ສະມາຊິກລັດຖະສະພາສະຫະລັດໄດ້ອະນຸມັດຕໍ່ຄໍາຮ້ອງຂໍງົບປະມານຈໍານວນຫລາຍກ່ວາ
81 ລ້ານໂດລາ ຈາກທໍານຽບຫ້າແຈ ເພື່ອໃຊ້ປັບປຸງລະເບີດຂະໜາດໃຫຍ່ທີ່ມີກໍາລັງແຮງ
ສູງ ເພື່ອເຈາະທໍາລາຍຖານປະຕິບັດການຕ່າງໆຂອງສັດຕູທີ່ຢູ່ໃຕ້ດິນເລິກໆນັ້ນ.
ລາຍງານຂ່າວຫລາຍກະແສເວົ້າວ່າ ພວກອະນຸມັດເງິນປ້ອງກັນທີ່ສະພາຄອງແກຣສ ເຫັນ
ພ້ອມກັບຄໍາຮ້ອງຂໍເງິນງົບປະມານດັ່ງກ່າວເມື່ອຕົ້ນອາທິດນີ້ ນຶ່ງເດືອນຫລັງຈາກອິຣ່ານ
ປະກາດວ່າຕົນຈະເລີ່ມທໍາການເສີມສະມັດຖະພາບທາດຢູເຣນຽມ ທີ່ໂຮງງານ Fordow
ຂອງຕົນ ທີ່ຢູ່ໃຕ້ດິນພູເຂົາໜ່ວຍນຶ່ງ ໃກ້ໆກັບ Qom ເມືອງສັກສິດຂອງພວກນິກາຍ
Shi’ite ນັ້ນ. ພວກເຈົ້າໜ້າທີ່ທໍານຽບຫ້າແຈ ໄດ້ເວົ້າເຖິງຄໍາຮ້ອງຂໍງົບປະມານນີ້ວ່າ ເປັນ
ເລຶ່ອງດ່ວນ ແລະວ່າເງິນຈໍານວນນີ້ແມ່ນຈໍາເປັນແທ້ ເພື່ອແກ້ໄຂບັນ ຫາໃນການທົດລອງ
ເບຶ້ອງຕົ້ນ.
ພວກນັກສັງເກດການບາງຄົນເຊື່ອວ່າ ລະເບີດຊະນິດດັ່ງກ່າວແມ່ນອອກ ແບບສໍາຫລັບ
ທໍາການໂຈມຕີ ທີ່ອາດເປັນໄປໄດ້ ຕໍ່ສະຖານທີ່ນິວເຄລຍຕ່າງໆຂອງອິຣ່ານ ແຕ່ພວກເຈົ້າ
ໜ້າທີ່ບໍ່ໄດ້ເອົາສອງເລື່ອງນີ້ໄປພົວ ພັນກັນໂດຍກົງ.
ລະເບີດດັ່ງກ່າວ ທີ່ເອີ້ນຊື່ທາງການວ່າ Massive Ordnance Penetrator ຫລືວັດຖຸ
ລະເບີດເຈາະເລິກພະລັງແຮງສູງ ຫລືເອີ້ນກັນໃນອີກຊື່ນຶ່ງທີ່ບໍ່ເປັນທາງການວ່າ bunker
-buster ຫລືລະເບີດທໍາລາຍທີ່ຫລົບໄພນັ້ນ ມີນໍ້າໜັກຫລາຍກວ່າ 13 ຕັນ ຄືໜັກຂະ
ໜາດທີ່ວ່າ ເຮືອບິນຖິ້ມລະເບີດ ທີ່ບັນທຸກໄດ້ຫລາຍທີ່ສຸດຂອງສະຫະລັດ ກໍສາມາດບັນ
ທຸກໄດ້ແຕ່ພຽງນຶ່ງລູກເທົ່ານັ້ນ. ເວົ້າກັນວ່າລະເບີດດັ່ງກ່າວໄດ້ອອກແບບອອກມາ ໃຫ້
ເຈາະພື້ນດິນທີ່ເປັນຫິນ ຫລືຄອນກຣີດ ເລິກລົງໄປໄດ້ຮອດ 60 ແມດກ່ອນຈະລະເບີດ
ວາລະສານ Wall Street ລາຍງານວ່າ ງົບປະ ມານປັບປຸງ 81 ລ້ານໂດລານີ້ ຈະສາ
ມາດເຮັດໃຫ້ລະເບີດລູກນີ້ ສາມາດເຈາະລົງໄປ ເລິກກ່ວານັ້ນໄດ້ອີກ.
ກອງທັບອາກາດສະຫະລັດ ປະຕິບັດງານກ່ຽວກັບລະເບີດນີ້ກັບບໍລິສັດໂບອິ້ງ ແລະເທົ່າ
ເຖິງປັດຈຸບັນນີ້ ໄດ້ລົງທຶນຜະລິດລະເບີດນີ້ໄປປະມານ 20 ລູກແລ້ວ.
ປະທານາທິບໍດີບາຣັກ ໂອບາມາ ກ່າວໃນຕອນກ່າວຄໍາປາໄສຕໍ່ປະເທດຊາດ ເມື່ອເດືອນ
ຜ່ານມານັ້ນວ່າສະຫະລັດມີຄວາມຕັ້ງໃຈທີ່ຈະປ້ອງກັນບໍ່ໃຫ້ອິຣ່ານມີອາວຸດນີວເຄລຍ ຊຶ່ງ
ທ່ານໂອບາມາກ່າວວ່າ ທ່ານຈະບໍ່ລະ ຊ່ອງທາງໃດໆເລີຍ ເພື່ອໃຫ້ບັນລຸເປົ້າໝາຍນັ້ນ.
ອິຣ່ານປະຕິເສດວ່າຕົນບໍ່ໄດ້ສ້າງອາວຸດນີວເຄລຍ ແລະວ່າກິດຈະກໍາຕ່າງໆ ດ້ານນີວ
ເຄລຍຂອງຕົນນັ້ນ ແມ່ນເພື່ອນໍາໃຊ້ໃນທາງສັນຕິ.