ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ປະກາດ ຈະສົ່ງ ລມຕ ຄລິນຕັນ ໄປມຽນມາ (ເບິ່ງວີດີໂອ)


ປະທານາທິບໍດີ Barack Obama ປະກາດຂ່າວ ຈະສົ່ງລັດຖະມົນຕີຕ່າງປະເທດ Hillary Clinton ໄປຍັງມຽນມາ, ຢູ່ເກາະບາຫລີ, ວັນທີ 18 ພະຈິກ 2011.
ປະທານາທິບໍດີ Barack Obama ປະກາດຂ່າວ ຈະສົ່ງລັດຖະມົນຕີຕ່າງປະເທດ Hillary Clinton ໄປຍັງມຽນມາ, ຢູ່ເກາະບາຫລີ, ວັນທີ 18 ພະຈິກ 2011.

ໃນການລິເລີ້ມທາງການທູດຄັ້ງໃໝ່ທີ່ສໍາຄັນນັ້ນ ປະທານາທິບໍດີ ສະຫະລັດ ບາຣັກ
ໂອບາມາ ກ່າວ​ວ່າ ທ່ານ​ຈະສົ່ງທ່ານ​ນາງ ຮິ​ລ​ເລີຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ
​ສະຫະລັດ​ໄປມຽນມາ ​ໃນເດືອນໜ້ານີ້ ສໍາລັບ​ການ​ຢ້ຽມຢາມ​ເປັນ​ເທື່ອ​ທໍາ​ອິດ ປະ​ເທດ​
ທີ່ໂດດດ່ຽວ​ແຫ່ງ​ນັ້ນ ​ໂດຍລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ໃນໄລຍະ​ເວລາຫລາຍ
ກວ່າ 50 ປີ.

ທ່ານໂອບາມາ ​ໄດ້​ປະກາດກ່ຽວກັບ​ເລື້ອງນີ້ ຢູ່​ທີ່​ເກາະ​ບາ​ຫລີ ຂອງ​ອິນໂດ​ເນ​ເຊຍ ຊຶ່ງ
​ທ່ານ​ໄດ້​ກ່າວ​ວ່າ ສະຫະລັດ​ກໍາລັງ​ຕອບ​ສະໜອງຕໍ່ອັນ​ທີ່​ທ່ານ​ເອີ້ນວ່າ ຄວາມ​ກ້າວໜ້າ
​ເລັກໆນ້ອຍໆ ຈາກ​ລັດຖະບານ​ມຽນມາ ທີ່​ຍັງ​ຕົກ​ຢູ່​ໃຕ້​ອິດທິພົນ​ຂອງ​ທະຫານ​ຢູ່​ນັ້ນ.
ທ່ານໂອບາມາ ​ໄດ້​ເອີ່ຍ​ເຖິງ ​ໂດຍ​ສະ​ເພາະ ບາດ​ກ້ວຕ່າງໆທີ່ລັດຖະບານ​ມຽນມາ​ໄດ້
​ປະຕິບັດ​ມາ ​ເພື່ອເປີດ​ການ​ໂອ້​ລົມສົນທະນາ​ກັບທ່ານ​ນາງອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ຝ່າຍ
​ຄ້ານມຽນມາ, ການ​ປ່ອຍ​ໂຕ​ພວກ​ນັກ​ໂທດ​ການ​ເມືອງບາງ​ຄົນ, ພ້ອມ​ກັບ​ການ​ເປີດ
ກວ້າງສະພາບ​ແວ​ດລ້ອມທາງ​ການ​ເມືອງ.

ທ່ານໂອບາມາກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ກັບທ່ານ​ນາງອອງຊານ ຊູ​ຈີ ​ເປັນ​ເທື່ອ​ທໍາ​ອິດ
​ກ່ອນໜ້ານີ້ ​ແລະ​ຢືນຢັນ​ວ່າ ທ່ານ​ນາງອອງຊານ ຊູ​ຈີ ​ສະໜັບສະໜຸນການ​ເຂົ້າ​ໄປ​ພົວ
ພັນ​ຂອງສະຫະລັດ​ ​ເພື່ອ​ຊຸກຍູ້​ໃຫ້​ຂັ້ນຕອນ​ຕ່າງໆກ້າວ​ໄປ​ຂ້າງໜ້າ. ປະທານາທິບໍດີ ​
​ໂອບາມາ ກ່າວຕື່ມ​ວ່າ ​ໃນການ​ຢ້ຽມຢາມ​ຂອງ​ທ່ານ​ນາງຄລິນ​ຕັນຄັ້ງນີ້ ລັດຖະມົນຕີ
​ຕ່າງປະ​ເທດ​ສະຫະລັດ ຈະ​ສຶກສາ​ສໍາ​ຫລວດ​ເບິ່ງ​ວ່າ​ ມີ​ສິ່ງ​ໃດ​ແດ່​ທີ່ສະຫະລັດ​ສາມາດ​
ເຮັດ​ໄດ້ ​ເພື່ອ​ສະໜັບສະໜຸນຄວາມ​ກ້າວໜ້າທາງ​ດ້ານການ​ປະຕິ​ຮູບທາງ​ການ​ເມືອງ,
ດ້ານ​ສິດທິ​ມະນຸດ ​ແລະຄວາມ​ປອງ​ດອງ​ຊາດ​ນັ້ນ.

ທ່ານໂອບາມາກ່າວ​ວ່າ ສະຫະລັດຍັງ​ມີ​ຄວາມ​ເປັນ​ຫ່ວງ​ຢູ່​ຕະຫລອດ​ມາ ກ່ຽວກັບ​ລະບົບ
​ການ​ເມືອງ ທີ່​ຖືກ​ປິດ​ຂອງ​ມຽນມາ ຫານ​ປະຕິບັດ​ຕໍ່ພວກ​ຊົນ​ກຸ່ມ​ສ່ວນ​ນ້ອຍ, ການ​ກັກ​ຂັງ
​ພວກ​ນັກ​ໂທດ​ທາງ​ການ​ເມືອງ ​ແລະ ຄວາມ​ສໍາພັນ​ຂອງ​ມຽນມາ​ກັບ​ເກົາຫລີ​ເໜືອ ທ່ານ
ໂອບາມາກ່າວ​ວ່າ ມຽນມາ​ຈະ​ຕ້ອງ​ດໍາ​ເນີນ​ການ​ປະຕິ​ຮູບ ທາງ​ການ​ເມືອງ​ໃຫ້​ກ້າວ​ໄກ​ກວ່າ
​ນີ້ອີກ ​ເພື່ອ​ທີ່ຈະມີ​ຄວາມ​ສໍາພັນ​ບັ້ນ​ໃໝ່ກັບ​ສະຫະລັດ.

ເບິ່ງລາຍງານຂ່າວພາສາອັງກິດ ກ່ຽວກັບທ່ານໂອບາມາປະກາດ ຈະສົ່ງທ່ານນາງ
ຮິລແລຣີ ຄລິນຕັນ ໄປຍັງມຽນມາ ໃນວັນທີ 1 ເດືອນທັນວານີ້:

XS
SM
MD
LG