ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຈະຮຽກປະຊຸມ ຫາທາງແກ້ໄຂບັນຫາ ງົບປະມານ ຂອງປະເທດ (ວີດິໂອ)


ທ່ານບາຣັກ ໂອບາມາ ຍົກປາກກາຂຶ້ນໃນຂະນະທີ່ກ່າວຄໍາປາໄສ ຕໍ່ຜູ້ຄົນທີ່ໄປເຕົ້າໂຮມກັນຢູ່ໃນຫ້ອງທາງພາກຕາເວັນອອກ ຂອງທໍານຽບຂາວ ໃນວັນສຸກ ທີ 9 ພະຈິກ, 2012
ທ່ານບາຣັກ ໂອບາມາ ຍົກປາກກາຂຶ້ນໃນຂະນະທີ່ກ່າວຄໍາປາໄສ ຕໍ່ຜູ້ຄົນທີ່ໄປເຕົ້າໂຮມກັນຢູ່ໃນຫ້ອງທາງພາກຕາເວັນອອກ ຂອງທໍານຽບຂາວ ໃນວັນສຸກ ທີ 9 ພະຈິກ, 2012
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຂໍຮ້ອງໃຫ້ບັນ
ດາຜູ້ນຳລັດຖະສະພາສະຫະລັດ ໄປປະຊຸມທີ່ທໍານຽບຂາວ ໃນ
ອາທິດໜ້ານີ້ ເພື່ອປຶກສາຫາລືກັນວ່າຈະເຮັດແນວໃດ ເພື່ອຫລີກ ລ້ຽງບໍ່ໃຫ້ມີການຕັດງົບປະມານແລະຂຶ້ນພາສີຕ່າງໆ ໃນເດືອນ ມັງກອນທີ່ຈະມາເຖິງນີ້.

ປະທານາທິບໍດີໂອບາມາ ທີ່ຫາກໍ່ຊະນະການເລືອກຕັ້ງເຂົ້າຮັບ
ຕຳແໜ່ງຕື່ມອີກເປັນສະ ໄໝທີສອງນັ້ນ ໄດ້ກ່າວຕໍ່ຜູ້ຄົນທີ່ໄປ
ເຕົ້າໂຮມກັນຢູ່ທໍານຽບຂາວ ໃນວັນສຸກວານນີ້ວ່າ ສະຫະລັດ
ຕ້ອງໄດ້ “ສ້າງຄວາມເປັນເອກະສັນກັນ” ເພື່ອແກ້ໄຂບັນຫາທາງ
ການເງິນ ຂອງປະເທດ ໂດຍໃຫ້ບູລິມະສິດແກ່ການສົ່ງເສີມ
ໃຫ້ມີວຽກເຮັດງານທໍາ ແລະເສດຖະກິດ ຂະຫຍາຍຕົວ ເພີ້ມຂຶ້ນ. ກ່ອນໜ້າການພົບປະກັນທີ່ສໍາຄັນໃນວັນທີ 16 ພະຈິກນີ້ ທໍາ ນຽບຂາວເວົ້າວ່າ ທ່ານປະທານາທິບໍດີຈະຈັດໃຫ້ມີກອງປະຊຸມຖະແຫລງຂ່າວ ໃນວັນພຸດ ຈະມານີ້ ຊຶ່ງຈະເພັ່ງເລັງໃສ່ວິກິດການ ທີ່ພວມປະກົດໃຫ້ເຫັນເປັນລາງໆ ນັ້ນ.

ທ່ານໂອບາມາກ່າວວ່າ ການຄວບຄຸມຄ່າໃຊ້ຈ່າຍຂອງລັດຖະບານນັ້ນເປັນເລື້ອງທີ່ດີທີ່ສຸດ. ແຕ່ທ່ານກໍໄດ້ກ່າວເພີ້ມອີກວ່າ “ພວກເຮົາບໍ່ສາມາດຕັດເສັ້ນທາງຂອງຕົນເພື່ອກ້າວໄປສູ່ ຄວາມອຸດົມຮັ່ງມີ” ໂດຍການຕັດຄ່າໃຊ້ຈ່າຍໃນໂຄງການຕ່າງໆ ຂອງລັດຖະບານລົງ.

