ໃນການປະກາດຂ່າວການຜ່ອນຜັນການລົງໂທດຕໍ່ມຽນມານັ້ນ ທ່ານນາງຮິລແລຣີ ຄລິນຕັນ
ລັດຖະມົນຕີຕ່າງປະເທດສະຫະລັດກ່າວວ່າ ເຈົ້າໜ້າທີ່ອາວຸໂສ ແລະສະມາຊິກສະພາຂອງ
ມຽນມາ ບາງຄົນຈະໄດ້ຮັບອະນຸຍາດໃຫ້ເດີນທາງມາຢ້ຽມຢາມສະຫະລັດໄດ້ ແລະວ່າວໍຊິງ
ຕັນຈະຍົກເລີກຂໍ້ຫ້າມກ່ຽວກັບການສົ່ງອອກ ທຸລະກິດການບໍລິການດ້ານການເງິນ ແລະ
ການລົງທຶນຂອງສະຫະລັດ ໄປຍັງມຽນມານັ້ນ ເພື່ອຊ່ວຍເລັ່ງລັດການປະຕິຮູບແລະການ
ພັດທະນາ ໃຫ້ປະເທດຊາດກ້າວໜ້າທັນສະໄໝ.
ທ່ານນາງຄລິນຕັນກ່າວຕໍ່ໄປວ່າ ເວລານີ້ ລັດຖະບານຂອງທ່ານໂອບາມາ ກໍາລັງກຽມຈະ
ແຕ່ງຕັ້ງເອກອັກຄະລັດຖະທູດສະຫະລັດໄປປະຈໍາຢູ່ນະຄອນຢ່າງກຸ້ງຂອງມຽນມາ ແລະຕັ້ງ
ຫ້ອງການ USAID ຫລືອົງການພັດທະນາລະຫວ່າງປະເທດຂອງສະຫະລັດ ຂື້ນຢູ່ທີ່ນັ້ນ
ໂດຍເຕັມ ພ້ອມກັບໂຄງການປົກກະຕິສໍາລັບມຽນມາ ຂອງອົງການສະຫະປະຊາຊາດເພື່ອ
ການພັດທະນາ.
ລັດຖະມົນຕີຕ່າງປະເທດສະຫະລັດກ່າວອີກວ່າ ການດໍາເນີນການປະຕິຮູບຂອງມຽນມາຍັງ
ຈະຕ້ອງໃຊ້ເວລາອີກດົນນານ ແລະວ່າເວລານີ້ ອະນາຄົດກໍຍັງບໍ່ແຈ້ງຂາວ ຫລືແນ່ນອນເທື່ອ
ແຕ່ທ່ານນາງຄລິນຕັນກ່າວວ່າ ຢ່າງໃດກໍຕາມ ສະຫະລັດກໍມຸ້ງໝັ້ນທີ່ຈະສະໜອງຕອບການ
ເຄື່ອນໄຫວຂອງມຽນມາ ແບບອັນຕໍ່ອັນ.
ທ່ານນາງຄລິນຕັນເວົ້າວ່າ “ຜົນຂອງການເລືອກຕັ້ງຄັ້ງພິເສດເອົາສະມາຊິກສະພາ
ແຫ່ງຊາດ ໃນວັນທີ 1 ເມສາ ເມື່ອບໍ່ເທົ່າໃດມື້ຜ່ານມານັ້ນ ແມ່ນເປັນການສະ
ແດງອອກໃຫ້ເຫັນເຖິງຄວາມປະສົງຂອງມະຫາຊົນ ທີ່ຈະນໍາເອົາຜູ້ປະຕິຮູບລຸ້ນ
ໃໝ່ ມາສູ່ລັດຖະບານມຽນມາ. ນີ້ຄືບາດກ້າວທີ່ສໍາຄັນໃນການຜັນປ່ຽນຂອງ
ປະເທດຊາດ.”
ທ່ານນາງຄລິນຕັນກ່າວວ່າ ໃນໄລຍະບໍ່ເທົ່າໃດເດືອນຜ່ານມານີ້ ການຜັນປ່ຽນດັ່ງກ່າວນັ້ນ ແມ່ນມີໂຮມທັງການປ່ອຍຕົວພວກນັກໂທດການເມືອງ ຢ່າງບໍ່ເຄີຍມີມາກ່ອນ ການອອກກົດໝາຍໃໝ່ທີ່ໃຫ້ສິດຫລາຍຂຶ້ນໃນການຈັດຕັ້ງກັນທາງການເມືອງແລະພົນລະ
ເມືອງ ແລະການເຄຶ່ອນໄຫວ
ໄປສູ່ການໂອ້ລົມສົນທະນາກັນ
ຫລາຍຂຶ້ນກວ່າເກົ່າ ລະຫວ່າງ
ລັດຖະລານແລະບັນດາພວກ
ຊົນເຜົ່າກຸ່ມນ້ອຍ. ທ່ານນາງ
ຄລິນຕັນກ່າວຕື່ມວ່າ:
“ພວກເຮົາຈະສືບຕໍ່ພະຍາ
ຍາມຊຸກຍູ້ຂັບດັນໃຫ້ມີການ
ປັບປຸງສິດທິມະນຸດໃຫ້ດີຂຶ້ນ ໂຮມທັງການປ່ອຍຕົວພວກນັກໂທດການເມືອງ
ທີ່ຍັງເຫລືອຢູ່ທັງໝົດນັ້ນໂດຍບໍ່ມີເງຶ່ອນໄຂໃດໆ ແລະຍົກເລີກເຂື່ອນໄຂໃດໆ
ທັງໝົດທີ່ໄດ້ວາງຕໍ່ພວກທີ່ຖືກປ່ອຍຕົວແລ້ວນັ້ນ. ພວກເຮົາຈະສືບຕໍ່ການສະ
ໜັບສະໜຸນຂອງພວກເຮົາ ຕໍ່ການພັດທະນາສ້າງສາສັງຄົມພົນລະເຮືອນທີ່
ແຂງແຮງມີຊີວິດຊີວາ ຊຶ່ງພວກເຮົາຄິດວ່າ ຈະເປັນການເສີມຕື່ມຢ່າງໃຫຍ່
ຫລວງເຂົ້າໃສ່ໃນການປະຕິຮູບຂອງເສດຖະກິດແລະສັງຄົມ.”
