິຮູບ ຮວມທັງການປ່ອຍນັກໂທດທາງການເມືອງທັງໝົດ ຢຸດເຊົາການກໍ່ຄວາມ
ຮຸນແຮງ ໃນເຂດພວກຊົນເຜົ່າແລະດຳເນີນການແບບມີຄວາມໂປ່ງໃສໃນຄວາມສຳພັນກັບ
ເກົາຫຼີເໜືອນັ້ນ.