ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ລົງນາມ ໃນງົບປະມານ ມູນຄ່າ 1 ພັນ 100 ຕື້ ໂດລາ​ ຫຼັງຈາກສະພາ ອະນຸມັດ


ປ. ໂອບາມາ ລົງນາມໃນງົບປະມານ 1 ພັນ 100 ຕື້ໂດລາ
ປ. ໂອບາມາ ລົງນາມໃນງົບປະມານ 1 ພັນ 100 ຕື້ໂດລາ

ບັນດາ​ສະມາຊິກ​ລັດຖະສະພາ​ສະຫະລັດ​ໄດ້​ສົ່ງ​ງົບປະມານກ່ຽວ
​ກັບ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ກາ​ງ​ແລະ​ການ​ຕັດ​ພາສີ​ຕ່າງໆ
ມູນ​ຄ່າ​ 1 ພັນ 100 ຕື້​ໂດ​ລາ​ໄປ​ໃຫ້​ປະທານາທິບໍດີບາ​ຣັກ ​ໂອ​ບາ​
ມາ​ໃນ​ວັນ​ສຸກ​ວານ​ນີ້ຊຶ່ງ​ປະທານາທິບໍດີ​ກໍ​ໄດ້​ລົງ​ນາມ​ຢ່າງ​ວ່ອງ​ໄວ​
ກ່ອນ​ທີ່​ທ່ານ​ຈະ​ເດີນທາງ​ອອກ​ຈາກ​ວໍ​ຊິງ​ຕັນເພື່ອ​ໄປ​ພັກຜ່ອນ​ປະ
ຈຳ​ປີ.

ສະພາ​ສູງ​ໄດ້​ລົງ​ຄະ​ແນນ​ສຽງ 65 ຕໍ່ 33 ​ໃຫ້ການ​ອະນຸ​ມັດ​ຕໍ່​ຮ່າງ
ງົບປະມານ​ດັ່ງກ່າວ​ຫຼັງ​ຈາກ​ທາງ​ສະພາ​ຕ່ຳ​ໄດ້​ຮັບຮອງ​ເອົາ​ກ່ອນ
​ໜ້ານີ້. ຫລັງ​ຈາກ​ນັ້ນທາງ​ລັດຖະສະພາ​ກໍ​ໄດ້​ຢຸດ​ພັກ​ໄປ​ຈົນ​ຮອດ
​ເດືອນ​ມັງກອນ.

ງົບປະມານ​ສະບັບ​ໃໝ່​ນີ້ ແມ່ນ​ຫລີກ​ລ່ຽງບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະບານໄປ​ຈົນ​ຮອດສົກ​ງົບ
ປະມານປີ 2016 ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ກັນ​ ໃນ​ລະດັບ​ສູງ ​ແບບ​ບໍ່​ຄ່ອຍ​
ເຫັນ​ກັນລະຫວ່າງ​ພັກ​ເດ​ໂມ​ແຄຣັດ​ແລະ​ພັກ​ຣີພັບ​ບລີ​ກັນຊຶ່ງ​ໃນ​ອະດີດ​ຜ່ານ​ມາ​ແມ່ນມັກ​
ມີ​ການ​ບໍ່​ລົງ​ຮອຍ​ກັນນັ້ນ.

ປະທານາທິບໍດີ​ກ່າວ​ວ່າ ຂ້າພະ​ເຈົ້າຄິດ​ວ່າ ລະບົບດັ່ງກ່າວ​ແມ່ນ​ເຮັດ​ວຽກ​ເປັນ​ຢ່າງ​ດີ​ໃນ
​ເທື່ອ​ນີ້. ປະທານາທິບໍດີ​ເວົ້າວ່າ ການ​ເຈລະຈາ​ກ່ຽວ​ກັບງົບປະມານ​ແມ່ນ​ດຳ​ເນີນ​ໄປແບບ
​ເສລີບໍ່​ດຸ​ເດືອດ​ເຜັດ​ຮ້ອນ​ດັ່ງ​ທີ່​ເຄີຍ​ໄດ້​ມີ​ຂຶ້ນກ່ຽວ​ກັບ​ການ​ຕົກລົງ​ເລື້ອງງົບປະມານ​ໃນ​ອະ
ດີດ​ຜ່ານ​ມາ.

ຫລາຍ​ຄົນ​ໃຫ້​ເຫດຜົນ​ວ່າ​ເປັນ​ຍ້ອນ​ທັດສະນະ​ຄະຕິ​ໃໝ່ໃນ​ໝູ່​ພວກ​ນັກ​ການ​ເມືອງທີ່​ມີ​ຕໍ່​
ປະທານ​ສະພາ​ຕ່ຳຄົນ​ໃໝ່ ທ່ານ Paul Ryan ທີ່​ສາມາດ​ຄວບ​ຄຸມ​ ພວກທີ່ເນັ້ນໜັກ​ໃນ
ການຄຸ້ມຄອງ​ງົບປະມານ​ຂອງ​ລັດຖະບານກາງຢູ່​ໃນ​ພັກ​ຣີພັບ​ບລີ​ກັນ​ຂອງ​ທ່ານໄດ້​ນັ້ນ.

ງົບປະມານ​ໃໝ່​ນີ້ ຮວມຢູ່​ໃນ​ນັ້ນກໍ​ແມ່​ນ​ເພີ້ມການ​ໃຊ້​ຈ່າຍ​ທາງ​ດ້ານ​ທະຫານ ​ເສີມ​ຄວາມ​
ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນ​ທາງ​ອິນ​ເຕີ​ແນັດ ຍົກ​ເລີກ​ການ​ຫ້າມ​
ສົ່ງອອກ​ນ້ຳມັນ​ດິບ ​ຂອງສະຫະລັດ ​ທີ່​ມີ​ມາ​ເປັນ​ເວລາ 40 ປີ ​ແລະ​ການ​ຕັດ​ພາສີ​ມູນ​ຄ່າ
690 ຕື້​ໂດ​ລາ​ສຳລັບ​ໄລຍະ 10 ປີ​ຕໍ່ໜ້າ.​ ນອກ​ນັ້ນແລ້ວ​ຍັງ​ມີ​ການ​ປະຕິ​ຮູບໂຄງການ​ຍົ​ກ
​ເວັ້ນວີ​ຊ່າຫຼັງ​ຈາກ​ໄດ້​ເກີດ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຢູ່​ປາ​ຣີ​ແລະ​ເມືອງ San Bernardino ​
ໃນ​ລັດ​ຄາ​ລີ​ຟໍ​ເນຍ.

XS
SM
MD
LG