ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໂອບາມາ ເຊັນດຳລັດ ຕັດການໃຊ້ຈ່າຍ $85 ພັນລ້ານ (ວີດີໂອ)


ປະທານາທິບໍດີໂອບາມາ ເອີ້ນການຕັດການໃຊ້ຈ່າຍແບບອັດຕະໂນມັດວ່າ ບໍ່ສະຫຼາດສ່ອງໃສ ແລະບໍ່ຈຳເປັນ
ປະທານາທິບໍດີໂອບາມາ ເອີ້ນການຕັດການໃຊ້ຈ່າຍແບບອັດຕະໂນມັດວ່າ ບໍ່ສະຫຼາດສ່ອງໃສ ແລະບໍ່ຈຳເປັນ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ເຊັນຄຳສັ່ງ ໃຫ້ການຕັດການໃຊ້ຈ່າຍຢ່າງອັດຕະໂນມັດ 85 ພັນລ້ານໂດລາ ມີຜົນບັງຄັບໃຊ້ ຍ້ອນວ່າ ລັດຖະສະພາ ແລະທຳນຽບຂາວ ບໍ່ສາ ມາດຕົກລົງກັນໄດ້ກ່ຽວກັບແຜນການທາງເລືອກອື່ນເພື່ອຫຼຸດການ ຂາດດຸນງົບປະມານໃຫ້ຕໍ່າລົງ.

ຍັງອີກຫຼາຍອາທິດ ກ່ອນທີ່ຈະຮູ້ສຶກ ເຖິງຜົນກະທົບຢ່າງເຕັມອັດ ຕາຈາກການຕັດດັ່ງກ່າວຢູ່ໃນທົ່ວປະເທດແຕ່ຜົນກະທົບຈຳນວນ
ນຶ່ງ ແມ່ນເລີ້ມມີຂຶ້ນແລ້ວ.

ປະທານາທິບໍດີໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງ
ທ່ານໃນວັນເສົາມື້ນີ້ວ່າ ການຕັດການໃຊ້ຈ່າຍເຫຼົ່ານີ້ມີຂຶ້ນກໍຍ້ອນ
ວ່າ ສະມາຊິກຂອງພັກຣີພັບບລີກັນ ຢູ່ໃນສະພາ ໄດ້ຕັດສິນໃຈທີ່
ຈະປົກປ້ອງ ກຸ່ມທີ່ໄດ້ຮັບຜົນປະໂຫຍດພິເສດ ໃນການຫຼຸດຜ່ອນ
ພາສີສໍາລັບພວກທີ່ຮັ່ງມີແລະມີເສັ້ນສາຍ ມີຄວາມສຳຄັນກວ່າປົກ
ປ້ອງກອງທັບ ແລະພວກຊົນຊັ້ນກາງ ຈາກການຕັດການໃຊ້ຈ່າຍ
ເຫຼົ່ານີ້.

ບາງພະແນກການ ຂອງລັດຖະບານກາງ ໄດ້ກຳນົດຢ່າງເປັນທາງການ ບໍ່ໃຫ້ມີການວ່າຈ້າງ ພະນັກງານໃໝ່ ແລະຕັດການໃຊ້ຈ່າຍ ກ່ຽວກັບແຜນງານ ແລະໂຄງການຕ່າງໆ ເພື່ອຫລີກ ລ່ຽງບໍ່ໃຫ້ມີການສັ່ງໃຫ້ພະນັກງານພັກການ. ພວກຄົນງານຂອງລັດຖະບານຈຳນວນນຶ່ງກ່າວ ວ່າ ພວກເຂົາເຈົ້າໄດ້ວາງແຜນໄວ້ແລ້ວ ກ່ຽວກັບການຕັດເງິນເດືອນທີ່ອາດມີຂຶ້ນ.

ໃນຂະນະທີ່ການຕັດງົບປະມານຢ່າງອັດຕະໂນມັດ ເລີ້ມມີຜົນບັງຄັບໃຊ້ແລ້ວນັ້ນ ພວກນັກ ເສດຖະສາດກ່າວວ່າ ບັນດາຄອບຄົວທີ່ທຸກຍາກແລະພວກຄົນຫວ່າງງານຈະສູນເສຍການ ຊ່ອຍເຫຼືອ ທີ່ພວກເຂົາເຈົ້າໄດ້ຮັບ. ຫ້າງຮ້ານຕ່າງໆ ອາດຈະປະເຊີນກັບການຂາດແຄນອາ ຫານ ຍ້ອນວ່າ ຈະມີເຈົ້າໜ້າທີ່ກວດກາຊີ້ນໜ້ອຍລົງ. ນອກນັ້ນຍັງອາດຈະມີການຊັກຊ້າໃນ ການຂົນສົ່ງທາງເຮືອແລະມີຄວາມຕ້ອງການໜ້ອຍລົງສຳລັບສິນຄ້ານຳເຂົ້າຊຶ່ງອາດຈະເຮັດ ໃຫ້ຄູ່ການຄ້າຂອງສະຫະລັດໄດ້ຮັບຄວາມເສຍຫາຍ.

ທີ່ທຳນຽບຫ້າແຈທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດກ່າວ ວ່າຄວາມບໍ່ແນ່ນອນທາງດ້ານງົບປະມານເຮັດໃຫ້ຄວາມສາມາດຂອງກອງທັບສະຫະລັດໃນ ການປະຕິບັດໜ້າທີ່ຂອງຕົນຕົກຢູ່ໃນຄວາມສ່ຽງ. ທ່ານ Hagel ເວົ້າວ່າ ຮວມໃນບັນດາການ ເຄື່ອນໄຫວຕ່າງໆນັ້ນກໍມີ ກອງທັບເຮືອ ຈະບໍ່ສົ່ງເຮືອບິນຂຶ້ນບິນ ກອງທັບອາກາດ ກໍຈະຕັດ ຊົ່ວໂມງບິນລົງ ແລະກອງທັບບົກ ກໍຈະຫຼຸດຊົ່ວໂມງ ໃນການຝຶກແອບ.

ໃນມື້ວັນສຸກວານນີ້ ປະທານາທິບໍດີໂອບາມາ ເອີ້ນຄວາມລົ້ມແຫຼວຂອງລັດຖະສະພາ ເພື່ອ
ປ້ອງກັນບໍ່ໃຫ້ມີການຕັດງົບປະມານຢ່າງອັດຕະໂນມັດນັ້ນວ່າໃຫ້ອະໄພບໍ່ໄດ້ແລະເອີ້ນການ ຕັດການໃຊ້ຈ່າຍ 85 ພັນລ້ານໂດລາ ນັ້ນວ່າ ບໍ່ສະຫຼາດສ່ອງໃສ ແລະເຮັດໄປ ໂດຍພະລະ ການ.

ພັກເດໂມແຄຣັທຢາກໃຫ້ຍົກເລີກການຜ່ອນຜັນກ່ຽວກັບການເກັບພາສີບາງຢ່າງສຳລັບພວກ ຄົນຮັ່ງມີເພື່ອເພີ້ມລາຍໄດ້ເຂົ້າລັດຖະບານ. ແຕ່ພັກຣີພັບບລີກັນໄດ້ປະຕິເສດຕໍ່ການຂຶ້ນພາ ສີ ບໍ່ວ່າໃນຮູບໃດກໍຕາມ.

XS
SM
MD
LG