ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ພວມກ້າວໄປສູ່ ການຕັດ ການໃຊ້ຈ່າຍ ອັດຕະໂນມັດ (ວີດິໂອກ່ຽວຂ້ອງ)


ທ່ານ Jack Lew ອະດີດຫົວໜ້າ ຫ້ອງການທໍານຽບຂາວ ທີ່ຖືກແຕ່ງຕັ້ງ ໃຫ້ເປັນລັດຖະມົນ ຕີກະຊວງການເງິນຄົນໃໝ່ ໃນວັນທີ 13 ກຸມພາ 2013
ທ່ານ Jack Lew ອະດີດຫົວໜ້າ ຫ້ອງການທໍານຽບຂາວ ທີ່ຖືກແຕ່ງຕັ້ງ ໃຫ້ເປັນລັດຖະມົນ ຕີກະຊວງການເງິນຄົນໃໝ່ ໃນວັນທີ 13 ກຸມພາ 2013
ໃນຂະນະທີ່ເວລາທີ່ຈະກ້າວໄປສູ່ການຕັດງົບປະມານຢ່າງອັດຕະ
ໂນມັດຂອງສະ ຫະລັດ ພວມຄືບຄານເຂົ້າມາຢູ່ນີ້ ບັນດາເຈົ້າໜ້າ
ທີ່ ທັງຂອງພັກ Democrat ແລະພັກ Republican ກໍບໍ່ໄດ້ມີ
ການເຄື່ອນໄຫວຫຍັງເລີຍ ເພື່ອຫາທາງຫລີກລ້ຽງບໍ່ໃຫ້ເກີດໃນ
ສິ່ງທີ່ເອີ້ນວ່າ ການຕັດການໃຊ້ຈ່າຍຢ່າງອັດຕະໂນມັດ ຫລື
“sequester” ທີ່ຈະເລີ້ມຂຶ້ນໃນວັນສຸກມື້ອື່ນນີ້ ເປັນຕົ້ນໄປ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ມີແຜນທີ່
ຈະພົບປະກັບບັນດາຜູ້ນໍາຂອງລັດຖະສະພາ ໃນວັນສຸກມື້ອື່ນນີ້ ຊຶ່ງເປັນມື້ທີ່ການຕັດງົບປະມານ 85 ພັນລ້ານໂດລາຢ່າງອັດຕະ
ໂນມັດ ມີຜົນບັງຄັບໃຊ້ ຍ້ອນການບໍ່ສາມາດບັນລຸການຕົກລົງ ດ້ານງົບປະມານທີ່ມີການປະນິປະນອມກັນໄດ້ລະຫວ່າງ ບັນດາ
ສະມາຊິກສະພາ ທີ່ຈະຊ່ວຍຫລຸດຜ່ອນການຂາດດຸນງົບປະມານ
ແລະ ເຮັດໃຫ້ໜີ້ສິນຂອງຊາດຫລຸດລົງ.

ທໍານຽບຂາວກ່າວວ່າ ການພົບປະດັ່ງກ່າວແມ່ນມີຈຸດປະສົງທີ່ຈະ
ທໍາ “ການສົນທະນາ ແບບມີລັກສະນະສ້າງສັນ” ໃນການທີ່ຈະດໍາ
ເນີນການບາງຢ່າງກ່ຽວກັບການຕັດງົບປະມານຢ່າງອັດຕະໂນມັດ.

ປະທານາທິບໍດີ Obama ເວົ້າວ່າ ການຕັດງົບປະມານດັ່ງກ່າວ ຈະສ້າງຄວາມເສຍຫາຍ
ຕໍ່ເສດຖະກິດ, ບັງຄັບໃຫ້ຫຼາຍໆພັນໆຄົນສູນເສຍວຽກເຮັດງານທໍາ ແລະກະທົບກະ
ເທືອນ ຕໍ່ຄວາມພ້ອມຂອງກອງທັບ. ທ່ານຢາກໃຫ້ນຳເອົາ ການຕັດການໃຊ້ຈ່າຍຂອງ
ລັດຖະບານ ມາປະສົມປະສານໃສ່ກັບ ການຍຸດຕິການຍົກເວັ້ນພາສີບາງຢ່າງແກ່ຊາວ ອາເມຣິກັນທີ່ຮັ່ງມີ ແລະບໍລິສັດຕ່າງໆ ລົງ.

ສະມາຊິກພັກ Republican ຫລາຍຄົນ ແມ່ນຄັດຄ້ານຕໍ່ການຂຶ້ນພາສີໃດໆ ແລະຢາກ
ເພັ່ງເລັງໃສ່ການຕັດການໃຊ້ຈ່າຍລົງ.

ໃນວັນພຸດວານນີ້ ສະພາສູງສະຫະລັດ ໄດ້ຮັບຮອງເອົາການແຕ່ງຕັ້ງທ່ານ Jack Lew ອະດີດຫົວໜ້າຫ້ອງການປະຈໍາທໍານຽບຂາວ ໃຫ້ເປັນລັດຖະມົນ ຕີກະຊວງການເງິນຄົນ
ໃໝ່. ທ່ານ Lew ມີທ່າທີວ່າ ຈະປະເຊີນກັບການເຈລະຈາທີ່ຫຍຸ້ງຍາກ ກັບສະມາຊິກສະພາ
ພັກ Republican ເພື່ອຈະບັນລຸຂໍ້ຕົກລົງ ກ່ຽວກັບເລື່ອງງົບປະມານ.

ວີດິໂອ ເລື້ອງພວກຜູ້ເຖົ້າອາເມຣິກັນ ວິຕົກກ່ຽວກັບຜົນກະທົບ
ຂອງການຕັດການໃຊ້ຈ່າຍ ຂອງລັດຖະບານ:


Senior Citizens Express Anxiety About US Budget Cuts
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG