ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດອາວຸໂສສະຫະລັດ ພົບປະກັບ ອອງຊານ ຊູຈີ

ຜູ້ນໍາປະຊາທິປະໄຕໃນມຽນມາ ທ່ານນາງ Aung San Suu Kyi ຈົບມືກັບທ່ານ Joseph Y. Yun ຮອງ ລັດຖະມົນຕີຊ່ວຍວ່າການຕ່າງປະເທດສະຫະລັດ ຮັບຜິດຊອບຝ່າຍກິດຈະການເອເຊຍຕາເວັນອອກແລະປາຊີຟິກ ລຸນຫລັງການພົບປະກັນ ທີ່ບ້ານຂອງທ່ານນາງ ໃນນະຄອນຢ່າງກຸ້ງ, ວັນສຸກ ທີ 10 ທັນວາ ນີ້. (AP Photo/Khin

ເຈົ້າໜ້າທີ່ການທູດອາວຸໂສທ່ານນຶ່ງຂອງສະຫະລັດ ໄດ້ພົບ
ປະກັບທ່ານ ນາງອອງຊານ ຊູຈີ ຜູ້ນໍາ ປະຊາທິປະໄຕ​ໃນ
ມຽນມາ ແລະສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາ
ທິປະໄຕ ທີ່ນະຄອນຢ່າງກຸ້ງ ​ໃນວັນສຸກມື້ນີ້ ຫລັງຈາກການ
ປະຊຸມກັນຫລາຍໆບັ້ນ ກັບພວກເຈົ້າໜ້າທີ່ລັດຖະບານທະ ຫານມຽນມາ.

ທ່ານ Joseph Yun ຮອງລັດຖະມົນຕີຊ່ວຍວ່າການ​ກະ
ຊວງຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການເອ
ເຊຍຕາເວັນອອກແລະປາຊິຟິກ ເປັນນັກການທູດອາວຸໂສ
ຄົນທໍາອິດຂອງສະຫະລັດ ທີ່ໄດ້ໄປຢ້ຽມຢາມມຽນມາ ນັບ
ຕັ້ງແຕ່ພວກນາຍພົນທີ່ປົກຄອງປະເທດໄດ້ປ່ອຍຕົວທ່ານ
ນາງ ອອງຊານຊູຈີ ຈາກການກັກບໍລິເວນລະຍະຫລ້າສຸດ ເມື່ອເດືອນແລ້ວນີ້.

ສະຖານທູດສະຫະລັດທີ່ນະຄອນຢ່າງກຸ້ງ ກ່າວວ່າ ທ່ານ Yun ໄດ້ສົນທະນາຫາລື ກັບທ່ານ
ນາງອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນແບລຂະແໜງສັນທິພາບນັ້ນ ກ່ຽວ​ກັບແນວຄິດຕ່າງໆ
ໃນການຊຸກຍູ້ສົ່ງເສີມຄວາມປອງດອງຊາດ ແລະເປີດການໂອ້ລົມສົນທະນາ. ການ​ພົບ​ປະກັນ
ນີ້ເປັນຂີດໝາຍຂອງວາລະສິ້ນສຸດການຢ້ຽມຢາມມຽນມາເປັນເວລາສີ່ມື້ ຂອງທ່ານ Yun.

ທາງ​ການ​ມຽນມາ​ໄດ້ປ່ອຍຕົວທ່ານນາງອອງຊານ ຊູຈີ ເມື່ອວັນທີ່ 13 ເດືອນພະຈິກ ຫລັງ
ຈາກມຽນມາຈັດການເລືອກຕັ້ງແບບປະຊາທິປະໄຕ ທົ່ວປະເທດ ຂຶ້ນ​ເປັນເທື່ອທໍາອິດ ໃນ ຮອບຊາວປີ.

XS
SM
MD
LG