ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ລັດຖະພາສະຫະລັດ ຮັບຜ່ານແຜນການ ຕັດງົບປະມານ


ລັດຖະສະພາສະຫະລັດ
ລັດຖະສະພາສະຫະລັດ

ລັດຖະສະພາສະຫະລັດໄດ້ໃຫ້ການອະນຸມັດຕໍ່ຮ່າງກົດໝາຍສະບັບນຶ່ງທີ່ຈະຕັດ 38 ພັນລ້ານ
ໂດລາຈາກງົບປະມານຂອງລັດຖະບານສະຫະລັດສຳລັບເວລາທີ່ຍັງເຫຼືອຂອງງົບປະມານປີ
ນີ້ ຊຶ່ງຈະສິ້ນສຸດລົງໃນວັນທີ 30 ກັນຍາຈະມາ.

ໃນວັນພະຫັດວານນີ້ ສະມາຊິກສະພາສູງໄດ້ລົງຄະແນນສຽງ 81 ຕໍ່ 19 ຮັບຜ່ານຮ່າງກົດ
ໝາຍດັ່ງກ່າວ ບໍ່ດົນຫຼັງຈາກສະມາຊິກສະພາຕໍ່າ ໄດ້ລົງຄະແນນສຽງຮັບຮອງເອົາ 260 ຕໍ່
167.

ຮ່າງກົດໝາຍດັ່ງກ່າວໄດ້ຖືກສົ່ງໄປໃຫ້ປະທານາທິບໍດີບາຣັກໂອບາມາລົງນາມເປັນກົດໝາຍ.
ຖ້າຮ່າງກົດໝາຍສະບັບນີ້ຫາກບໍ່ໄດ້ຮັບການອະນຸມັດແລ້ວ ການໃຊ້ຈ່າຍສ່ວນໃຫຍ່ຂອງພະ
ແນກການຕ່າງໆຂອງລັດຖະບານສະຫະລັດ ຈະຕ້ອງຢຸດຕິລົງໃນຕອນທ່ຽງຄືນຂອງວັນສຸກ
ມື້ນີ້.

ຮ່າງກົດໝາຍໄລຍະສັ້ນສະບັບນີ້ ໄດ້ຕັດສ່ວນໃຫຍ່ຂອງການໃຊ້ຈ່າຍພາຍໃນປະເທດ ທີ່ບໍ່ມີ
ສ່ວນກ່ຽວຂ້ອງກັບຄວາມໝັ້ນຄົງ 38 ພັນລ້ານໂດລາຫຼາຍກວ່າທີ່ພັກເດໂມແຄຣັທຕ້ອງການ ແຕ່ກໍໜ້ອຍກວ່າທີ່ສ່ວນໃຫຍ່ຂອງພັກຣີພັບບລີກັນຢາກໃຫ້ຕັດ.

ທ່ານ John Boehner ປະທານສະພາຕໍ່າສະຫະລັດທີ່ສັງກັດພັກຣີພັບບລີກັນກ່າວວ່າຮ່າງ ກົດໝາຍສະບັບນີ້ບໍ່ແມ່ນດີເລີດ ແຕ່ກໍດີສຳລັບການເລີ້ມຕົ້ນໃນຂັ້ນຕອນທີ່ຍາວນານສຳລັບ ຕັດການໃຊ້ຈ່າຍຂອງລັດຖະບານກາງລົງ.

ການລົງຄະແນນສຽງໃນວັນພະຫັດວານນີ້ ແມ່ນຂີດໝາຍຂອງບາດກ້າວອັນທຳອິດໃນອັນ
ທີ່ຈະເປັນຂັ້ນຕອນທີ່ທໍລະຫົດ ໃນການຕັດການຂາດດຸນງົບປະມານ 1 ພັນ 500 ຕື້ໂດລາ
ຂອງລັດຖະບານກາງ ແລະເຮັດໃຫ້ໜີ້ສິນຂອງສະຫະລັດໃນມູນຄ່າ 14 ພັນຕື້ໂດລານັ້ນຂະ
ຫຍາຍໂຕຊ້າລົງ.

XS
SM
MD
LG