ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ກົດດັນ ໃຫ້ຜ່ອນຜັນ ການລົງໂທດ ຕໍ່ມຽນມາ


ທ່ານ Derek Mitchell ຜູ້ທີ່ຈະຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດ ສະຫະລັດຄົນທໍາອິດປະຈໍາມຽນມາ ໃນຮອບຫຼາຍກວ່າ 20 ປີ
ທ່ານ Derek Mitchell ຜູ້ທີ່ຈະຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດ ສະຫະລັດຄົນທໍາອິດປະຈໍາມຽນມາ ໃນຮອບຫຼາຍກວ່າ 20 ປີ

ບັນດາ​ສະມາຊິກ​ສະພາ​ສູງຈາກ​ທັງ​ສອງ​ພັກ​ຂອງ​ສະຫະລັດ ກໍາລັງ​ກົດ​ດັນ ​ໃຫ້​ລັດຖະບານ​ຈົ່ງ​ຂ້ຽວ​ລົງມື​ປະຕິບັດ​ໃຫ້​ໄວ​ຂຶ້ນກວ່າ​ເກົ່າ ​ໃນ​ການ​ກໍາຈັດ ອຸບປະສັກ​ຕ່າງໆ​ສໍາລັບ​ພວກ​ບໍລິສັດ​ອາ​ເມ​ລິ​ກັນ ທີ່​ຕ້ອງການ​ຢາກ​ຈະ​ປະ​ກອບ​ທຸ​ລະ​ກິດ​ໃນ​ມຽນມາ.

ທ່ານ ຈິ​ມ ​ເວ​ບ ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແດຣທ ​ແລະ​ທ່ານ James Inhofe ຈາກ​ພັກຣີພັບ​ບລິ​ກັນ ​ໄດ້​ຮ້ອງ​ຮຽນ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໃນ​ການ ອະພິປາຍຮັບຟັງ​ເພື່ອ​ຮັບຮອງ​ເອົາ​ການແຕ່ງ ຕັ້ງເອກ​ອັກຄະ​ລັດຖະທູດ​ສະຫະລັດ​ຄົນທໍາ​ອິດ​ໄປ​ປະ​ຈໍາ​ຢູ່​ມຽນມາ ​ໃນ​ຮອບຫຼາຍກວ່າ 20 ປີ.

ທ່ານ ​ເວ​ບ ກ່າວ​ວ່າ ມັນເປັນ​ການ​ສໍາຄັນ​ທີ່​ຈະ​ຊ່ວຍ​ກັນ​ພັດທະນາ​ເສດຖະ ກິດ​ຂອງ​ມຽນມາ ​ເພາະວ່າລັດຖະບານ​ຈະ​ຕ້ອງ​ມີ​ຄວາມ​ສາມາດ​ສະໜອງ ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຂອງ​ຕົນ​ໄດ້​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ ຖ້າຫາກ​ລັດຖະລານ​ຢາກ​ໃຫ້​ມີ​ການ​ສະໜັບສະໜຸນ​ຢ່າງ​ກວ້າງຂວາງ ​ເພື່ອ​ສືບ ຕໍ່ການ​ປະຕິ​ຮູບ​ໄປ​ສູ່​ປະຊາທິປະ​ໄຕ​ນັ້ນ. ທ່ານ​ເວ​ບ ກ່າວ​ຕື່ມ​ວ່າ ຖ້າ​ຫາກ ສະຫະລັດ​ບໍ່​ທໍາ​ການ​ເຄຶ່ອນ​ໄຫວ​ຢ່າງ​ໄວ​ແລ້ວ ສະຫະລັດ​ອາດ​ສູນ​ເສຍ​ໂອ ກາດ​ນີ້​ໃຫ້​ແກ່​ບັນດາຂູ່​ແຂ່ງ​ອື່ນໆ​ຂອງ​ຕ່າງປະ​ເທດ​ໄດ້.

ສະມາຊິກ​ສະພາ​ສູງ​ທັງ​ສອງ​ທ່ານ ​ແມ່ນ​ສະໜັບສະໜຸນ​ການ​ແຕ່ງ​ຕັ້ງທ່ານ Derek Mitchell ນັກ​ການ​ທູດ​ຜູ້​ມີ​ປະສົບ​ການ​ສູງ​ໃນ​ຕໍາ​ແໜ່​ງ​ເອກ​ອັກຄະລັດຖະທູດ​ສະຫະລັດ​ປະ​ຈໍາ​ມຽນມາ ແລະ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ເຄຶ່ອນ​ ​ໄຫວ​ຢ່າງ​ໄວ ​ເພື່ອ​ຮັບຮອງ​ການ​ແຕ່ງ​ຕັ້ງ​ດັ່ງກ່າວ. ທ່ານ Mitchell ​ເຄີຍ ​ກຳ​ຕໍາ​ແໜ່​ງທູດ​ພິ​ເສດ​ ສໍາລັບ​ມຽນມາ ນັບ​ຕັ້ງ​ແຕ່​ລັດຖະບານ​ພົນລະ​ເຮືອນ​ແຕ່​ພຽງໃນ​ນາມຊຸດ​ໃໝ່ ​ເຂົ້າກໍາ​ອໍານາດ​ບໍລິຫານ​ປະ​ເທດ​ເມື່ອເດືອນມີນາ​ປີກາຍ ​ແລະ​ກໍ​ເລີ່​ມຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ປະຊາ​ທິປະໄຕ.

ທ່ານ Mitchell ກ່າວ​ວ່າ ​ເຖິງ​ແມ່ນ​ວ່າມີ​ຄວາມ​ກ້າວໜ້າ ທີ່​ສັງ​ເກດ​ເຫັນ ​ໄດ້ເທົ່າ​ເຖິງປັດຈຸບັນ​ນີ້ກໍ​ຈິງ​ຢູ່ ​ແຕ່​ມຽນມາ​ກໍຍັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະການ​ນັ້ນຢູ່.

XS
SM
MD
LG