ທ່ານຍັງໄດ້ກ່າວອີກວ່າ ການເລືອກຕັ້ງໄດ້ສະແດງໃຫ້ເຫັນວ່າ ຊາວອາເມຣິກັນສ່ວນໃຫຍ່ ໄດ້ເຫັນພ້ອມກັບແນວຄິດຂອງທ່ານ ໃນການຂຶ້ນພາສີສຳລັບຊາວອາເມຣິກັນທີ່ຮັງມີທີ່ສຸດ ກໍຄືຄອບຄົວ ທີ່ມີລາຍໄດ້ຫຼາຍກວ່າ 250,000 ໂດລາຕໍ່ປີ. ພວກສະມາຊິກຝ່າຍຄ້ານຂອງ ພັກຣີພັບບລີກັນ ຢູ່ໃນລັດຖະສະພາຫຼາຍໆຄົນ ໄດ້ຢືນການຄັດຄ້ານຕໍ່ການຂຶ້ນພາສີໃດໆ ກໍຕາມ ເລີ້ມແຕ່ປີໃໝ່ຈະມາເຖິງນີ້.

ທ່ານໂອບາມາຍັງເວົ້າອີກວ່າ ທ່ານຍິນດີທີ່ຈະຜ່ອນສັ້ນຜ່ອນຍາວ ແຕ່ກໍເວົ້າວ່າ ມັນຈໍາ ເປັນຕ້ອງມີທັງການຕັດຄ່າໃຊ້ຈ່າຍ ແລະເພີ້ມລາຍຮັບຂອງປະເທດຂຶ້ນ.

ໃນເວລາອັນສັ້ນໆ ຫລັງຈາກການກ່າວຄໍາປາໄສຂອງທ່ານນັ້ນ ທໍານຽບຂາວກໍໄດ້ເວົ້າວ່າ ທ່ານໂອບາມາຈະໃຊ້ສິດຢັບຢັ້ງຕໍ່ຮ່າງກົດໝາຍໃດໆ ທີ່ຈະຕໍ່ອາຍຸການເສຍພາສີຂອງຄູ່ ສາ ມີພັນລະຍາ ທີ່ມີລາຍໄດ້ຫຼາຍກວ່າ 250,000 ໂດລາຕໍ່ປີ.

ສະຫະລັດກໍາລັງປະເຊີນໜ້າກັບສິ່ງທີ່ທໍານຽບຂາວເອີ້ນວ່າ “fiscal cliff” ຊຶ່ງເປັນການບັງ ຄັບໃຫ້ມີການຕັດຄ່າໃຊ້ຈ່າຍລົງ 600 ຕື້ໂດລາສໍາລັບໂຄງການປ້ອງກັນປະເທດແລະພາຍ ໃນປະເທດທີ່ສໍາຄັນຫລາຍໂຄງການ ແລະຂຶ້ນພາສີທີ່ຈະມີຜົນກະທົບຕໍ່ຄົນງານຊາວອາ ເມຣິກັນ ໃນວັນທີ 1 ມັງກອນ ທີ່ຈະມາເຖິງນີ້.

ພວກນັກວິເຄາະການເງິນຫຼາຍຄົນຢ້ານວ່າ ການຕັດຄ່າໃຊ້ຈ່າຍລົງ, ຖ້າຫາກປ່ອຍໃຫ້ມັນ ເກີດຂຶ້ນ, ສາມາດເຮັດໃຫ້ເສດຖະກິດ ກັບໄປສູ່ສະພາບຖົດຖອຍຄືນອີກ.

ແຕ່ກ່ອນໜ້ານີ້ ທ່ານ John Boehner ປະທານສະພາຕໍ່າສະຫະລັດ ທີ່ສັງກັດພັກຣີພັບ ບລິກກັນ ກ່າວຕໍ່ພວກນັກສື່ຂ່າວວ່າ ການຂຶ້ນອັດຕາພາສີ ຈະເຮັດໃຫ້ຄວາມສາມາດໃນ ການສ້າງວຽກເຮັດງານທໍາ ທີ່ທຸກຄົນຕ້ອງການນັ້ນ ຊັກຊ້າລົງ. ທ່ານກ່າວເພີ້ມອີກວ່າ ເສດຖະກິດແມ່ນ ເລື້ອງສໍາຄັນທີນຶ່ງ ສໍາລັບຜູ້ປ່ອນບັດ ໃນການເລືອກຕັ້ງທີ່ຜ່ານມານີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້

XS
SM
MD
LG