ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສະແດງ ຄວາມເສຍໃຈ ຕໍ່ການໂຈມຕີ ຢູ່ບຸນກາເຣຍ


ລົດເມທີ່ຖືກລະເບີດ ຢູ່ບຸນກາເຣຍ
ລົດເມທີ່ຖືກລະເບີດ ຢູ່ບຸນກາເຣຍ

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ເສົ້າສະລົດ​ໃຈຢ່າງ​ເປັນ​
ທາງ​ການ ​ແລະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜຸນ​ຂອງ​ສະຫະລັດຕໍ່​ບຸນ​ກາ​ເຣຍ ຂະນະ​ທີ່​ພວກ​
ເຈົ້າໜ້າ​ທີ່​ພວມ​ທຳ​ການ​ສືບສວນ ​ກ່ຽວ​ກັບ​ການ​ໂຈມຕີ​ສະຫຼະຊີບທີ່​ເປັນ​ເຫດ​ໃຫ້​ພວກ​ນັກ
​ທ່ອງ​ທ່ຽວ​ອິສຣ​າ​ແອ​ລ 5 ຄົນ​ແລະ​ຄົນ​ຂັບລົດເມ​ຜູ້​ນຶ່ງເສຍ​ຊີວິດທີ່​ເມືອງ Burgas ຊຶ່ງ​ເປັນ
​ເມືອງ​ທ່າ​ກຳ​ປັ່ນ​ແຄມ​ທະ​ເລດຳ​ໃນ​ມື້ວັນ​ພຸດແລ້ວນີ້.

ການ​ໂທລະສັບ​ຢ່າງ​ເປັນ​ທາງ​ການ​ໄປ​ຫາ​ນາຍົກລັດຖະມົນຕີ Boyko Borisov ​ໃນ​ມື້ວານ​
ນີ້ ​ໄດ້​ມີ​ຂຶ້ນຂະນະ​ທີ່​ຕຳຫຼວດບຸນ​ກາ​ເຣຍ ອົງການ​ສັນຕິ​ບານ​ກາງ​ ເອັຟບີ​ອາຍ​ຂອງ​ສະຫະ
ລັດ​ ແລະ​ຕຳຫຼວດສາກົນ ທຳ​ການ​ຊອກ​ຄົ້ນ ຢູ່​ຕາມ​ບໍລິ​ເວນ​ທີ່ເກີດ​ເຫດແລະ​ເລັ່ງ​ໃຫ້​ມີ​ການ
​ລະບຸ​ໂຕ​ຜູ້​ວາງ​ລະ​ເບີດ ທ່ານ Tsvetan Tsvetanov ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ບຸນ​
ກາ​ເຣຍ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ມື້ວັນ​ສຸກວານ​ນີ້ວ່າ ຜູ້​ວາງ​ລະ​ເມີດ​ແມ່ນ​ຄົນ​ຕ່າງປະ​ເທດທີ່​
ຫາ​ກໍ​ເດີນທາງ​ເຂົ້າ ​ໄປ​ໃນ​ປະ​ເທດ​ດັ່ງກ່າວ ​ມາ​ໄດ້​ຢ່າງ​ໜ້ອຍ​ສີ່​ມື້.

ຢູ່ອິສຣາ​ແອ​ລ ບ່ອນ​ທີ່​ພວກ​ນັກ​ທ່ອງ​ທ່ຽວ​ທັງ 5 ​ໄດ້​ຖືກ​ນຳ​ໄປ​ຝັງ​ໃນ​ມື້ວັນ​ສຸກ​ວານນີ້ ​ເຈົ້າ
ໜ້າ​ທີ່​ຍັງ​ສືບ​ຕໍ່​ກ່າວ​ຫາ​ກຸ່ມ​ຫົວ​ຮຸນ​ແຮງ Hezbollah ທີ່​ໄດ້​ຮັບ​ການໜຸນ​ຫຼັງຈາກ​ອີຣ່ານວ່າ
​ເປັນ​ຜູ້​ວາງ​ລະ​ເບີດ​. ອີຣ່ານ​ປະຕິ​ເສດ​ວ່າ ​ຕົນ​ບໍ່ມີ​ສ່ວນ​ພົວພັນ​ໃດໆ​ເລີຍ​ກ່ຽວ​ກັບ​ເລື່ອງ​ນີ້.

XS
SM
MD
LG