ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດໃຫ້ ການຊ່ວຍເຫຼືອແກ່ຊາວມົ້ງ ທີ່ຖືກສົ່ງກັບຄືນຈາກໄທ


ພິທີມອບຮັບບ້ານຜາຫລັກທີ່ເປັນບ້ານພັກຂອງຊາວອົບພະຍົບມົ້ງ ທີ່ກັບຄືນເມືອຕັ້ງຖິ່ນຖານຢູ່ລາວ ຈາກຄະນະກໍາມະການຮັບຜິດຊອບຂອງກອງທັບ ໃຫ້ແກ່ແຂວງວັງວຽງ
ພິທີມອບຮັບບ້ານຜາຫລັກທີ່ເປັນບ້ານພັກຂອງຊາວອົບພະຍົບມົ້ງ ທີ່ກັບຄືນເມືອຕັ້ງຖິ່ນຖານຢູ່ລາວ ຈາກຄະນະກໍາມະການຮັບຜິດຊອບຂອງກອງທັບ ໃຫ້ແກ່ແຂວງວັງວຽງ
ທາງການສະຫະລັດໃຫ້ການຊ່ວຍເຫຼືອແກ່ບັນດາຊາວມົ້ງທີ່
ຖືກສົ່ງກັບຄືນຈາກໄທ ດ້ວຍການກໍ່ສ້າງໂຮງຮຽນ ພ້ອມທັງໃຫ້ ການຊ່ວຍເຫຼືອໃນດ້ານສາທາລະນະສຸກ ແລະດ້ານກະສິກໍາຢ່າງຄົບຊຸດ.

ພິທີການວາງສິລາເລິກເພື່ອກໍ່ສ້າງໂຮງຮຽນມັດທະຍົມຢູ່ກຸ່ມ
ບ້ານຜັກເບືອກ ເມືອງບໍລິຄັນ ໃນແຂວງບໍລິຄໍາໄຊ ຊຶ່ງເປັນເຂດ ຮອງຮັບບັນດາຊາວມົ້ງທີ່ຖືກສົ່ງກັບຄື ຈາກໄທມາລາວນັ້ນ ໄດ້ຈັດຂຶ້ນຢ່າງເປັນທາງການໃນທ້າຍອາທິດຜ່ານມາໂດຍມີ ບັນດາຜູ້ຕ່າງໜ້າຂອງອົງການສາກົນເພື່ອອົບພະຍົບ (IOM)
ພ້ອມດ້ວຍບັນດາ ເຈົ້າໜ້າທີ່ຂັ້ນສູງຂອງທາງການລາວຈາກ
ກະຊວງການຕ່າງປະເທດ ກະຊວງປ້ອງກັນຄວາມສະຫງົບ
ພາຍໃນ ແລະແຂວງບໍລິຄໍາໄຊ ເຂົ້າຮ່ວມໃນພິທີດ້ວຍ.

ການກໍ່ສ້າງໂຮງຮຽນມັດທະຍົມດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງການຊ່ວຍເຫຼືອທີ່ລັດ ຖະບານສະຫະລັດອະເມຣິກາໄດ້ຕົກລົງໃຫ້ການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ບັນດາຊາວມົ້ງທີ່ຖືກສົ່ງກັບຄືນຈາກໄທນັບຕັ້ງແຕ່ທ້າຍປີ 2009 ເປັນຕົ້ນມາ ຊຶ່ງເປັນ ການຊ່ວຍເຫຼືອໂດຍຜ່ານອົງການ IOM ໃນມູນຄ່າລວມ 1 ລ້ານໂດລາ ໂດຍການກໍ່ສ້າງ
ຈະສໍາເລັດພາຍໃນເດືອນມີນາປີ 2013 ແລະຈະສາມາດຮັບນັກຮຽນໄດ້ທັງໝົດ 180 ຄົນ
ໃນ 6 ຫ້ອງຮຽນຂອງອາຄານຊັ້ນດຽວ.

ທ່ານ Roderick T. McKinleyມອບໂຮງຮຽນ ສະຫະລັດຊ່ວຍເຫລືອລາວ ໃຫ່ແກ່ເຈົ້າເມືອງຕະໂອ້ຍຂອງລາວ
ທ່ານ Roderick T. McKinleyມອບໂຮງຮຽນ ສະຫະລັດຊ່ວຍເຫລືອລາວ ໃຫ່ແກ່ເຈົ້າເມືອງຕະໂອ້ຍຂອງລາວ

ພ້ອມກັນນັ້ນ ອົງການ IOM ກໍຍັງໄດ້ສົ່ງມອບລົດໄຖຈໍານວນ
94 ຄັນ ສໍາລັບຊຸກ ຍູ້ການຜະລິດໃນດ້ານກະສິກໍາແລະການ
ເຮັດນາຂອງບັນດາຊາວມົ້ງ ລວມທັງຍັງ ໄດ້ສົ່ງມອບຢາຮັກສາ ໂຣກແລະເຄຶ່ອງມືໃນດ້ານການແພດ ເຊັ່ນ ເຄື່ອງ X-Ray
ເຄື່ອງມືໃນການຜ່າຕັດ ເຄື່ອງກວດຄວາມດັນ ກ້ອງຈຸນລະທັດ
ເຄື່ອງຂ້າເຊື້ອໂຣກ ແລະລົດສຸກເສີນສໍາລັບຜູ້ປ່ວຍຈໍານວນ
4 ຄັນ ເປັນຕົ້ນ.

ການຊ່ວຍເຫຼືອໃນລັກສະນະດຽວກັນນີ້ ກໍຍັງໄດ້ມີການຈັດສົ່ງ
ໄປໃຫ້ກັບບັນດາຊາວມົ້ງຢູ່ ສູນຮອງຮັບບ້ານຜາຫຼັກ ແລະ
ໜອງສານ ໃນເຂດເມືອງກາສີ ແຂວງວຽງຈັນ ຊຶ່ງຖືກສົ່ງກັບຄືນມາລາວຈາກໄທກ່ອນປີ 2009 ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກໍມີລາຍງານວ່າບັນດາຊາວມົ້ງຢູ່ບ້ານໂພນຄໍາ ໃນສູນຜັກເບືອກດັ່ງກ່າວນີ້ ໄດ້ເຄີຍສະແດງການຮຽກຮ້ອງຂໍການຊ່ວຍເຫຼືອໃນໂອກາດທີ່ຄະນະຜູ້ຕາງໜ້າຂອງຄະນະ
ກໍາມາທິການດ້ານສິດທິມະນຸດແຫ່ງສະຫະພາບຢູໂຣບ ໄດ້ເດີນທາງໄປເກັບກໍາຂໍ້ມູນກ່ຽວກັບ
ການປະຕິບັດສິດທິຂັ້ນພື້ນຖານຂອງທາງການລາວຕໍ່ບັນດາຊາວມົ້ງ ຢູ່ໃນເຂດບ້ານດັ່ງ
ກ່າວກ່ອນໜ້ານີ້ວ່າ ການຊ່ວຍເຫຼືອພວກເຂົາເຈົ້າຢາກຈະໄດ້ຮັບຫຼາຍທີ່ສຸດກໍຄືການປັບປຸງ
ຖະໜົນຈາກບ້ານໂພນຄໍາໄປ ເມືອງບໍລິຄັນ ການຊ່ວຍບຸກເບີກທີ່ດິນທໍາກິນ ການພັດທະນາ
ແຫຼ່ງນໍ້າດື່ມນໍ້າໃຊ້ທີ່ສະອາດ ແລະເພື່ອຕອບສະໜອງພື້ນທີ່ ການກະເສດໃຫ້ໄດ້ຕະຫຼອດ
ທັງປີ ຊຶ່ງຕໍ່ ກໍລະນີດັ່ງກ່າວນີ້ ທ່ານນາງ ອິນຕາ ໄຊມູນຄໍາ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງບໍລິຄໍາໄຊ ກໍໄດ້ໃຫ້ການຢືນຢັນວ່າ:

ສະຫະລັດຊ່ວຍເຫລືອອຸປະກອນການແພດແກ່ລາວ
ສະຫະລັດຊ່ວຍເຫລືອອຸປະກອນການແພດແກ່ລາວ

ເວົ້າລວມແລ້ວລັດຖະບານກະໄດ້ສຸມທຶນຮອນຢ່າງ
ມະຫາສານໃສ່ ໂດຍສະເພາະແມ່ນການປຸກສ້າງທີ່
ຢູ່ອາໄສໃຫ້ສໍາເລັດ ແລະເພິ່ນກະໄດ້ຕັດຜັງເມືອງ
ເພາະວ່າມີ ຈໍານວນ 600 ກວ່າຄອບຄົວ ສະນັ້ນໃນ
ໄລຍະທີ່ຜ່ານມາ ອົງການພັກ-ລັດເຮົາ ຕັ້ງແຕ່ສູນ
ກາງລົງຮອດຂັ້ນແຂວງ ກະໄດ້ສຸມທຶນຮອນ ເປັນຕົ້ນ
ແມ່ນເຮັດນໍ້າສ້າງ ນໍ້າບາດານ ແລະໂຄງການນໍ້າສະ
ອາດໃຫ້ປະຊາຊົນ ພ້ອມກັນນັ້ນກໍມີຕະຫຼາດນ້ອຍ ເພື່ອໃຫ້ປະຊາຊົນໄດ້ມີການແລກປ່ຽນຊື້ຂາຍ.”


ທັງນີ້ໂດຍທາງການໄທໄດ້ຈັດສົ່ງຊາວມົ້ງຊຸດສຸດທ້າຍຈໍານວນ 4,711 ຄົນກັບຄືນໄປ ລາວ ແລະຊາວມົ້ງກໍໄດ້ພາກັນເລືອກໄປຢູ່ໃນເຂດຈັດສັນບ້ານໂພນຄໍາເປັນ ສ່ວນໃຫຍ່ ຫຼື 600 ກວ່າຄອບຄົວ.
XS
SM
MD
LG