ທ່ານນາງຄລິນຕັນກ່າວຕໍ່ໄປວ່າ ວໍຊິງຕັນຈະສືບຕໍ່ຮຽກຮ້ອງໃຫ້ມີການທໍາຄວາມກ້າວໜ້າ
ໄປເລື້ອຍໆໃນການສ້າງຄວາມປອງດອງຊາດ ໂດຍສະເພາະກັບບັນດາພວກຊົນເຜົ່າກຸ່ມ
ນ້ອຍທັງຫລາຍ ແລະກົດດັນໃຫ້ມີການສິ້ນສຸດລົງແບບທີ່ພິສູດໄດ້ ໃນຄວາມສໍາພັນທາງ
ທະຫານຂອງມຽນມາກັບເກົາຫລີເໜືອນັ້ນ.
ທ່ານນາງຄລິນຕັນກ່າວວ່າ “ແມ່ນແຕ່ ໃນຂະນະທີ່ພວກເຮົາຮຽກຮ້ອງເລ່ງລັດໃຫ້
ມີການເອົາບາດກ້າວເຫລົ່ານີ້ຕື່ມຂຶ້ນຢູ່ນັ້ນ ພວກເຮົາກໍຮັບຮູ້ໂດຍເຕັມສ່ວນແລະ
ຊື່ນຊົມກັບຄວາມກ້າວໜ້າທີ່ໄດ້ເກີດຂຶ້ນແລ້ວ. ແລະພວກເຮົາຈະສືບຕໍ່ນະໂຍ
ບາຍແຫ່ງການພົວພັນຂອງພວກເຮົາ ທີ່ໄດ້ຊຸກຍູ້ໃຫ້ມີການດໍາເນີນຄວາມພະຍາ
ຍາມຕ່າງໆເຫລົ່ານີ້.”
ທ່ານນາງຄລິນຕັນ ກ່າວອີກວ່າ ບັນດາຜູ້ນໍາມຽນມາທັງຫລາຍໄດ້ສະແດງໃຫ້ເຫັນເຖິງ
ຄວາມເຂົ້າໃຈແລະຄວາມມຸ້ງໝັ້ນທີ່ແທ້ຈິງ ຕໍ່ອະນາຄົດຂອງປະເທດຊາດຂອງເຂົາເຈົ້າ
ອັນເປັນເຫດການຜັນຂະຫຍາຍ ທີ່ທ່ານນາງກ່າວວ່າ ສະຫະລັດຫວັງຢ່າງຍິ່ງວ່າ ຈະຍືນ
ຍົງຖາວອນ ແລະ ຈະໃຫ້ໝາກຜົນ ຫລາຍຍິ່ງຂຶ້ນ.
ທ່ານນາງຄລິນຕັນເວົ້າວ່າ “ດັ່ງທີ່ພວກເຮົາໄດ້ເຮັດມາແລ້ວຕະຫລອດໄລຍະ
ຫລາຍເດືອນຜ່ານມານີ້ ສະຫະລັດແມ່ນຈະຢືນຢູ່ຄຽງຂ້າງກັບພວກປະຕິຮູບ
ແລະພວກນິຍົມປະຊາທິປະໄຕທັງຫລາຍ ທັງພວກທີ່ຢູ່ພາຍໃນວົງການລັດ
ຖະບານ ແລະສັງຄົມພົນລະເຮືອນໂດຍລວມນັ້ນ ໃນຂະນະທີ່ພວກເຂົາເຈົ້າ
ປະຕິບັດງານຮ່ວມກັນ ເພື່ອອະນາຄົດທີ່ໃຫ້ຄວາມຫວັງຫລາຍຂຶ້ນ ທີ່ເປັນ
ສິດທິຂອງທຸກໆຄົນ ແຕ່ລະຄົນນັ້ນ.”
ບັນດາຜູ້ນໍາສະຫະພາບຢູໂຣບກໍກ່າວວ່າ ພວກເຂົາເຈົ້າອາດພິດຈາລະນາຍົກເລີກການລົງ
ໂທດບາງປະການຕໍ່ມຽນມາເຊ່ນກັນ. ກອງປະຊຸມສຸດຍອດຂອງສະມາຄົມປະຊາຊາດເອເຊຍ
ຕາເວັນອອກສຽງໃຕ້ ຫລືອາຊຽນ ເມື່ອວັນພຸດຜ່ານມານັ້ນ ໄດ້ຮຽກຮ້ອງໃຫ້ຍົກເລີກການ
ລົງໂທດທັງໝົດຕໍ່ມຽນມາ ເພື່ອຊ່ວຍໃນການພັດທະນາທາງການເມືອງ ແລະເສດຖະກິດ
ຂອງ ປະເທດດັ່ງກ່າວ.